Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 7:4 - ພຣະຄຳພີສັກສິ

4 ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ໃຫຍ່​ເມືອງ​ໜຶ່ງ ແຕ່​ບໍ່ມີ​ຫລາຍ​ຄົນ​ຢູ່​ອາໄສ ແລະ​ເຮືອນ​ທີ່​ປຸກ​ຂຶ້ນ​ໃໝ່​ກໍ​ບໍ່ມີ​ຫລາຍ​ຫລັງ​ເທື່ອ.

Uka jalj uñjjattʼäta Copia luraña




ເນເຫມີຢາ 7:4
7 Jak'a apnaqawi uñst'ayäwi  

ພວກຜູ້ນຳ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ສ່ວນ​ປະຊາຊົນ​ທີ່​ເຫຼືອ​ນັ້ນ​ພາກັນ​ໃຊ້​ສະຫລາກ ເພື່ອ​ເລືອກ​ເອົາ​ຄອບຄົວ​ໜຶ່ງ​ໃນ​ແຕ່ລະສິບ​ຄອບຄົວ​ໄປ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເມືອງ​ສັກສິດ; ສ່ວນ​ເກົ້າ​ຄອບຄົວ​ນັ້ນ ຕ້ອງ​ໄປ​ອາໄສ​ຢູ່​ໃນ​ເມືອງ​ໃຫຍ່​ແລະ​ເມືອງນ້ອຍ​ອື່ນໆ.


ປະຊາຊົນ​ໄດ້​ຍ້ອງຍໍ​ຜູ້​ທີ່​ອາສາ​ສະໝັກ​ເຂົ້າ​ໄປ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ຂ້າພະເຈົ້າ​ບອກ​ພວກເຂົາ​ບໍ່​ໃຫ້​ໄຂ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ໃນ​ຕອນເຊົ້າ ຈົນກວ່າ​ຕາເວັນ​ຂຶ້ນ​ແລ້ວ ແລະ​ອັດ​ປະຕູ​ໃສ່​ໄລ​ໄວ້​ກ່ອນ​ຄົນເຝົ້າຍາມ​ຫວິດ​ໜ້າທີ່​ໃນ​ຍາມ​ຕາເວັນ​ຕົກ​ດິນ. ຂ້າພະເຈົ້າ​ໄດ້​ບອກ​ພວກເຂົາ​ໃຫ້​ແຕ່ງຕັ້ງ​ຜູ້ເຝົ້າຍາມ​ຈາກ​ປະຊາຊົນ ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ມອບໝາຍ​ໜ້າທີ່​ໂດຍ​ສະເພາະ​ໃຫ້​ພວກເຂົາ​ບາງຄົນ; ແລະ​ສ່ວນ​ຄົນອື່ນໆ​ໃຫ້​ຢູ່​ຍາມ​ຕາມ​ບໍລິເວນ​ບ້ານເຮືອນ​ຂອງຕົນ.


ພຣະເຈົ້າ​ໄດ້​ບັນດານ​ໃຈ​ຂ້າພະເຈົ້າ​ໃຫ້​ເອີ້ນ​ປະຊຸມ​ປະຊາຊົນ ແລະ​ພວກຜູ້ນຳ​ຂອງ​ພວກເຂົາ ພ້ອມທັງ​ເຈົ້າໜ້າທີ່​ຕ່າງໆ ເພື່ອ​ກວດເບິ່ງ​ບັນຊີ​ລາຍຊື່​ຂອງ​ປະຊາຊົນ. ຂ້າພະເຈົ້າ​ໄດ້​ພົບ​ບັນຊີ​ລາຍຊື່​ຂອງ​ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ໝວດ​ທຳອິດ ຊຶ່ງ​ລາຍລະອຽດ​ມີ​ດັ່ງນີ້:


ປະຊາຊົນ​ຂອງ​ເຈົ້າ​ຈະ​ສ້າງ​ສິ່ງ​ທີ່​ຮົກຮ້າງ​ເພພັງ​ແຕ່​ດົນນານ​ຂຶ້ນໃໝ່ ຄື​ສ້າງ​ຂຶ້ນ​ໃໝ່​ຢູ່​ໃນ​ບ່ອນ​ທີ່​ມີ​ຮາກຖານ​ເດີມ. ເຈົ້າ​ຈະ​ເປັນ​ທີ່​ຮູ້ຈັກ​ໃນ​ຖານະ​ປະຊາຊົນ ຜູ້​ທີ່​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ຜູ້​ທີ່​ສ້າງ​ບ້ານເຮືອນ​ທີ່​ຮົກຮ້າງ​ເພພັງ​ຂຶ້ນ​ໃໝ່.”


ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka