ເນເຫມີຢາ 7:6 - ພຣະຄຳພີສັກສິ6 ມີຊະເລີຍຫລາຍຄົນໄດ້ອອກຈາກແຂວງ ແລະກັບຄືນມາສູ່ນະຄອນເຢຣູຊາເລັມແລະຢູດາຍ; ແຕ່ລະຄົນກັບຄືນໄປສູ່ບ້ານເກີດເມືອງນອນຂອງໃຜລາວ. ຄອບຄົວຂອງພວກເຂົາໄດ້ອາໄສຢູ່ຕ່າງຖິ່ນທີ່ນະຄອນບາບີໂລນ ຕັ້ງແຕ່ສະໄໝຂອງກະສັດເນບູກາດເນັດຊາ ໄດ້ຈັບພວກເຂົາໄປເປັນຊະເລີຍ. Uka jalj uñjjattʼäta |
ພວກເຂົາໄດ້ບອກຂ້າພະເຈົ້າວ່າ, ພວກທີ່ລອດຊີວິດກັບມາສູ່ຖິ່ນຖານເດີມນັ້ນ ໄດ້ຮັບຄວາມລຳບາກຫລາຍ ແລະຄົນຕ່າງຊາດທີ່ຢູ່ໃກ້ຄຽງກໍດູໝິ່ນປະໝາດພວກເຂົາ. ພວກເຂົາຍັງໄດ້ບອກຂ້າພະເຈົ້າອີກວ່າ, “ກຳແພງຂອງນະຄອນເຢຣູຊາເລັມກໍຍັງພັງທະລາຍຢູ່ ແລະປະຕູຂອງກຳແພງເມືອງກໍຍັງບໍ່ທັນໄດ້ຖືກສ້າງຂຶ້ນໃໝ່ ຕັ້ງແຕ່ສະໄໝຖືກຈູດພຸ້ນ.”