Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 8:3 - ພຣະຄຳພີສັກສິ

3 ໃນ​ສີ່ແຍກ​ທີ່​ປະຕູ​ນັ້ນ ເພິ່ນ​ໄດ້​ອ່ານ​ກົດບັນຍັດ​ສູ່​ພວກເຂົາ​ຟັງ​ແຕ່​ເຊົ້າ​ມືດ​ຈົນເຖິງ​ທ່ຽງ ແລະ​ພວກເຂົາ​ທຸກຄົນ​ກໍ​ຟັງ​ຢ່າງ​ຕັ້ງອົກ​ຕັ້ງໃຈ.

Uka jalj uñjjattʼäta Copia luraña




ເນເຫມີຢາ 8:3
25 Jak'a apnaqawi uñst'ayäwi  

ຂໍ​ຮ່ວມ​ກັບ​ບັນດາ​ຜູ້ນຳ​ຂອງ​ພວກ​ຂ້ານ້ອຍ​ໃນ​ທີ່​ນີ້ ພາຍໃຕ້​ຄຳສາບແຊ່ງ​ອັນ​ມີ​ໂທດ​ຮ້າຍແຮງ ຖ້າ​ພວກ​ຂ້ານ້ອຍ​ຝ່າຝືນ​ຂໍ້​ຕົກລົງ​ນີ້ ຂໍ​ສາບານ​ວ່າ​ພວກ​ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ວ່າ​ພວກ​ຂ້ານ້ອຍ​ຈະ​ກະທຳ​ຕາມ​ສິ່ງ​ທັງໝົດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ໄດ້​ສັ່ງ; ແລະ​ວ່າ​ພວກ​ຂ້ານ້ອຍ​ຈະ​ຢຶດຖື​ກົດບັນຍັດ ແລະ​ຂໍ້​ກຳນົດ​ຕ່າງໆ​ຂອງ​ພຣະອົງ.


ເມື່ອ​ກຳລັງ​ອ່ານ​ກົດບັນຍັດ​ຂອງ​ໂມເຊ​ດ້ວຍ​ສຽງ​ອັນ​ດັງ​ໃຫ້​ປະຊາຊົນ​ຟັງ​ຢູ່​ນັ້ນ ພວກເຂົາ​ກໍ​ອ່ານ​ມາ​ຮອດ​ຕອນ​ທີ່​ໄດ້​ກ່າວ​ວ່າ ບໍ່ມີ​ຊາວ​ອຳໂມນ ຫລື​ຊາວ​ໂມອາບ​ໃດໆ ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າ.


ເມື່ອ​ເຖິງ​ເດືອນ​ທີ​ເຈັດ ປະຊາຊົນ​ອິດສະຣາເອນ​ກໍໄດ້​ຕັ້ງ​ຖິ່ນຖານ ຢູ່​ຕາມ​ບ້ານເກີດ​ເມືອງນອນ​ຂອງຕົນ​ໝົດ​ທຸກ​ຄົນ. ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ນັ້ນ ພວກເຂົາ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ຄື​ທີ່​ສີ່ແຍກ​ກາງເມືອງ​ຢູ່​ຕໍ່ໜ້າ​ປະຕູນໍ້າ. ພວກເຂົາ​ຂໍຮ້ອງ​ເອຊະຣາ ຜູ້​ທີ່​ເປັນ​ປະໂຣຫິດ ແລະ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ ນຳ​ໜັງສື​ກົດບັນຍັດ​ອອກ​ມາ.


ທຸກໆ​ວັນ ຕັ້ງແຕ່​ວັນ​ທຳອິດ​ຈົນຮອດ​ວັນ​ສຸດທ້າຍ​ຂອງ​ເທດສະການ ພວກເຂົາ​ໄດ້ອ່ານ​ຈາກ​ປື້ມ​ກົດບັນຍັດ​ຂອງ​ພຣະເຈົ້າ. ງານ​ສະຫລອງ​ມີ​ຢູ່​ເຈັດ​ວັນ ແລະ​ໃນ​ວັນ​ທີ​ແປດ​ແມ່ນ​ມີ​ການ​ຊຸມນຸມ​ເຮັດ​ພິທີ​ປິດ​ຕາມ​ກົດບັນຍັດ.


ເອຊະຣາ​ຢືນ​ຢູ່​ເທິງ​ເວທີ​ທີ່​ເຮັດ​ດ້ວຍ​ໄມ້ ຊຶ່ງ​ພວກເຂົາ​ສ້າງ​ຂຶ້ນ​ສຳລັບ​ໂອກາດ​ນີ້​ໂດຍ​ສະເພາະ. ພວກ​ທີ່​ຢືນ​ຢູ່​ຂ້າງ​ຂວາ​ຂອງ​ເພິ່ນ​ມີ​ດັ່ງນີ້: ມັດຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະ​ມາອາເສອີຢາ ແລະ​ພວກ​ທີ່​ຢືນ​ຢູ່​ຂ້າງ​ຊ້າຍ​ຂອງ​ເພິ່ນ​ມີ​ດັ່ງນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດຊະບັດດານາ, ເຊກາຣີຢາ ແລະ​ເມຊຸນລຳ.


ໃນ​ຂະນະທີ່​ເອຊະຣາ​ຢືນ​ຢູ່​ເທິງ​ເວທີ​ຕໍ່ໜ້າ​ປະຊາຊົນ​ນັ້ນ ພວກເຂົາ​ທັງໝົດ​ຕ່າງ​ກໍ​ແນມ​ໄປ​ເບິ່ງ​ເພິ່ນ. ພໍ​ເພິ່ນ​ເປີດ​ໜັງສື​ອອກ​ພວກເຂົາ​ທັງໝົດ​ກໍ​ຢືນ​ຂຶ້ນ.


ເມື່ອ​ກະສັດ​ດາວິດ​ເອງ​ຍັງ​ເອີ້ນ​ພຣະຄຣິດ​ວ່າ, ‘ພຣະອົງເຈົ້າ’ ແລ້ວ​ພຣະຄຣິດ​ຈະ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ໄດ້​ຢ່າງ​ໃດ?” ປະຊາຊົນ​ຢ່າງ​ໜາແໜ້ນ​ກຳລັງ​ຟັງ​ພຣະເຢຊູເຈົ້າ​ສອນ​ດ້ວຍ​ຄວາມ​ຍິນດີ.


ແຕ່​ພວກເຂົາ​ບໍ່​ເຫັນ​ຊ່ອງທາງ​ທີ່​ຈະ​ເຮັດ​ໄດ້ ເພາະ​ປະຊາຊົນ​ທັງຫລາຍ​ໄດ້​ຕິດພັນ ແລະ​ຕັ້ງໃຈ​ຟັງ​ຄຳສັ່ງສອນ​ຂອງ​ພຣະອົງ.


“ເຫດສະນັ້ນ ຈົ່ງ​ລະວັງ​ໃຫ້​ດີ​ວ່າ ພວກເຈົ້າ​ຟັງ​ດ້ວຍ​ທ່າທີ​ຢ່າງ​ໃດ ເພາະ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ຊົງ​ເພີ່ມ​ເຕີມ​ໃຫ້​ອີກ, ແຕ່​ຜູ້ໃດ​ທີ່​ບໍ່ມີ ແມ່ນແຕ່​ສິ່ງ​ທີ່​ຕົນ​ຄິດ​ວ່າ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ເສຍ​ຈາກ​ລາວ.”


ຫລັງຈາກ​ການ​ອ່ານ​ກົດບັນຍັດ​ຂອງ​ໂມເຊ ແລະ​ໜັງສື​ຂອງ​ບັນດາ​ຜູ້ທຳນວາຍ​ສິ້ນສຸດ​ແລ້ວ ຜູ້​ປົກຄອງ​ທຳມະສາລາ ກໍ​ໃຊ້​ຄົນ​ໄປ​ບອກ​ບາຣະນາບາ​ກັບ​ໂປໂລ​ວ່າ, “ພີ່ນ້ອງ​ເອີຍ, ຖ້າ​ພວກທ່ານ​ມີ​ຄຳ​ໜູນໃຈ​ແກ່​ປະຊາຊົນ​ເຫຼົ່ານີ້​ເຊີນ​ກ່າວ​ໄດ້.”


ດ້ວຍວ່າ, ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ກັບ​ພວກ​ຜູ້​ປົກຄອງ​ບໍ່ໄດ້​ຮູ້ຈັກ​ພຣະອົງ ແລະ​ບໍ່ໄດ້​ເຂົ້າໃຈ​ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ ທີ່​ມີ​ຜູ້​ອ່ານ​ສູ່​ຟັງ​ໃນ​ທຸກ​ວັນ​ຊະບາໂຕ, ແຕ່​ພວກເຂົາ​ໄດ້​ເຮັດ​ໃຫ້​ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ​ສຳເລັດ ໂດຍ​ການ​ຕັດສິນ​ລົງໂທດ​ພຣະອົງ,


ເພາະວ່າ​ຕັ້ງແຕ່​ດົນນານ​ມາ​ແລ້ວ, ກໍ​ມີ​ຜູ້​ປະກາດ​ກົດບັນຍັດ​ຂອງ​ໂມເຊ​ໃນ​ທຸກ​ເມືອງ ແລະ​ເພິ່ນ​ໄດ້​ອ່ານ​ເລື່ອງ​ນີ້​ໃນ​ທຳມະສາລາ​ຕ່າງໆ ໃນ​ທຸກ​ວັນ​ຊະບາໂຕ.”


ມີ​ຍິງ​ຄົນ​ໜຶ່ງ​ໃນ​ພວກ​ແມ່ຍິງ​ເຫຼົ່ານີ້​ຊື່​ວ່າ ລີເດຍ ນາງ​ມາ​ຈາກ​ເມືອງ​ທົວເຕຣາ ແລະ​ເປັນ​ແມ່ຄ້າ​ຂາຍ​ຜ້າ​ສີມ່ວງ​ອ່ອນ ແລະ​ທັງ​ເປັນ​ຜູ້​ຢຳເກງ​ພຣະເຈົ້າ​ດ້ວຍ, ເມື່ອ​ນາງ​ຟັງ​ພວກເຮົາ​ກ່າວ​ຢູ່ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເປີດ​ຈິດໃຈ​ຂອງ​ນາງ​ໃຫ້​ເອົາໃຈໃສ່​ຖ້ອຍຄຳ ທີ່​ໂປໂລ​ກຳລັງ​ກ່າວ​ນັ້ນ.


ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່.


ແລ້ວ​ເພິ່ນ​ກໍ​ກັບ​ຂຶ້ນ​ໄປ​ເທິງ​ເຮືອນ ຫັກ​ແລະ​ກິນ​ເຂົ້າຈີ່​ກັບ​ຄົນ​ທີ່ເຊື່ອ, ຫລັງຈາກ​ໂອ້ລົມ​ສົນທະນາ​ກັບ​ພວກເຂົາ​ເປັນ​ເວລາ​ຍືດຍາວ ຈົນເຖິງ​ຕາເວັນ​ຂຶ້ນ​ແລ້ວ ໂປໂລ​ກໍ​ຈາກ​ໄປ.


ໃນ​ວັນ​ຕົ້ນ​ສັບປະດາ ພວກເຮົາ​ໄດ້​ເຕົ້າໂຮມ​ກັນ​ເພື່ອ​ທຳ​ພິທີ​ຫັກ​ເຂົ້າຈີ່. ໂປໂລ​ໄດ້​ໂອ້ລົມ​ກັບ​ພວກ​ຄົນ​ທີ່ເຊື່ອ, ເພິ່ນ​ສືບຕໍ່​ກ່າວ​ພຣະທຳ​ນັ້ນ​ຈົນເຖິງ​ທ່ຽງຄືນ ເພາະວ່າ​ວັນ​ຕໍ່ມາ​ເພິ່ນ​ກໍ​ຈະ​ຈາກ​ພວກເຂົາ​ໄປ.


ເມື່ອ​ພວກເຂົາ​ນັດ​ວັນ​ພົບ​ກັບ​ໂປໂລ, ຄົນ​ຈຳນວນ​ຫລາຍ​ກວ່າເກົ່າ​ໄດ້​ມາ​ຫາ​ທີ່​ບ່ອນ​ພັກ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ກ່າວ​ອະທິບາຍ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ເປັນ​ພະຍານ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ຢ່າງ​ຄົບຖ້ວນ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ​ໃນ​ພຣະເຢຊູເຈົ້າ ໂດຍ​ໃຊ້​ຂໍ້ຄວາມ​ຈາກ​ກົດບັນຍັດ​ຂອງ​ໂມເຊ ແລະ​ຈາກ​ບັນດາ​ຜູ້ທຳນວາຍ​ເປັນ​ຫລັກ.


ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ຂຽນ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ມອບ​ໃຫ້​ປະໂຣຫິດ​ຊາວ​ເລວີ ທີ່​ເປັນ​ຜູ້​ຮັບຜິດຊອບ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ​ມອບ​ໃຫ້​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ​ຂອງ​ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ໂຢຊວຍ​ໄດ້​ອ່ານ​ກົດບັນຍັດ​ຂອງ​ໂມເຊ​ທຸກ​ຂໍ້​ຢູ່​ຕໍ່ໜ້າ​ຊຸມນຸມ​ທັງໝົດ ຊຶ່ງ​ລວມທັງ​ຜູ້ຍິງ, ເດັກນ້ອຍ, ຕະຫລອດ​ທັງ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ກັບ​ພວກເຂົາ.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.”


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka