Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 8:4 - ພຣະຄຳພີສັກສິ

4 ເອຊະຣາ​ຢືນ​ຢູ່​ເທິງ​ເວທີ​ທີ່​ເຮັດ​ດ້ວຍ​ໄມ້ ຊຶ່ງ​ພວກເຂົາ​ສ້າງ​ຂຶ້ນ​ສຳລັບ​ໂອກາດ​ນີ້​ໂດຍ​ສະເພາະ. ພວກ​ທີ່​ຢືນ​ຢູ່​ຂ້າງ​ຂວາ​ຂອງ​ເພິ່ນ​ມີ​ດັ່ງນີ້: ມັດຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະ​ມາອາເສອີຢາ ແລະ​ພວກ​ທີ່​ຢືນ​ຢູ່​ຂ້າງ​ຊ້າຍ​ຂອງ​ເພິ່ນ​ມີ​ດັ່ງນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດຊະບັດດານາ, ເຊກາຣີຢາ ແລະ​ເມຊຸນລຳ.

Uka jalj uñjjattʼäta Copia luraña




ເນເຫມີຢາ 8:4
16 Jak'a apnaqawi uñst'ayäwi  

ໂຊໂລໂມນ​ໄດ້​ເຮັດ​ແທ່ນ​ທອງສຳຣິດ ແລະ​ນຳ​ເອົາ​ແທ່ນ​ນັ້ນ​ໄປ​ວາງ​ໄວ້​ທີ່​ເດີ່ນ. ແທ່ນ​ນັ້ນ​ແຕ່ລະ​ຂ້າງ​ແທກ​ໄດ້​ສອງແມັດ​ຊາວເຊັນ ແລະ​ລວງ​ສູງ​ມີ​ໜຶ່ງແມັດ​ສາມສິບ​ເຊັນ. ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ແທ່ນ​ນີ້ ຄຸເຂົ່າ​ລົງ​ຕໍ່ໜ້າ​ປະຊາຊົນ ແລະ​ຍົກມື​ຂຶ້ນ​ສູ່​ສະຫວັນ.


ຕະກຸນ​ບານີ: ເມຊຸນລຳ, ມັນລຸກ, ອາດາອີຢາ, ຢາຊຸບ, ເຊອານ ແລະ​ເຢເຣໂມດ.


ຕະກຸນ​ຮາຊຸມ: ມັດເຕໄນ, ມັດຕາຕາ, ຊາບັດ, ເອລີເຟເລັດ, ເຢເຣມາຍ, ມານາເຊ ແລະ​ຊີເມອີ


ໂຮດີຢາ, ຮາຊຸມ, ເບໄຊ,


ມາກປີອັດຊະ, ເມຊຸນລຳ, ເຮຊີຣະ,


ເຣຮຸມ, ຮາຊັບນາ, ມາອາເສອີຢາ,


ປັດຊູ, ອາມາຣີຢາ, ມັນກີຢາ,


ເມຊຸນລຳ, ອາບີຢາ, ມີຢາມິນ,


ມາອາເສອີຢາ​ລູກຊາຍ​ຂອງ​ບາຣຸກ ແລະ​ຫລານຊາຍ​ຂອງ​ກົນໂຮເຊ. ບັນພະບຸລຸດ​ຄົນອື່ນໆ​ຂອງ​ລາວ​ມີ​ດັ່ງນີ້: ຮາຊາອີຢາ, ອາດາອີຢາ, ໂຢອີອາຣິບ ແລະ​ເຊກາຣີຢາ ເຊື້ອສາຍ​ຂອງ​ເຊລາ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ.


ບັນດາ​ສະມາຊິກ​ຈາກ​ເຜົ່າ​ຂອງ​ເບັນຢາມິນ: ສານລູ​ລູກຊາຍ​ຂອງ​ເມຊຸນລຳ ແລະ​ຫລານຊາຍ​ຂອງ​ໂຢເອັດ. ບັນພະບຸລຸດ​ຄົນອື່ນໆ​ຂອງ​ລາວ​ມີ​ດັ່ງນີ້: ເປດາອີຢາ, ໂກລາອີຢາ, ມາອາເສອີຢາ, ອີທິເອນ ແລະ​ເຢຊາອີຢາ.


ໃນ​ສີ່ແຍກ​ທີ່​ປະຕູ​ນັ້ນ ເພິ່ນ​ໄດ້​ອ່ານ​ກົດບັນຍັດ​ສູ່​ພວກເຂົາ​ຟັງ​ແຕ່​ເຊົ້າ​ມືດ​ຈົນເຖິງ​ທ່ຽງ ແລະ​ພວກເຂົາ​ທຸກຄົນ​ກໍ​ຟັງ​ຢ່າງ​ຕັ້ງອົກ​ຕັ້ງໃຈ.


ໃນ​ຂະນະທີ່​ເອຊະຣາ​ຢືນ​ຢູ່​ເທິງ​ເວທີ​ຕໍ່ໜ້າ​ປະຊາຊົນ​ນັ້ນ ພວກເຂົາ​ທັງໝົດ​ຕ່າງ​ກໍ​ແນມ​ໄປ​ເບິ່ງ​ເພິ່ນ. ພໍ​ເພິ່ນ​ເປີດ​ໜັງສື​ອອກ​ພວກເຂົາ​ທັງໝົດ​ກໍ​ຢືນ​ຂຶ້ນ.


ເປັນ​ເວລາ​ເກືອບ​ສາມ​ຊົ່ວໂມງ ທີ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ໄດ້​ມີ​ການ​ອ່ານ​ສູ່​ພວກເຂົາ​ຟັງ ແລະ​ໃນ​ສາມ​ຊົ່ວໂມງ​ຕໍ່ໄປ ພວກເຂົາ​ໄດ້​ສາລະພາບ​ການບາບ​ຂອງ​ພວກເຂົາ ແລະ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ມີ​ເວທີ​ຖືກ​ຈັດ​ໄວ້​ໂດຍ​ສະເພາະ ຊຶ່ງ​ທີ່​ເທິງ​ນັ້ນ​ມີ​ຊາວ​ເລວີ​ຢືນ​ຢູ່​ດັ່ງນີ້: ເຢຊູອາ, ບານີ, ກາດມີເອນ, ເຊບານີຢາ, ບັນນີ, ເຊເຣບີຢາ, ບານີ ແລະ​ເກນານີ. ພວກເຂົາ​ຕ່າງ​ກໍ​ພາວັນນາ​ອະທິຖານ​ດ້ວຍ​ສຽງດັງ ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


“ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ ມີ​ຄວາມ​ຊຳນິ​ຊຳນານ​ທາງ​ດ້ານ​ກົດບັນຍັດ​ຂອງ​ໂມເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka