ເນເຫມີຢາ 8:1 - ພຣະຄຳພີສັກສິ1 ເມື່ອເຖິງເດືອນທີເຈັດ ປະຊາຊົນອິດສະຣາເອນກໍໄດ້ຕັ້ງຖິ່ນຖານ ຢູ່ຕາມບ້ານເກີດເມືອງນອນຂອງຕົນໝົດທຸກຄົນ. ໃນວັນທີໜຶ່ງຂອງເດືອນນັ້ນ ພວກເຂົາທັງໝົດໄດ້ມາເຕົ້າໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ ຄືທີ່ສີ່ແຍກກາງເມືອງຢູ່ຕໍ່ໜ້າປະຕູນໍ້າ. ພວກເຂົາຂໍຮ້ອງເອຊະຣາ ຜູ້ທີ່ເປັນປະໂຣຫິດ ແລະເປັນນັກຮຽນຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນຜ່ານທາງໂມເຊ ນຳໜັງສືກົດບັນຍັດອອກມາ. Uka jalj uñjjattʼäta |
ເອຊະຣາເປັນຜູ້ຮອບຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາເປັນຜູ້ມີພຣະພອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກະສັດຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນພວກໜຶ່ງ ທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈຳວິຫານ, ພວກເຝົ້າຍາມພຣະວິຫານ ແລະພວກຄົນງານ.