ເນເຫມີຢາ 7:5 - ພຣະຄຳພີສັກສິ5 ພຣະເຈົ້າໄດ້ບັນດານໃຈຂ້າພະເຈົ້າໃຫ້ເອີ້ນປະຊຸມປະຊາຊົນ ແລະພວກຜູ້ນຳຂອງພວກເຂົາ ພ້ອມທັງເຈົ້າໜ້າທີ່ຕ່າງໆ ເພື່ອກວດເບິ່ງບັນຊີລາຍຊື່ຂອງປະຊາຊົນ. ຂ້າພະເຈົ້າໄດ້ພົບບັນຊີລາຍຊື່ຂອງພວກທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນໝວດທຳອິດ ຊຶ່ງລາຍລະອຽດມີດັ່ງນີ້: Uka jalj uñjjattʼäta |
ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະພຣະຄຸນທີ່ພຣະອົງໄດ້ໂຜດໃຫ້ແກ່ເຮົານັ້ນ ກໍບໍ່ໄດ້ໄຮ້ປະໂຫຍດ, ກົງກັນຂ້າມ ເຮົາໄດ້ເຮັດການຢ່າງໜັກໜ່ວງຫຼາຍກວ່າບັນດາອັກຄະສາວົກຄົນອື່ນໆ ຕາມທີ່ຈິງແລ້ວບໍ່ແມ່ນເຮົາເອງເຮັດ ແຕ່ແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົາທີ່ເຮັດ.