Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 8:6 - ພຣະຄຳພີສັກສິ

6 ເອຊະຣາ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຍິ່ງໃຫຍ່.” ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ຍົກ​ແຂນ​ຂຶ້ນ ແລະ​ພ້ອມກັນ​ຕອບ​ວ່າ, “ອາແມນ ອາແມນ” ແລ້ວ​ພວກເຂົາ​ກໍ​ຄຸ​ເຂົ່າ​ລົງ ແລະ​ກົ້ມຂາບ​ນ້ອມ​ນະມັດສະການ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ເນເຫມີຢາ 8:6
30 Jak'a apnaqawi uñst'ayäwi  

ແຕ່​ອັບຣາມ​ຕອບ​ວ່າ, “ຂ້ານ້ອຍ​ສາບານ​ໄວ້​ຢ່າງ​ເຄັ່ງຄັດ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ພຣະເຈົ້າ​ຜູ້​ສູງສຸດ ພຣະ​ຜູ້​ສ້າງ​ສະຫວັນ​ກັບ​ແຜ່ນດິນ​ໂລກ​ແລ້ວ​ວ່າ,


ເມື່ອ​ໄດ້ຍິນ​ນາງ​ເວົ້າ​ຢ່າງ​ນັ້ນ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຈຶ່ງ​ຂາບລົງ​ນະມັດສະການ​ພຣະເຈົ້າຢາເວ.


ຈົ່ງ​ຍົກຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຍົກຍໍ​ສັນລະເສີນ​ພຣະອົງ ແຕ່​ບັດນີ້​ແລະ​ສືບໆໄປ​ເທີ້ນ. ແລ້ວ​ປະຊາຊົນ​ທຸກໆ​ຄົນ​ຕ່າງ​ກໍ​ເວົ້າ​ວ່າ, “ອາແມນ” ແລະ​ໄດ້​ພ້ອມ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ກະສັດ​ດາວິດ​ໄດ້​ສັນລະເສີນ​ພຣະເຈົ້າຢາເວ​ຕໍ່​ໜ້າທີ່​ປະຊຸມ​ທັງຫລາຍ. ເພິ່ນ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ບັນພະບຸລຸດ​ຂອງ​ຂ້ານ້ອຍ ຂໍ​ໃຫ້​ພຣະອົງ​ຈົ່ງ​ໄດ້​ຮັບ​ຄຳ​ຍົກຍໍ​ສັນລະເສີນ​ຕະຫລອດໄປ​ເທີ້ນ


ແລ້ວ​ກະສັດ​ດາວິດ​ກໍໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ” ແລະ​ທີ່​ປະຊຸມ​ທັງໝົດ​ກໍ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຂົາ ພ້ອມທັງ​ໄດ້​ຂາບລົງ ແລະ​ຍ້ອງຍໍ​ໃຫ້ກຽດ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ຂອງ​ພວກຕົນ.


ແລ້ວ​ກະສັດ​ເຢໂຮຊາຟັດ​ກໍໄດ້​ກົ້ມ​ຂາບລົງ​ກັບ​ພື້ນດິນ ແລະ​ປະຊາຊົນ​ຢູດາ​ແລະ​ປະຊາຊົນ​ເຢຣຊາເລັມ​ທັງໝົດ​ໄດ້​ກົ້ມ​ຂາບລົງ​ຊ້ອງພຣະພັກ​ພຣະເຈົ້າຢາເວ​ແລະ​ນະມັດສະການ​ພຣະເຈົ້າຢາເວ.


ບັດນີ້ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ພັນທະສັນຍາ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ພວກເຮົາ​ຕໍ່ໄປ.


ກະສັດ​ພ້ອມ​ດ້ວຍ​ພວກ​ຜູ້ນຳ​ຂອງ​ປະຊາຊົນ​ໃນ​ຊາດ ໄດ້​ບອກ​ໃຫ້​ຊາວ​ເລວີ​ຮ້ອງເພງ​ສັນລະເສີນ​ແດ່​ພຣະເຈົ້າຢາເວ ຄື​ຖ້ອຍຄຳ​ທີ່​ກະສັດ​ດາວິດ ແລະ​ຜູ້ທຳນວາຍ​ອາສັບ​ໄດ້​ແຕ່ງ​ໄວ້. ສະນັ້ນ ທຸກຄົນ​ຈຶ່ງ​ຮ້ອງເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເມື່ອ​ພວກເຂົາ​ຄຸເຂົ່າ​ລົງ​ນ້ອມ​ນະມັດສະການ​ພຣະເຈົ້າ.


ເພິ່ນ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຖື​ຮັກສາ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ດາວິດ​ພໍ່​ຂອງ​ຂ້ານ້ອຍ ເມື່ອ​ພຣະອົງ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ,


ແລ້ວ​ຂ້າພະເຈົ້າ​ກໍ​ແກ້​ຜ້າ​ຄຽນແອວ ອອກ​ສັ່ນ​ໄປມາ. ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ພຣະເຈົ້າ​ຈະ​ສັ່ນ​ພວກທ່ານ ຜູ້​ທີ່​ບໍ່​ຮັກສາ​ຄຳສັນຍາ​ຂອງຕົນ​ດັ່ງນີ້ແຫລະ. ພຣະອົງ​ຈະ​ເອົາ​ເຮືອນ​ກັບ​ທຸກໆ​ສິ່ງ ທີ່​ພວກທ່ານ​ມີ​ນັ້ນ​ໜີໄປ​ໝົດ ໂດຍ​ບໍ່​ໃຫ້​ເຫຼືອ​ຫຍັງ​ໄວ້​ເລີຍ.” ທຸກຄົນ​ທີ່​ມີ​ໜ້າ​ຢູ່​ໃນ​ທີ່ນັ້ນ​ຕ່າງ​ກໍ​ເວົ້າ​ວ່າ, “ອາແມນ” ແລະ​ພວກເຂົາ​ໄດ້​ພາກັນ​ສັນລະເສີນ​ພຣະເຈົ້າຢາເວ. ແລ້ວ​ພວກຜູ້ນຳ​ກໍໄດ້​ຮັກສາ​ຄຳສັນຍາ​ທີ່​ພວກຕົນ​ໄດ້​ເຮັດ​ໄວ້​ນັ້ນ.


ແລ້ວ​ພວກເຂົາ​ກໍ​ພ້ອມ​ກັນ​ລຸກ​ຢືນ​ຂຶ້ນ​ກັບ​ທີ່ ແລະ​ຊາວ​ເລວີ​ກໍ​ອະທິບາຍ​ກົດບັນຍັດ​ສູ່​ພວກເຂົາ​ຟັງ ຄົນເລວີ​ນັ້ນ​ມີ​ດັ່ງນີ້: ເຢຊູອາ, ບານີ, ເຊເຣບີຢາ, ຢາມິນ, ອັກກຸບ, ຊັບເບທາຍ, ໂຮດີຢາ, ມາອາເສອີຢາ, ເກລີຕາ, ອາຊາຣີຢາ, ໂຢຊາບັດ, ຮານານ ແລະ​ເປລາອີຢາ.


ຈົ່ງ​ຍົກ​ມື​ຂອງທ່ານ​ຂຶ້ນ​ພາວັນນາ​ອະທິຖານ​ໃນ​ພຣະວິຫານ ແລະ​ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.


ເມື່ອ​ຂ້ານ້ອຍ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ ຂໍ​ພຣະອົງ​ໂຜດ​ຟັງ​ຂ້ານ້ອຍ​ດ້ວຍ ຄື​ເມື່ອ​ຂ້ານ້ອຍ​ຍໍ​ມື​ໄປ​ທາງ​ພຣະວິຫານ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ນັ້ນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ບັດນີ້​ແລະ​ສືບໆໄປ​ເປັນນິດ ອາແມນ! ອາແມນ!


ຕາບໃດ​ທີ່​ມີ​ຊີວິດ​ຢູ່ ຂ້ານ້ອຍ​ຈະ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຂ້ານ້ອຍ​ຈະ​ຍົກ​ມື​ຂຶ້ນ​ຫາ​ພຣະອົງ ພ້ອມ​ກັບ​ຄຳ​ພາວັນນາ​ອະທິຖານ​ຮ້ອງຫາ​ພຣະອົງ.


ເພາະ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ອົງ​ຊົງ​ຣິດ​ຍິ່ງໃຫຍ່ ເປັນ​ກະສັດ​ອົງ​ຊົງ​ຍິ່ງໃຫຍ່​ເໜືອ​ພະ​ທັງປວງ.


ໃຫ້​ພວກເຈົ້າ​ຕອບ​ວ່າ, ‘ແມ່ນ​ພິທີ​ສະຫລອງ​ປັດສະຄາ ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ ເພາະວ່າ​ພຣະອົງ​ໄດ້​ຜ່ານ​ເວັ້ນ​ເຮືອນ​ຂອງ​ຊາວ​ອິດສະຣາເອນ​ຢູ່​ໃນ​ປະເທດ​ເອຢິບ. ພຣະອົງ​ໄດ້​ຂ້າ​ຊາວ​ເອຢິບ ແຕ່​ໄດ້​ໄວ້​ຊີວິດ​ພວກເຮົາ.”’ ຈາກ​ນັ້ນ ຊາວ​ອິດສະຣາເອນ​ກໍໄດ້​ພາກັນ​ຄຸເຂົ່າ​ລົງ​ແລະ​ນ້ອມ​ນະມັດສະການ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊື່ອ ແລະ​ເມື່ອ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ພວກເຂົາ ແລະ​ທັງ​ຮູ້​ວ່າ ພຣະອົງ​ໄດ້​ເຫັນ​ພວກເຂົາ​ຖືກ​ກົດຂີ່​ຢ່າງ​ໂຫດຮ້າຍ​ທາລຸນ​ຢ່າງ​ໃດ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ຂາບລົງ​ແລະ​ນ້ອມ​ນະມັດສະການ.


“ອາແມນ ຂໍ​ໃຫ້​ພຣະເຈົ້າຢາເວ​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ກ່າວ​ມາ​ນັ້ນ​ເຖີດ ຂ້າພະເຈົ້າ​ຫວັງ​ຢ່າງ​ແນ່ນອນ​ວ່າ ພຣະອົງ​ຈະ​ເຮັດ​ໃຫ້​ຄຳທຳນວາຍ​ຂອງທ່ານ​ກາຍເປັນຈິງ ແລະ​ນຳ​ເອົາ​ຊັບສົມບັດ​ທັງໝົດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ນັ້ນ​ກັບຄືນ​ມາ​ຈາກ​ບາບີໂລນ.


ຂໍ​ໃຫ້​ພວກເຮົາ​ເປີດ​ຈິດໃຈ​ອອກ ແລະ​ພາວັນນາ​ອະທິຖານ ຫາ​ພຣະເຈົ້າ​ທີ່​ສະຫວັນ​ວ່າ,


ໄຟ​ໄດ້ລົງ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໄໝ້​ເຄື່ອງ​ຖວາຍບູຊາ​ແລະ​ສ່ວນ​ຕ່າງໆ​ຂອງ​ໄຂມັນ​ທີ່​ເທິງ​ແທ່ນບູຊາ. ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນັ້ນ ພວກເຂົາ​ກໍ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ກ້ອງສະໜັ່ນ ແລະ​ຂາບລົງ​ຈົນ​ໜ້າ​ຈຸ​ດິນ.


ພຣະອົງ​ຍ່າງ​ເລີຍ​ໄປ​ໄກ​ໜ້ອຍ​ໜຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນ ແລະ​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ຂອງ​ລູກ​ເອີຍ ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ​ນີ້ ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາຖະໜາ​ຂອງ​ລູກ ແຕ່​ໃຫ້​ເປັນ​ໄປ​ຕາມ​ຄວາມປະສົງ​ຂອງ​ພຣະອົງ.”


ແລະ​ຂໍ​ຢ່າ​ພາ​ຂ້ານ້ອຍ​ເຂົ້າ​ໄປ​ ໃນ​ການ​ທົດລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ [ເຫດ​ວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆໄປ​ເປັນນິດ ອາແມນ’]


ຖ້າ​ເຈົ້າ​ກ່າວ​ໂມທະນາ​ພຣະຄຸນ​ພຣະເຈົ້າ​ດ້ວຍ​ຈິດວິນຍານ​ເທົ່ານັ້ນ, ຄົນ​ຂ້າງ​ນອກ​ທີ່​ຮ່ວມ​ຢູ່​ໃນ​ທີ່ນັ້ນ​ຈະ​ກ່າວ​ຄຳ​ວ່າ, “ອາແມນ” ຕໍ່​ຄຳ​ໂມທະນາ​ພຣະຄຸນ​ຂອງ​ພວກເຈົ້າ​ໄດ້​ຢ່າງ​ໃດ? ເພາະ​ຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ​ພວກເຂົາ​ບໍ່​ເຂົ້າໃຈ.


ສາທຸການ​ແດ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ໂຜດ​ປະທານ​ພຣະພອນ​ທຸກປະການ​ຝ່າຍ​ວິນຍານ ໃຫ້​ແກ່​ເຮົາ​ທັງຫລາຍ​ໃນ​ສະຫວັນ​ສະຖານ​ໂດຍ​ພຣະຄຣິດ.


ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທຸກຄົນ​ຍົກ​ມື​ພາວັນນາ​ອະທິຖານ ດ້ວຍ​ຈິດໃຈ​ບໍຣິສຸດ​ຢູ່​ໃນ​ທຸກ​ແຫ່ງ ໂດຍ​ບໍ່ມີ​ໃຈ​ຄຽດຮ້າຍ​ແລະ​ການ​ຜິດຖຽງ​ກັນ.


ສາທຸການ​ແດ່​ພຣະເຈົ້າ ພຣະບິດາເຈົ້າ​ແຫ່ງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ພຣະ​ມະຫາ​ກະລຸນາ​ແກ່​ພວກເຮົາ ຊົງ​ໂຜດ​ໃຫ້​ພວກເຮົາ​ບັງເກີດ​ໃໝ່ ເຂົ້າ​ສູ່​ຄວາມຫວັງ​ໃຈ​ອັນ​ມີ​ຊີວິດ​ຢູ່​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


ແລະ​ເທວະດາ​ທັງໝົດ​ທີ່​ຢືນ​ອ້ອມ​ພຣະຣາຊບັນລັງ ອ້ອມ​ພວກ​ອາວຸໂສ ອ້ອມ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ໄດ້​ພາກັນ​ກົ້ມ​ຂາບລົງ​ຊ້ອງໜ້າ​ພຣະ​ບັນລັງ ແລະ​ນະມັດສະການ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka