Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 8:12 - ພຣະຄຳພີສັກສິ

12 ດັ່ງນັ້ນ ປະຊາຊົນ​ທຸກຄົນ​ຈຶ່ງ​ກັບຄືນ​ເມືອ​ບ້ານເຮືອນ​ຂອງ​ໃຜ​ລາວ; ພວກເຂົາ​ກິນແລະດື່ມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ພ້ອມທັງ​ແບ່ງປັນ​ສິ່ງ​ທີ່​ພວກ​ຕົນ​ມີ​ຢູ່​ນັ້ນ​ໃຫ້​ແກ່​ຜູ້​ອື່ນ​ດ້ວຍ; ເພາະ​ພວກເຂົາ​ເຂົ້າໃຈ​ສິ່ງ​ທີ່​ພວກ​ຜູ້ນຳ​ໄດ້​ອ່ານ​ສູ່​ຟັງ​ນັ້ນ.

Uka jalj uñjjattʼäta Copia luraña




ເນເຫມີຢາ 8:12
25 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຂົາ​ຈຶ່ງ​ສຸກໃຈ​ຫລາຍ​ໃນ​ມື້​ນັ້ນ ໃນ​ເມື່ອ​ໄດ້​ກິນ​ແລະ​ໄດ້​ດື່ມ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ອັນນີ້​ເປັນ​ເທື່ອ​ທີ​ສອງ ທີ່​ພວກເຂົາ​ໄດ້​ປະກາດ​ແຕ່ງຕັ້ງ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ກະສັດ. ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈີມ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ ແລະ​ແຕ່ງຕັ້ງ​ຊາດົກ​ໃຫ້​ເປັນ​ປະໂຣຫິດ​ຂອງ​ພວກເຂົາ.


ບັດນີ້ ຈົ່ງ​ກັບ​ເມືອ​ເຮືອນ ແລະ​ລ້ຽງ​ສະຫລອງ​ກັນ​ສາ. ຈົ່ງ​ແບ່ງປັນ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ​ພຽງພໍ. ວັນນີ້​ແມ່ນ​ວັນ​ສັກສິດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ; ສະນັ້ນ ຢ່າ​ສູ່​ໂສກເສົ້າ. ຄວາມ​ຊົມຊື່ນ​ຍິນດີ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ແກ່​ພວກທ່ານ​ນັ້ນ ຈະ​ເຊີດຊູ​ໃຈ​ຂອງ​ພວກທ່ານ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃໝ່.”


ສ່ວນ​ພວກເລວີ​ກໍ​ຍ່າງ​ໄປມາ​ເລົ້າໂລມ​ປະຊາຊົນ​ທັງໝົດ​ໃຫ້​ມິດ ທັງ​ບອກ​ພວກເຂົາ​ບໍ່​ໃຫ້​ຮ້ອງໄຫ້​ໃນ​ວັນ​ສັກສິດ​ເຊັ່ນນີ້.


ມື້​ຕໍ່ມາ ບັນດາ​ຫົວໜ້າ​ຕະກຸນ​ຕ່າງໆ​ພ້ອມກັບ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ ໄດ້​ໄປ​ສຶກສາ​ຄຳສັ່ງສອນ​ຂອງ​ກົດບັນຍັດ​ນຳ​ເອຊະຣາ.


ວັນ​ເຫຼົ່ານີ້​ເປັນ​ວັນ​ທີ່​ຊາວ​ຢິວ​ໄດ້​ກຳຈັດ​ລ້າງຜານ​ສັດຕູ​ຂອງ​ພວກເຂົາ; ເປັນ​ເດືອນ​ທີ່​ປ່ຽນ​ຈາກ​ເວລາ​ແຫ່ງ​ຄວາມ​ໂສກເສົ້າ​ແລະ​ການ​ສູນເສຍ​ຄວາມຫວັງ ມາ​ເປັນ​ຄວາມ​ປິຕິ​ຍິນດີ​ແລະ​ຄວາມ​ເບີກບານ​ໃຈ. ພວກເຂົາ​ໄດ້​ຮັບ​ເອົາ​ຄຳສັ່ງ​ນັ້ນ ແລະ​ຖື​ເອົາ​ວັນ​ເຫຼົ່ານີ້​ເປັນ​ວັນ​ກິນລ້ຽງ​ສັງສັນ ໃຫ້​ອາຫານ​ເປັນ​ຂອງຂວັນ​ແກ່​ກັນແລະກັນ ແລະ​ແກ່​ຄົນ​ຍາກຈົນ.


ຂ້ອຍ​ເຮັດ​ຕາມ​ເລື້ອຍໆ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ມາ ຂ້ອຍ​ເຮັດ​ຕາມ​ພຣະປະສົງ ບໍ່ແມ່ນ​ຕາມໃຈ​ຂ້ອຍ.


ບັນດາ​ກົດບັນຍັດ​ຂອງ​ພຣະອົງ​ເປັນ​ມໍຣະດົກ​ຂອງ​ຂ້ານ້ອຍ​ຕະຫລອດໄປ. ຊຶ່ງ​ເປັນ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ຢູ່​ເລື້ອຍ.


ຂ້ານ້ອຍ​ຮັກ​ຂໍ້ຄຳສັ່ງ​ຫລາຍກວ່າ​ຄຳ ຮັກ​ຂໍ້ຄຳສັ່ງ​ແທ້ໆ​ຫລາຍກວ່າ​ຄຳ​ນໍ້າໜຶ່ງ.


ການ​ອະທິບາຍ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໃຫ້​ແສງ​ສະຫວ່າງ ແລະ​ນຳ​ປັນຍາ​ໃຫ້​ແກ່​ພວກ​ຄົນໂງ່ຈ້າ​ດ້ວຍ.


ຂ້ານ້ອຍ​ຍິນດີ​ຂັບຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລາຍກວ່າ​ຍິນດີ​ໃນ​ຄວາມຮັ່ງມີ​ອັນ​ໃຫຍ່ຫລວງ​ນັ້ນ.


ຂ້ານ້ອຍ​ປິຕິ​ຍິນດີ​ໃນ​ກົດບັນຍັດ​ທັງຫລາຍ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ບໍ່​ລືມໄລ​ຖ້ອຍຄຳ​ຂອງ​ພຣະອົງ​ຢ່າງ​ເດັດຂາດ.


ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢູ່​ສະເໝີໄປ ເພາະ​ພຣະອົງ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ກົດບັນຍັດ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຄອງຄອຍ​ການ​ໂຜດ​ຊ່ວຍ​ຂອງ​ພຣະອົງ ຫວັງ​ແຕ່​ໃຫ້​ພຣະອົງ​ຊ່ວຍຊູ. ຂ້ານ້ອຍ​ພົບ​ຄວາມສຸກ​ໃນ​ກົດບັນຍັດ​ຂອງ​ພຣະອົງ.


ກົດບັນຍັດ​ທີ່​ພຣະອົງ​ໃຫ້ ມີ​ຄວາມໝາຍ​ແກ່​ຂ້ານ້ອຍ ຫລາຍກວ່າ​ເງິນຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໂລກນີ້.


ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ​ຫລວງຫລາຍ​ທີ່ສຸດ ຂ້ານ້ອຍ​ພາວັນນາ​ເຖິງ​ກົດບັນຍັດ​ຢູ່​ຕະຫລອດ​ວັນ.


ພຣະອົງ​ໄດ້​ກ່າວ​ແກ່​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຊື່ອຟັງ​ພຣະອົງ​ທຸກ​ຖ້ອຍຄຳ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ເປັນ​ຂອງ​ພຣະອົງ; ສະນັ້ນ ຖ້ອຍຄຳ​ຂອງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ ເຕັມ​ລົ້ນ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ແລະ​ຄວາມ​ສຸກໃຈ.


ພວກເພິ່ນ​ຈຶ່ງ​ເວົ້າ​ກັນ​ວ່າ, “ເມື່ອ​ພຣະອົງ​ກຳລັງ​ເວົ້າ​ນຳ​ພວກເຮົາ​ຕາມ​ທາງ ແລະ​ໄດ້​ອະທິບາຍ​ພຣະຄຳພີ​ໃຫ້​ພວກເຮົາ​ຟັງ​ນັ້ນ ໃຈ​ຂອງ​ພວກເຮົາ​ກໍ​ຮ້ອນຮົນ​ເໝືອນ​ໄຟ​ພາຍ​ໃນ​ພວກເຮົາ​ບໍ່ແມ່ນ​ບໍ?”


ເພາະ​ເຮົາ​ຮູ້​ວ່າ​ໃນ​ຕົວ​ເຮົາ ຄື​ໃນ​ສັນດານ​ມະນຸດ​ນັ້ນ ບໍ່ມີ​ການ​ດີ​ຈັກ​ຢ່າງ​ຢູ່​ນຳ. ເຖິງ​ແມ່ນ​ວ່າ ການ​ຢາກ​ເຮັດ​ດີ​ມີ​ຢູ່​ໃນ​ຕົວ​ເຮົາ, ແຕ່​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ດີ​ໄດ້.


ຄົນ​ທົ່ວ​ໂລກ ຕ່າງ​ກໍ​ຈະ​ດີໃຈ​ທີ່​ພະຍານ​ທັງສອງ​ນີ້​ຕາຍໄປ​ແລ້ວ ພວກເຂົາ​ຈະ​ສະເຫລີມ​ສະຫລອງ ແລະ​ສົ່ງ​ຂອງຂວັນ​ໃຫ້​ກັນແລະກັນ ເພາະ​ຜູ້​ປະກາດ​ພຣະທຳ​ທັງສອງ​ນີ້ ໄດ້​ນຳ​ຄວາມ​ທົນທຸກ​ຢ່າງ​ໜັກ​ມາ​ສູ່​ມະນຸດ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka