Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 8:5 - ພຣະຄຳພີສັກສິ

5 ໃນ​ຂະນະທີ່​ເອຊະຣາ​ຢືນ​ຢູ່​ເທິງ​ເວທີ​ຕໍ່ໜ້າ​ປະຊາຊົນ​ນັ້ນ ພວກເຂົາ​ທັງໝົດ​ຕ່າງ​ກໍ​ແນມ​ໄປ​ເບິ່ງ​ເພິ່ນ. ພໍ​ເພິ່ນ​ເປີດ​ໜັງສື​ອອກ​ພວກເຂົາ​ທັງໝົດ​ກໍ​ຢືນ​ຂຶ້ນ.

Uka jalj uñjjattʼäta Copia luraña




ເນເຫມີຢາ 8:5
6 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໃນ​ທ້ອງຟ້າ​ພຣະອົງ​ໄດ້​ໃຫ້​ມີ​ດວງຕາເວັນ ແຕ່​ພຣະອົງ​ໄດ້​ເລືອກ​ສະຖິດ​ຢູ່ ໃນ​ເມກ​ແລະ​ໃນ​ຄວາມມືດ.


ໃນ​ຂະນະທີ່​ປະຊາຊົນ​ຢືນ​ຢູ່​ນັ້ນ ກະສັດ​ໂຊໂລໂມນ​ກໍໄດ້​ຫັນໜ້າ​ມາ​ທາງ​ພວກເຂົາ ແລະ​ຂໍ​ພຣະເຈົ້າ​ອວຍພອນ​ພວກເຂົາ.


ໃນ​ສີ່ແຍກ​ທີ່​ປະຕູ​ນັ້ນ ເພິ່ນ​ໄດ້​ອ່ານ​ກົດບັນຍັດ​ສູ່​ພວກເຂົາ​ຟັງ​ແຕ່​ເຊົ້າ​ມືດ​ຈົນເຖິງ​ທ່ຽງ ແລະ​ພວກເຂົາ​ທຸກຄົນ​ກໍ​ຟັງ​ຢ່າງ​ຕັ້ງອົກ​ຕັ້ງໃຈ.


ເອຊະຣາ​ຢືນ​ຢູ່​ເທິງ​ເວທີ​ທີ່​ເຮັດ​ດ້ວຍ​ໄມ້ ຊຶ່ງ​ພວກເຂົາ​ສ້າງ​ຂຶ້ນ​ສຳລັບ​ໂອກາດ​ນີ້​ໂດຍ​ສະເພາະ. ພວກ​ທີ່​ຢືນ​ຢູ່​ຂ້າງ​ຂວາ​ຂອງ​ເພິ່ນ​ມີ​ດັ່ງນີ້: ມັດຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະ​ມາອາເສອີຢາ ແລະ​ພວກ​ທີ່​ຢືນ​ຢູ່​ຂ້າງ​ຊ້າຍ​ຂອງ​ເພິ່ນ​ມີ​ດັ່ງນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດຊະບັດດານາ, ເຊກາຣີຢາ ແລະ​ເມຊຸນລຳ.


ແລ້ວ​ໃນ​ຂະນະທີ່​ກະສັດ​ກຳລັງ​ນັ່ງ​ຢູ່​ໃນ​ຫ້ອງ​ອາກາດ​ເຢັນ​ແຕ່​ຜູ້​ດຽວ​ທີ່​ເທິງ​ດາດຟ້າ​ນັ້ນ ເອຮຸດ​ກໍ​ເຂົ້າ​ໄປ​ຫາ​ເພິ່ນ ແລະ​ເວົ້າ​ວ່າ, “ຂ້ານ້ອຍ​ມີ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ສຳລັບ​ທ່ານ.” ກະສັດ​ຈຶ່ງ​ລຸກ​ຢືນ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka