Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 7:3 - ພຣະຄຳພີສັກສິ

3 ຂ້າພະເຈົ້າ​ບອກ​ພວກເຂົາ​ບໍ່​ໃຫ້​ໄຂ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ໃນ​ຕອນເຊົ້າ ຈົນກວ່າ​ຕາເວັນ​ຂຶ້ນ​ແລ້ວ ແລະ​ອັດ​ປະຕູ​ໃສ່​ໄລ​ໄວ້​ກ່ອນ​ຄົນເຝົ້າຍາມ​ຫວິດ​ໜ້າທີ່​ໃນ​ຍາມ​ຕາເວັນ​ຕົກ​ດິນ. ຂ້າພະເຈົ້າ​ໄດ້​ບອກ​ພວກເຂົາ​ໃຫ້​ແຕ່ງຕັ້ງ​ຜູ້ເຝົ້າຍາມ​ຈາກ​ປະຊາຊົນ ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ມອບໝາຍ​ໜ້າທີ່​ໂດຍ​ສະເພາະ​ໃຫ້​ພວກເຂົາ​ບາງຄົນ; ແລະ​ສ່ວນ​ຄົນອື່ນໆ​ໃຫ້​ຢູ່​ຍາມ​ຕາມ​ບໍລິເວນ​ບ້ານເຮືອນ​ຂອງຕົນ.

Uka jalj uñjjattʼäta Copia luraña




ເນເຫມີຢາ 7:3
8 Jak'a apnaqawi uñst'ayäwi  

ສະນັ້ນ ທຸກໆ​ເທື່ອ ກ່ອນ​ຈະ​ເຖິງ​ວັນ​ຊະບາໂຕ ຂ້າພະເຈົ້າ​ຈຶ່ງ​ສັ່ງ​ໃຫ້​ອັດ​ປະຕູ​ເມືອງ​ກ່ອນ​ຄໍ່າ ແລະ​ບໍ່​ໃຫ້​ໄຂ​ອີກ​ຈົນກວ່າ​ວັນ​ຊະບາໂຕ​ຜ່ານ​ພົ້ນ​ໄປ. ຂ້າພະເຈົ້າ​ໃຫ້​ຄົນ​ຂອງ​ຂ້າພະເຈົ້າ​ບາງຄົນ​ປະຈຳ​ຢູ່​ທີ່​ປະຕູ ເພື່ອ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ສິ່ງໃດ​ຖືກ​ນຳ​ເຂົ້າ​ມາ​ໃນ​ເມືອງ​ໃນ​ວັນ​ຊະບາໂຕ.


ເບັນຢາມິນ ແລະ​ຮັດຊຸບ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ພວກເຂົາ​ເອງ; ອາຊາຣີຢາ​ລູກຊາຍ​ຂອງ​ມາອາເສອີຢາ ແລະ​ຫລານຊາຍ​ຂອງ​ອານານີຢາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ຕົນເອງ;


ຂ້າພະເຈົ້າ​ໄດ້​ມອບໝາຍ​ໃຫ້​ສອງ​ຄົນ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການປົກຄອງ​ນະຄອນ​ເຢຣູຊາເລັມ​ຄື: ຮານານີ​ນ້ອງຊາຍ​ຂອງ​ຂ້າພະເຈົ້າ ແລະ​ຮານານີຢາ​ຜູ້​ບັນຊາການ​ປ້ອມ​ຂອງ​ເມືອງ. ຮານານີຢາ​ເປັນ​ຄົນ​ທີ່​ໄວ້ວາງໃຈ​ໄດ້ ແລະ​ຢຳເກງ​ພຣະເຈົ້າ​ຢ່າງ​ບໍ່ມີ​ຜູ້ໃດ​ທໍ່.


ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ໃຫຍ່​ເມືອງ​ໜຶ່ງ ແຕ່​ບໍ່ມີ​ຫລາຍ​ຄົນ​ຢູ່​ອາໄສ ແລະ​ເຮືອນ​ທີ່​ປຸກ​ຂຶ້ນ​ໃໝ່​ກໍ​ບໍ່ມີ​ຫລາຍ​ຫລັງ​ເທື່ອ.


ຖ້າ​ພຣະເຈົ້າຢາເວ​ບໍ່​ກໍ່​ບ້ານ ສ້າງ​ເຮືອນ​ຊານ, ວຽກການ​ຄົນ​ກໍ່ສ້າງ​ທັງໝົດ​ກໍ​ໄຮ້ປະໂຫຍດ. ຖ້າ​ພຣະເຈົ້າຢາເວ​ບໍ່​ປ້ອງກັນ​ບ້ານເມືອງ, ທະຫານ​ຢືນ​ຍາມ​ກໍ​ໃຊ້​ການ​ຫຍັງ​ບໍ່ໄດ້.


ພຣະອົງ​ຮັກສາ​ປະຕູ​ເມືອງ​ຂອງເຈົ້າ​ໃຫ້​ເຂັ້ມແຂງ ພຣະອົງ​ອວຍພອນ​ປະຊາຊົນ​ຂອງເຈົ້າ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka