Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 8:10 - ພຣະຄຳພີສັກສິ

10 ບັດນີ້ ຈົ່ງ​ກັບ​ເມືອ​ເຮືອນ ແລະ​ລ້ຽງ​ສະຫລອງ​ກັນ​ສາ. ຈົ່ງ​ແບ່ງປັນ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ​ພຽງພໍ. ວັນນີ້​ແມ່ນ​ວັນ​ສັກສິດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ; ສະນັ້ນ ຢ່າ​ສູ່​ໂສກເສົ້າ. ຄວາມ​ຊົມຊື່ນ​ຍິນດີ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ແກ່​ພວກທ່ານ​ນັ້ນ ຈະ​ເຊີດຊູ​ໃຈ​ຂອງ​ພວກທ່ານ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃໝ່.”

Uka jalj uñjjattʼäta Copia luraña




ເນເຫມີຢາ 8:10
32 Jak'a apnaqawi uñst'ayäwi  

ໃນ​ວັນ​ທີ​ແປດ ກະສັດ​ໂຊໂລໂມນ​ໄດ້​ໃຫ້​ປະຊາຊົນ​ກັບ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ. ພວກເຂົາ​ທຸກຄົນ​ຕ່າງ​ກໍ​ຊົມເຊີຍ​ເພິ່ນ ແລະ​ກັບຄືນ​ເມືອ​ຢ່າງ​ຊົມຊື່ນ​ຍິນດີ ເພາະ​ຄຳອວຍພອນ​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ປະທານ​ໃຫ້​ແກ່​ກະສັດ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.


ສະຫງ່າຣາສີ​ແລະ​ກຽດຕິຍົດ​ນັ້ນ ກໍ​ອ້ອມລ້ອມ​ເຕັມ​ຢູ່​ໃນ​ພຣະອົງ ຣິດອຳນາດ​ແລະ​ຄວາມ​ຊົມຊື່ນ​ຍິນດີ ກໍ​ມີ​ເຕັມ​ຢູ່​ໃນ​ພຣະວິຫານ​ດ້ວຍ.


ສ່ວນ​ພວກເລວີ​ກໍ​ຍ່າງ​ໄປມາ​ເລົ້າໂລມ​ປະຊາຊົນ​ທັງໝົດ​ໃຫ້​ມິດ ທັງ​ບອກ​ພວກເຂົາ​ບໍ່​ໃຫ້​ຮ້ອງໄຫ້​ໃນ​ວັນ​ສັກສິດ​ເຊັ່ນນີ້.


ດັ່ງນັ້ນ ປະຊາຊົນ​ທຸກຄົນ​ຈຶ່ງ​ກັບຄືນ​ເມືອ​ບ້ານເຮືອນ​ຂອງ​ໃຜ​ລາວ; ພວກເຂົາ​ກິນແລະດື່ມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ພ້ອມທັງ​ແບ່ງປັນ​ສິ່ງ​ທີ່​ພວກ​ຕົນ​ມີ​ຢູ່​ນັ້ນ​ໃຫ້​ແກ່​ຜູ້​ອື່ນ​ດ້ວຍ; ເພາະ​ພວກເຂົາ​ເຂົ້າໃຈ​ສິ່ງ​ທີ່​ພວກ​ຜູ້ນຳ​ໄດ້​ອ່ານ​ສູ່​ຟັງ​ນັ້ນ.


ດ້ວຍເຫດນີ້ ຊາວຢິວ​ທີ່​ຢູ່​ໃນ​ເມືອງນ້ອຍ​ຕ່າງໆ ຈຶ່ງ​ຖື​ເອົາ​ວັນ​ທີ​ສິບສີ່​ຂອງ​ເດືອນ​ອາດາກ ເປັນ​ວັນ​ພັກ​ຢ່າງ​ເບີກບານ​ໃຈ ຄື​ເປັນ​ເວລາ​ງານລ້ຽງ ແລະ​ເອົາ​ອາຫານ​ໃຫ້​ເປັນ​ຂອງຂວັນ​ແກ່​ກັນແລະກັນ.


ວັນ​ເຫຼົ່ານີ້​ເປັນ​ວັນ​ທີ່​ຊາວ​ຢິວ​ໄດ້​ກຳຈັດ​ລ້າງຜານ​ສັດຕູ​ຂອງ​ພວກເຂົາ; ເປັນ​ເດືອນ​ທີ່​ປ່ຽນ​ຈາກ​ເວລາ​ແຫ່ງ​ຄວາມ​ໂສກເສົ້າ​ແລະ​ການ​ສູນເສຍ​ຄວາມຫວັງ ມາ​ເປັນ​ຄວາມ​ປິຕິ​ຍິນດີ​ແລະ​ຄວາມ​ເບີກບານ​ໃຈ. ພວກເຂົາ​ໄດ້​ຮັບ​ເອົາ​ຄຳສັ່ງ​ນັ້ນ ແລະ​ຖື​ເອົາ​ວັນ​ເຫຼົ່ານີ້​ເປັນ​ວັນ​ກິນລ້ຽງ​ສັງສັນ ໃຫ້​ອາຫານ​ເປັນ​ຂອງຂວັນ​ແກ່​ກັນແລະກັນ ແລະ​ແກ່​ຄົນ​ຍາກຈົນ.


ຈົ່ງ​ເບີກບານ​ໃຈ​ໃນ​ພຣະຜູ້​ສ້າງ​ເຖີດ ຊາດ​ອິດສະຣາເອນ​ເອີຍ ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ ໃນ​ກະສັດ​ຂອງ​ພວກເຈົ້າ.


ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ມີໄຊ​ຢ່າງ​ໃຫຍ່ຫລວງ ໃນ​ຄວາມຮັກ​ຂອງ​ພຣະອົງ ເຮັດ​ໃຫ້​ພວກ​ຂ້ານ້ອຍ​ມີ​ກຳລັງ​ຂຶ້ນ.


ຄວາມ​ຊື່ນບານ​ໃຈ​ພາ​ໃຫ້​ມີ​ສຸຂະພາບ​ດີ ຄວາມ​ໂສກເສົ້າ​ເຮັດ​ໃຫ້​ຊີວິດ​ຄ່ອຍໆ​ດັບ​ໄປ.


ຈົ່ງ​ລົງທຶນ​ຂອງເຈົ້າ​ໄວ້​ໃນ​ຫລາຍບ່ອນ ຫລາຍບ່ອນ​ເທົ່າໃດ​ແຮ່ງດີ ເພາະ​ຢູ່​ໃນ​ໂລກນີ້​ເຈົ້າ​ບໍ່​ຮູ້​ວ່າ ອັນຕະລາຍ​ຊະນິດ​ໃດ​ຈະ​ມາ​ຖືກ​ເຈົ້າ​ໃນ​ຍາມໃດ.


ຄວາມສຸກ​ຢ່າງ​ດຽວ​ຂອງ​ມະນຸດ​ກໍ​ຄື​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້. ຢ່າງໃດ​ກໍຕາມ ຂ້າພະເຈົ້າ​ຍັງ​ສຳນຶກ​ໄດ້​ວ່າ ສິ່ງ​ເຫຼົ່ານີ້​ແມ່ນ​ລ້ວນແຕ່​ມາ​ຈາກ​ພຣະເຈົ້າ​ທັງສິ້ນ.


ມະນຸດ​ທຸກຄົນ​ຄວນ​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້. ອັນ​ນີ້​ແມ່ນ​ຂອງຂວັນ​ທີ່​ມາ​ຈາກ​ພຣະເຈົ້າ.


ອັນນີ້ ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຄົ້ນພົບ​ຄື: ສິ່ງ​ດີທີ່ສຸດ​ທີ່​ຜູ້ໃດໆ​ກໍ​ເຮັດ​ໄດ້ ແມ່ນ​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້ ໃນ​ຊີວິດ​ອັນ​ສັ້ນໆ​ທີ່​ພຣະເຈົ້າ​ໂຜດ​ໃຫ້ ອັນນີ້ ແມ່ນ​ຊາຕາກຳ​ຂອງ​ມະນຸດ​ຢູ່ໃຕ້​ດວງຕາເວັນ.


ສະນັ້ນ ຈົ່ງ​ກິນ​ອາຫານ​ທີ່​ເຈົ້າ​ມີ​ແລະ​ມີ​ຄວາມສຸກ​ສາເຖີດ; ດື່ມ​ເຫຼົ້າ​ອະງຸ່ນ​ແລະ​ເບີກບານ​ໃຈ​ສາເຖີດ. ສຳລັບ​ພຣະເຈົ້າ​ແລ້ວ ສິ່ງ​ເຫຼົ່ານີ້​ລ້ວນແຕ່​ເປັນ​ການ​ຖືກຕ້ອງ​ທັງສິ້ນ.


ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ອ້າຍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ສວນ​ຂອງອ້າຍ​ແລ້ວ. ອ້າຍ​ໄດ້​ເກັບ​ເອົາ​ບາງ​ສິ່ງ​ທີ່​ຢູ່​ໃນ​ສວນ ຄື​ເຄື່ອງເທດ, ເຄື່ອງຫອມ ແລະ​ຢາງໄມ້​ຫອມ​ດ້ວຍ; ອ້າຍ​ກຳລັງ​ດື່ມ​ນໍ້າເຜິ້ງ​ໃນ​ເຮືອນຮັງ​ຂອງມັນ​ຢູ່ ອ້າຍ​ກຳລັງ​ດື່ມ​ເຫຼົ້າ ແລະ​ນໍ້ານົມ​ຂອງອ້າຍ​ໃດ. ຈົ່ງ​ກິນ​ແລະ​ດື່ມ​ສາເຖີດ ຍອດ​ສຸດທີ່ຮັກ​ຂອງຂ້ອຍ ຈົນ​ພວກເຈົ້າ​ເມົາ​ຮັກ​ໃຫ້​ຄັກ​ໃຈ​ພວກເຈົ້າ​ສາເຖີດ.


ພຣະເຈົ້າຢາເວ​ແຕ່ງຕັ້ງ​ຂ້ານ້ອຍ​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ ຄື​ອິດສະຣາເອນ​ທີ່​ແຕກ​ກະຈັດ​ກະຈາຍ ຄືນ​ມາ​ຫາ​ພຣະເຈົ້າ. ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ກຽດສັກສີ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເປັນ​ບໍ່​ແຫ່ງ​ກຳລັງ​ຂອງ​ຂ້ານ້ອຍ.”


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ຊົມຊື່ນ​ຍິນດີ​ສຳລັບ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກະທຳ​ນັ້ນ ສຳລັບ​ພວກເຈົ້າ​ພຣະອົງ​ເທ​ຝົນ ລົງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ ໃຫ້​ຝົນ​ຕົ້ນລະດູ​ແລະ​ປາຍ​ລະດູ​ຄື​ແຕ່​ກ່ອນ.


ໝໍ້​ຄົວກິນ​ທຸກໆໜ່ວຍ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ຢູດາຍ​ຈະ​ຖືກ​ແຍກ​ໄວ້​ຕ່າງຫາກ ເພື່ອ​ໃຊ້​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ປະຊາຊົນ​ທີ່​ຖວາຍບູຊາ​ຈະ​ໃຊ້​ສິ່ງຂອງ​ເຫຼົ່ານີ້ ສຳລັບ​ຕົ້ມ​ຊີ້ນ​ທີ່​ໄດ້​ມາ​ຈາກ​ເຄື່ອງບູຊາ. ເມື່ອ​ເວລາ​ນັ້ນ​ມາເຖິງ ຈະ​ບໍ່ມີ​ພໍ່ຄ້າ​ຄົນໃດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ ຊົງຣິດ​ອຳນາດ​ຍິ່ງໃຫຍ່, ໃນວັນນັ້ນ.


ແຕ່​ຈົ່ງ​ບໍລິຈາກ​ໃຫ້​ແກ່​ຄົນ​ຍາກຈົນ ຕາມ​ທີ່​ພວກເຈົ້າ​ມີ​ຢູ່​ຂ້າງ​ໃນ ແລະ​ທຸກສິ່ງ​ກໍ​ຈະ​ສະອາດ​ເສາະໃສ​ສຳລັບ​ພວກເຈົ້າ.”


ເພາະວ່າ ເມື່ອ​ຄາວ​ທີ່​ພວກເຂົາ​ຖືກ​ທົດລອງ​ຢ່າງ​ໜັກ ໂດຍ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ ຄວາມ​ຍິນດີ​ອັນ​ເຫລືອລົ້ນ ແລະ​ຄວາມ​ຍາກຈົນ​ອັນ​ເຫຼືອ​ປະມານ​ຂອງ​ພວກເຂົາ​ນັ້ນ ກໍໄດ້​ປາກົດ​ລົ້ນ​ອອກ​ມາ​ເປັນ​ໃຈ​ສັດທາ​ອັນ​ກວ້າງຂວາງ.


ເຖິງ​ແມ່ນ​ວ່າ​ເຮົາ​ມີ​ເຫດ​ທີ່​ຈະ​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ​ກໍຕາມ ຖ້າ​ຄົນອື່ນ​ນຶກ​ວ່າ​ຕົນ​ມີ​ເຫດ​ທີ່​ຈະ​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ​ນັ້ນ ເຮົາ​ກໍ​ມີ​ຫລາຍກວ່າ​ເຂົາ​ອີກ.


ຄົນ​ທົ່ວ​ໂລກ ຕ່າງ​ກໍ​ຈະ​ດີໃຈ​ທີ່​ພະຍານ​ທັງສອງ​ນີ້​ຕາຍໄປ​ແລ້ວ ພວກເຂົາ​ຈະ​ສະເຫລີມ​ສະຫລອງ ແລະ​ສົ່ງ​ຂອງຂວັນ​ໃຫ້​ກັນແລະກັນ ເພາະ​ຜູ້​ປະກາດ​ພຣະທຳ​ທັງສອງ​ນີ້ ໄດ້​ນຳ​ຄວາມ​ທົນທຸກ​ຢ່າງ​ໜັກ​ມາ​ສູ່​ມະນຸດ​ທັງຫລາຍ.


ຂໍ​ທ່ານ​ຖາມ​ພວກ​ຊາຍໜຸ່ມ​ຂອງທ່ານ​ເບິ່ງ​ກໍໄດ້ ແລະ​ພວກເຂົາ​ກໍ​ຈະ​ບອກ​ໃຫ້​ທ່ານ​ຮູ້. ພວກເຮົາ​ມາ​ໃນ​ມື້​ງານກິນລ້ຽງ ແລະ​ດາວິດ​ກໍ​ຂໍຮ້ອງ​ກັບ​ທ່ານ ໄດ້​ໃຫ້​ການ​ຕ້ອນຮັບ​ພວກເຮົາ​ຢ່າງ​ກັນ​ເອງ. ຂໍ​ທ່ານ​ຈົ່ງ​ເອົາ​ສິ່ງຂອງ​ໃຫ້​ພວກເຮົາ​ກັບ​ດາວິດ​ເພື່ອນ​ທີ່ຮັກ​ຂອງທ່ານ ຕາມ​ທີ່​ທ່ານ​ສາມາດ​ໃຫ້​ໄດ້​ດ້ວຍ​ເທີ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka