ເນເຫມີຢາ 7:7 - ພຣະຄຳພີສັກສິ7 ບັນດາຜູ້ນຳຂອງພວກເຂົາມີດັ່ງນີ້: ເສຣຸບບາເບັນ, ເຢຊູອາ, ເນເຫມີຢາ, ອາຊາຣີຢາ, ຣາອາມີຢາ, ນາຮາມານີ, ມໍເດໄກ, ບິນຊານ, ມີຊະເປເຣດ, ບິກໄຫວ, ເນຮຸມ ແລະບາອານາ. Uka jalj uñjjattʼäta |
ທັງໝົດນີ້ ແມ່ນບັນດາຜູ້ນຳຂອງປະຊາຊົນ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ, ສ່ວນຄົນອື່ນໆໄດ້ໄປອາໄສຕາມເມືອງນ້ອຍ ເມືອງໃຫຍ່ ຊຶ່ງມີລາຍຊື່ຕໍ່ໄປນີ້: ບັນດາປະໂຣຫິດຊາວເລວີ, ຜູ້ຮັບໃຊ້ໃນພຣະວິຫານ ແລະເຊື້ອສາຍຂອງຜູ້ຮັບໃຊ້ຂອງກະສັດໂຊໂລໂມນ ກໍໄດ້ອາໄສຢູ່ໃນເມືອງ ທີ່ເປັນສົມບັດຂອງພວກເຂົາ. ບັນຊີລາຍຊື່ຂອງປະຊາຊົນຊັ້ນຜູ້ນຳຂອງຢູດາ ທີ່ໄດ້ມາຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້:
ໃນປີທີສອງ ທີ່ດາຣິອຸດໄດ້ຂຶ້ນເປັນຈັກກະພັດແຫ່ງເປີເຊຍ ອັນກົງກັບວັນທີໜຶ່ງຂອງເດືອນທີຫົກ; ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂດຍທາງຜູ້ທຳນວາຍຮັກກາຍ. ຖ້ອຍຄຳນີ້ແມ່ນສຳລັບເຊຣຸບບາເບນລູກຊາຍຂອງເຊອານຕີເອນ ທີ່ເປັນຜູ້ປົກຄອງຊາດຢູດາຍ ແລະສຳລັບເຢຊູອາລູກຊາຍຂອງໂຢຊາດັກ ຜູ້ເປັນມະຫາປະໂຣຫິດ.