Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 8:9 - ພຣະຄຳພີສັກສິ

9 ເມື່ອ​ພວກເຂົາ​ໄດ້ຍິນ​ຂໍ້ຄວາມ​ທີ່​ກົດບັນຍັດ​ນັ້ນ​ຮຽກຮ້ອງ​ໃຫ້​ເຮັດ ຕ່າງ​ກໍ​ຮູ້ສຶກ​ຕື້ນຕັນ​ໃຈ ແລະ​ຮ້ອງໄຫ້​ຂຶ້ນ. ສະນັ້ນ ເນເຫມີຢາ​ຜູ້​ທີ່​ເປັນ​ຜູ້ປົກຄອງ ແລະ​ເອຊະຣາ​ຜູ້​ທີ່​ເປັນ​ທັງ​ປະໂຣຫິດ ແລະ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ຕະຫລອດ​ທັງ​ຄົນເລວີ​ທີ່​ເປັນ​ຜູ້​ອະທິບາຍ​ກົດບັນຍັດ ຈຶ່ງ​ບອກ​ປະຊາຊົນ​ທັງໝົດ​ວ່າ, “ວັນນີ້​ເປັນ​ວັນ​ສັກສິດ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ; ສະນັ້ນ ຈຶ່ງ​ບໍ່​ສົມຄວນ​ທີ່​ພວກທ່ານ​ຈະ​ໄວ້ທຸກ ຫລື​ຮ້ອງໄຫ້.

Uka jalj uñjjattʼäta Copia luraña




ເນເຫມີຢາ 8:9
30 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ໄດ້ຍິນ​ເນື້ອຄວາມ​ໃນ​ປື້ມນັ້ນ ເພິ່ນ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ


ເພາະ​ເຈົ້າ​ໄດ້​ຍອມ​ຟັງ​ແລະ​ເຈົ້າ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ ເຈົ້າ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ແລະ​ຮ້ອງໄຫ້ ເມື່ອ​ເຈົ້າ​ໄດ້ຍິນ​ເຖິງ​ການ​ຂູ່ເຂັນ ທີ່​ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ເມືອງ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເປັນ​ໜ້າຢ້ານກົວ ຄື​ເປັນ​ບ່ອນ​ທີ່​ຄົນ​ຈະ​ໃຊ້​ຊື່​ເມືອງ​ນີ້​ເປັນ​ຄຳສາບແຊ່ງ. ແຕ່​ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ດົນນານ​ມາ​ແລ້ວ​ທີ່​ຊາດ​ອິດສະຣາເອນ​ໄດ້​ດຳເນີນ​ຊີວິດ ໂດຍ​ບໍ່ມີ​ພຣະເຈົ້າ​ອົງ​ທ່ຽງແທ້, ໂດຍ​ບໍ່ມີ​ບັນດາ​ປະໂຣຫິດ​ສິດສອນ​ພວກເຂົາ​ແລະ​ໂດຍ​ບໍ່ມີ​ກົດບັນຍັດ.


ເຮເຊກີຢາ​ໄດ້​ຊົມເຊີຍ​ຊາວ​ເລວີ ທີ່​ມີ​ຄວາມ​ສາມາດ​ສູງ​ໃນ​ການນຳພາ​ການ​ນະມັດສະການ​ພຣະເຈົ້າຢາເວ​ໃນ​ຄັ້ງ​ນີ້. ຫລັງຈາກ​ເຈັດ​ວັນ​ໃນ​ລະຫວ່າງ​ທີ່​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ຢູ່​ນັ້ນ


ເມື່ອ​ກະສັດ​ໄດ້ຍິນ​ຊາຟານ​ອ່ານ​ໜັງສື​ນັ້ນ​ສູ່​ຟັງ ເພິ່ນ​ຈຶ່ງ​ຈີກ​ເສື້ອ​ຂອງຕົນ​ຢ່າງ​ເປັນທຸກໃຈ


“ຈົ່ງ​ໄປ​ປຶກສາ​ພຣະເຈົ້າຢາເວ​ເພື່ອ​ເຮົາ​ແລະ​ປະຊາຊົນ​ຜູ້​ທີ່​ຍັງເຫລືອ​ຢູ່​ໃນ​ອານາຈັກ​ອິດສະຣາເອນ​ແລະ​ຢູດາຍ ໂດຍ​ໃຫ້​ຖາມ​ເບິ່ງ​ເຖິງ​ຖ້ອຍຄຳ​ໃນ​ໜັງສື​ນີ້. ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ພວກເຮົາ ເພາະ​ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ໜັງສື​ນີ້.”


ເພິ່ນ​ຍັງ​ໄດ້​ແນະນຳ​ຊາວ​ເລວີ ຄູສອນ​ຂອງ​ຊາດ​ອິດສະຣາເອນ ຜູ້​ທີ່​ໄດ້​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ແກ່​ພຣະເຈົ້າຢາເວ​ວ່າ, “ຈົ່ງ​ເອົາ​ຫີບ​ອັນ​ບໍຣິສຸດ​ເຂົ້າ​ໄປ​ໄວ້​ໃນ​ວິຫານ​ທີ່​ເຈົ້າ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ຂຶ້ນ. ພວກເຈົ້າ​ບໍ່​ຕ້ອງ​ເອົາ​ໄປ​ທີ່ນັ້ນ​ທີ່ນີ້​ອີກ​ຕໍ່ໄປ, ແຕ່​ໃຫ້​ພວກເຈົ້າ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.


ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອຸຣິມ ແລະ​ທຸມມິມ.


ກະສັດ​ອາກຕາເຊເຊັດ​ໄດ້​ມອບ​ຈົດໝາຍ​ໃຫ້​ເອຊະຣາ ປະໂຣຫິດ​ແລະ​ນັກຮຽນ​ຮູ້​ຜູ້​ທີ່​ມີ​ຄວາມ​ຮອບຮູ້​ດ້ານ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ຊາດ​ອິດສະຣາເອນ. ຈົດໝາຍ​ນັ້ນ​ມີ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້:


ຜູ້​ທຳອິດ​ທີ່​ເຊັນ​ຂໍ້​ຕົກລົງ​ນີ້​ແມ່ນ​ຜູ້ປົກຄອງ​ເນເຫມີຢາ ລູກຊາຍ​ຂອງ​ຮາກາລີຢາ ແລະ​ຕໍ່ມາ ແມ່ນ​ເຊເດກີຢາ. ບຸກຄົນ​ດັ່ງ​ຕໍ່ໄປນີ້​ກໍໄດ້​ເຊັນ​ຄືກັນ:


ປະຊາຊົນ​ເຫຼົ່ານີ້​ໄດ້​ມີ​ຊີວິດ​ຢູ່​ໃນ​ສະໄໝ​ຂອງ​ໂຢອີອາກິມ​ລູກຊາຍ​ຂອງ​ເຢຊູອາ​ຫລານຊາຍ​ຂອງ​ໂຢຊາດັກ ແລະ​ໃນ​ສະໄໝ​ຂອງ​ຜູ້ປົກຄອງ​ເນເຫມີຢາ ແລະ​ສະໄໝ​ຂອງ​ເອຊະຣາ​ຜູ້​ທີ່​ເປັນ​ປະໂຣຫິດ​ທັງ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ.


ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອູຣິມ ແລະ​ທູມມິມ.


ປະຊາຊົນ​ຫລາຍ​ຄົນ​ໄດ້​ຊ່ວຍ​ຈ່າຍ​ຄ່າ​ສ້ອມແປງ​ພຣະວິຫານ ມີ​ດັ່ງນີ້: ຜູ້ປົກຄອງ: ຄຳ - 8 ກິໂລກຼາມ, ຊາມ​ສຳລັບ​ພິທີການ - 50 ໃບ, ເສື້ອຄຸມ​ປະໂຣຫິດ - 530 ຜືນ


ດັ່ງນັ້ນ ເອຊະຣາ​ຈຶ່ງ​ນຳ​ເອົາ​ໜັງສື​ນັ້ນ​ອອກ​ມາ​ຍັງ​ບ່ອນ​ທີ່​ປະຊາຊົນ​ໄດ້​ເຕົ້າໂຮມ​ກັນ ຄື​ມີ​ຜູ້ຊາຍ, ແມ່ຍິງ ແລະ​ເດັກນ້ອຍ​ທີ່​ໃຫຍ່​ພໍ​ຈະ​ເຂົ້າໃຈ​ໄດ້.


ພຣະອົງ​ຕັ້ງ​ເວລາ​ສຳລັບ​ໂສກເສົ້າ ແລະ​ເວລາ​ສຳລັບ​ຊົມຊື່ນ​ຍິນດີ ເວລາ​ສຳລັບ​ໄວ້ທຸກ ແລະ​ເວລາ​ສຳລັບ​ຟ້ອນລຳ


ເພື່ອ​ໃຫ້​ພວກ​ທີ່​ໄວ້ທຸກ​ທີ່​ເທິງ​ພູເຂົາ​ຊີໂອນ ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ພວກເຂົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ໃດ ແທນ​ທີ່​ຈະ​ເສົ້າໂສກ​ເສຍໃຈ​ຢູ່​ເລື້ອຍໆ. ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ໄດ້​ປູກ​ໄວ້​ເອງ ພວກເຂົາ​ທຸກຄົນ​ຈະ​ກະທຳ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ພຣະເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ມາ​ນັ້ນ.


ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ທຳລາຍ ເພາະ​ພວກເຂົາ​ຂາດ​ຄວາມ​ຮູ້. ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ບໍ່​ຍອມ​ຮັບຮູ້​ເຮົາ ແລະ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ; ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຍອມ​ຮັບຮູ້​ພວກເຈົ້າ ແລະ​ບໍ່​ຍອມ​ຮັບຮູ້​ລູກຊາຍ​ຂອງ​ພວກເຈົ້າ​ວ່າ ເປັນ​ປະໂຣຫິດ​ຂອງເຮົາ.


ມີ​ອີກ​ສິ່ງ​ໜຶ່ງ​ທີ່​ພວກເຈົ້າ​ຍັງ​ເຮັດ​ຢູ່. ພວກເຈົ້າ​ຮ້ອງໄຫ້​ແລະ​ຄວນຄາງ​ໃສ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ຍ້ອນ​ພຣະອົງ​ບໍ່​ຮັບ​ເຄື່ອງ​ຖວາຍບູຊາ ຊຶ່ງ​ພວກເຈົ້າ​ນຳ​ມາ​ນັ້ນ​ອີກ​ຕໍ່ໄປ.


ເພາະວ່າ ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ແລ້ວ ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ດ້ວຍ​ການ​ເຮັດ​ຕາມ​ກົດບັນຍັດ, ເພາະວ່າ ກົດບັນຍັດ​ໄດ້​ເຮັດ​ໃຫ້​ສັງເກດ​ຮູ້ຈັກ​ຄວາມ​ບາບ.


ຄັ້ງ​ໜຶ່ງ ເຮົາ​ເອງ​ເຄີຍ​ມີ​ຊີວິດ​ຢູ່​ໂດຍ​ບໍ່ມີ​ກົດບັນຍັດ, ແຕ່​ເມື່ອ​ມີ​ກົດບັນຍັດ​ແລ້ວ ຄວາມ​ບາບ​ກໍ​ເກີດຂຶ້ນ​ມາ ແລະ​ເຮົາ​ກໍ​ຕາຍ


ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ພ້ອມ​ກັບ​ລູກຫລານ​ຂອງ​ພວກເຈົ້າ, ຄົນ​ຮັບໃຊ້​ຂອງ​ພວກເຈົ້າ ແລະ​ຊາວ​ເລວີ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ; ຈົ່ງ​ຈົດຈຳ​ໄວ້​ວ່າ​ຊາວ​ເລວີ​ຈະ​ບໍ່ມີ​ດິນແດນ​ເປັນ​ຂອງ​ຕົນເອງ.


ທີ່​ນັ້ນ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ອວຍພອນ​ພວກເຈົ້າ. ພວກເຈົ້າ​ພ້ອມ​ທັງ​ຄອບຄົວ​ຈະ​ກິນ ແລະ​ຊົມຊື່ນ​ຍິນດີ​ກັບ​ສິ່ງ​ດີ​ນາໆ​ປະການ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ໃຫ້.


ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຮ່ວມ​ກັບ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ, ທາດຮັບໃຊ້​ຂອງ​ເຈົ້າ, ຊາວ​ເລວີ, ຊາວ​ຕ່າງດ້າວ ເດັກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. ຈົ່ງ​ຈັດ​ພິທີ​ນີ້​ຂຶ້ນ​ຢູ່​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.


ເມື່ອ​ໄວ້ທຸກ​ຂ້ານ້ອຍ​ບໍ່ໄດ້​ກິນ​ໜຶ່ງສ່ວນສິບ; ເມື່ອ​ເປັນ​ມົນທິນ​ຂ້ານ້ອຍ​ບໍ່ໄດ້​ເອົາ​ສ່ວນ​ໃດໆ​ອອກ​ໄປ​ຈາກ​ເຮືອນ ແລະ​ທັງ​ບໍ່ໄດ້​ຖວາຍ​ສ່ວນ​ໃດໆ​ສຳລັບ​ຄົນ​ຕາຍ. ໂອ ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ເຊື່ອຟັງ​ພຣະອົງ; ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້​ທຸກປະການ​ກ່ຽວກັບ​ເລື່ອງ​ໜຶ່ງສ່ວນສິບ.


ຈົ່ງ​ເປັນ​ທຸກ​ໂສກເສົ້າ ຈົ່ງ​ຮ້ອງໄຫ້​ແລະ​ຮໍ່າໄຮ ໃຫ້​ການ​ຫົວ​ຂອງຕົນ ກັບ​ກາຍເປັນ​ການ​ໂສກເສົ້າ ແລະ​ໃຫ້​ຄວາມ​ຍິນດີ​ກັບ​ກາຍເປັນ​ຄວາມ​ເສົ້າໝອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka