Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 8:7 - ພຣະຄຳພີສັກສິ

7 ແລ້ວ​ພວກເຂົາ​ກໍ​ພ້ອມ​ກັນ​ລຸກ​ຢືນ​ຂຶ້ນ​ກັບ​ທີ່ ແລະ​ຊາວ​ເລວີ​ກໍ​ອະທິບາຍ​ກົດບັນຍັດ​ສູ່​ພວກເຂົາ​ຟັງ ຄົນເລວີ​ນັ້ນ​ມີ​ດັ່ງນີ້: ເຢຊູອາ, ບານີ, ເຊເຣບີຢາ, ຢາມິນ, ອັກກຸບ, ຊັບເບທາຍ, ໂຮດີຢາ, ມາອາເສອີຢາ, ເກລີຕາ, ອາຊາຣີຢາ, ໂຢຊາບັດ, ຮານານ ແລະ​ເປລາອີຢາ.

Uka jalj uñjjattʼäta Copia luraña




ເນເຫມີຢາ 8:7
27 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ປະຊາຊົນ​ຢືນ​ຢູ່​ນັ້ນ ກະສັດ​ໂຊໂລໂມນ​ກໍໄດ້​ຫັນໜ້າ​ມາ​ທາງ​ພວກເຂົາ ແລະ​ຂໍ​ພຣະເຈົ້າ​ອວຍພອນ​ພວກເຂົາ.


ເຮເຊກີຢາ​ໄດ້​ຊົມເຊີຍ​ຊາວ​ເລວີ ທີ່​ມີ​ຄວາມ​ສາມາດ​ສູງ​ໃນ​ການນຳພາ​ການ​ນະມັດສະການ​ພຣະເຈົ້າຢາເວ​ໃນ​ຄັ້ງ​ນີ້. ຫລັງຈາກ​ເຈັດ​ວັນ​ໃນ​ລະຫວ່າງ​ທີ່​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ຢູ່​ນັ້ນ


ເພິ່ນ​ຍັງ​ໄດ້​ແນະນຳ​ຊາວ​ເລວີ ຄູສອນ​ຂອງ​ຊາດ​ອິດສະຣາເອນ ຜູ້​ທີ່​ໄດ້​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ແກ່​ພຣະເຈົ້າຢາເວ​ວ່າ, “ຈົ່ງ​ເອົາ​ຫີບ​ອັນ​ບໍຣິສຸດ​ເຂົ້າ​ໄປ​ໄວ້​ໃນ​ວິຫານ​ທີ່​ເຈົ້າ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ຂຶ້ນ. ພວກເຈົ້າ​ບໍ່​ຕ້ອງ​ເອົາ​ໄປ​ທີ່ນັ້ນ​ທີ່ນີ້​ອີກ​ຕໍ່ໄປ, ແຕ່​ໃຫ້​ພວກເຈົ້າ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.


ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ສົ່ງ​ເຊເຣບີຢາ ຜູ້​ທີ່​ມີ​ຄວາມ​ສາມາດ ມາ​ໃຫ້​ຂ້າພະເຈົ້າ ລາວ​ເປັນ​ຄົນເລວີ​ຈາກ​ຕະກຸນ​ເມຣາຣີ; ພວກ​ລູກຊາຍ​ແລະ​ອ້າຍ​ນ້ອງ​ຂອງ​ລາວ​ທັງໝົດ​ສິບແປດ​ຄົນ​ກໍ​ມາ​ນຳ​ດ້ວຍ.


ໂຮດີຢາ, ຮາຊຸມ, ເບໄຊ,


ປະໂຣຫິດ: ເສຣາອີຢາ, ອາຊາຣີຢາ, ເຢເຣມີຢາ,


ຊັບເບທາຍ ແລະ​ໂຢຊາບັດ ຄົນເລວີ​ຜູ້​ດີເດັ່ນ ພວກເຂົາ​ໄດ້​ຮັບຜິດຊອບ​ວຽກງານ​ນອກ​ວິຫານ​ຂອງ​ພຣະເຈົ້າ.


ພວກ​ເຝົ້າຍາມ​ປະຕູ: ອັກກຸບ, ຕານໂມນ ແລະ​ພີ່ນ້ອງ​ທັງໝົດ​ຂອງ​ພວກເຂົາ​ມີ 172 ຄົນ.


ປະໂຣຫິດ​ຜູ້​ທີ່​ຍ່າງ​ຕາມ​ແລະ​ເຮັດ​ໜ້າທີ່​ເປົ່າແກ ມີ​ດັ່ງນີ້: ອາຊາຣີຢາ, ເອຊະຣາ, ເມຊຸນລຳ,


ຊາວ​ເລວີ​ທີ່​ໄດ້​ສືບຕໍ່​ສ້າງ​ກຳແພງ​ເມືອງ​ຫລາຍ​ຕອນ​ຂຶ້ນ​ໃໝ່ ມີ​ດັ່ງນີ້: ເຣຮຸມ​ລູກຊາຍ​ຂອງ​ບານີ​ໄດ້​ສ້າງ​ສ່ວນ​ຕໍ່ໄປ; ຮັດຊາບີຢາ ຜູ້ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເມືອງ​ເກອີລາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ​ໃນ​ນາມ​ຂອງ​ເມືອງ;


ເອເຊ​ລູກຊາຍ​ຂອງ​ເຢຊູອາ ຜູ້ປົກຄອງ​ເມືອງ​ມີຊະປາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ກົງກັນຂ້າມ​ກັບ​ສາງ​ໄວ້​ອາວຸດ ຈົນ​ເລີຍ​ໄປຮອດ​ບ່ອນ​ທີ່​ມີ​ກຳແພງ​ໂຄ້ງ;


ເບັນຢາມິນ ແລະ​ຮັດຊຸບ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ພວກເຂົາ​ເອງ; ອາຊາຣີຢາ​ລູກຊາຍ​ຂອງ​ມາອາເສອີຢາ ແລະ​ຫລານຊາຍ​ຂອງ​ອານານີຢາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ຕົນເອງ;


ດັ່ງນັ້ນ ປະຊາຊົນ​ທຸກຄົນ​ຈຶ່ງ​ກັບຄືນ​ເມືອ​ບ້ານເຮືອນ​ຂອງ​ໃຜ​ລາວ; ພວກເຂົາ​ກິນແລະດື່ມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ພ້ອມທັງ​ແບ່ງປັນ​ສິ່ງ​ທີ່​ພວກ​ຕົນ​ມີ​ຢູ່​ນັ້ນ​ໃຫ້​ແກ່​ຜູ້​ອື່ນ​ດ້ວຍ; ເພາະ​ພວກເຂົາ​ເຂົ້າໃຈ​ສິ່ງ​ທີ່​ພວກ​ຜູ້ນຳ​ໄດ້​ອ່ານ​ສູ່​ຟັງ​ນັ້ນ.


ເອຊະຣາ​ຢືນ​ຢູ່​ເທິງ​ເວທີ​ທີ່​ເຮັດ​ດ້ວຍ​ໄມ້ ຊຶ່ງ​ພວກເຂົາ​ສ້າງ​ຂຶ້ນ​ສຳລັບ​ໂອກາດ​ນີ້​ໂດຍ​ສະເພາະ. ພວກ​ທີ່​ຢືນ​ຢູ່​ຂ້າງ​ຂວາ​ຂອງ​ເພິ່ນ​ມີ​ດັ່ງນີ້: ມັດຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະ​ມາອາເສອີຢາ ແລະ​ພວກ​ທີ່​ຢືນ​ຢູ່​ຂ້າງ​ຊ້າຍ​ຂອງ​ເພິ່ນ​ມີ​ດັ່ງນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດຊະບັດດານາ, ເຊກາຣີຢາ ແລະ​ເມຊຸນລຳ.


ເອຊະຣາ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຍິ່ງໃຫຍ່.” ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ຍົກ​ແຂນ​ຂຶ້ນ ແລະ​ພ້ອມກັນ​ຕອບ​ວ່າ, “ອາແມນ ອາແມນ” ແລ້ວ​ພວກເຂົາ​ກໍ​ຄຸ​ເຂົ່າ​ລົງ ແລະ​ກົ້ມຂາບ​ນ້ອມ​ນະມັດສະການ​ພຣະເຈົ້າຢາເວ.


ແລ້ວ​ພວກເຂົາ​ກໍ​ໃຫ້​ມີ​ການ​ແປ ແບບ​ປາກ​ເປົ່າ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ອະທິບາຍ ກົດບັນຍັດ​ນັ້ນ ເພື່ອ​ວ່າ​ປະຊາຊົນ​ຈະ​ເຂົ້າໃຈ​ໄດ້.


ເປັນ​ເວລາ​ເກືອບ​ສາມ​ຊົ່ວໂມງ ທີ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ໄດ້​ມີ​ການ​ອ່ານ​ສູ່​ພວກເຂົາ​ຟັງ ແລະ​ໃນ​ສາມ​ຊົ່ວໂມງ​ຕໍ່ໄປ ພວກເຂົາ​ໄດ້​ສາລະພາບ​ການບາບ​ຂອງ​ພວກເຂົາ ແລະ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ມີ​ເວທີ​ຖືກ​ຈັດ​ໄວ້​ໂດຍ​ສະເພາະ ຊຶ່ງ​ທີ່​ເທິງ​ນັ້ນ​ມີ​ຊາວ​ເລວີ​ຢືນ​ຢູ່​ດັ່ງນີ້: ເຢຊູອາ, ບານີ, ກາດມີເອນ, ເຊບານີຢາ, ບັນນີ, ເຊເຣບີຢາ, ບານີ ແລະ​ເກນານີ. ພວກເຂົາ​ຕ່າງ​ກໍ​ພາວັນນາ​ອະທິຖານ​ດ້ວຍ​ສຽງດັງ ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ເຈົ້າ​ຕ້ອງ​ສັ່ງສອນ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ລະບຽບ​ການ​ທັງໝົດ​ນີ້ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຈົ້າ​ໂດຍ​ຜ່ານ​ທາງ​ໂມເຊ.”


ແມ່ນ​ໜ້າທີ່​ຂອງ​ປະໂຣຫິດ​ທີ່​ຈະ​ສັ່ງສອນ​ຄົນອື່ນ​ໃຫ້​ຮູ້ຈັກ​ພຣະເຈົ້າ. ປະຊາຊົນ​ຄວນ​ໄປ​ຫາ​ພວກເຂົາ ເພື່ອ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ແຈ້ງຂ່າວ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພວກເຂົາ​ສັ່ງສອນ​ປະຊາຊົນ​ໃຫ້​ເຊື່ອຟັງ​ກົດບັນຍັດ​ທຸກຢ່າງ ທັງ​ຈະ​ຖວາຍບູຊາ​ໃຫ້​ພ້ອມ​ທີ່​ເທິງ​ແທ່ນບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka