ເນເຫມີຢາ 7:2 - ພຣະຄຳພີສັກສິ2 ຂ້າພະເຈົ້າໄດ້ມອບໝາຍໃຫ້ສອງຄົນເປັນຜູ້ຮັບຜິດຊອບໃນການປົກຄອງນະຄອນເຢຣູຊາເລັມຄື: ຮານານີນ້ອງຊາຍຂອງຂ້າພະເຈົ້າ ແລະຮານານີຢາຜູ້ບັນຊາການປ້ອມຂອງເມືອງ. ຮານານີຢາເປັນຄົນທີ່ໄວ້ວາງໃຈໄດ້ ແລະຢຳເກງພຣະເຈົ້າຢ່າງບໍ່ມີຜູ້ໃດທໍ່. Uka jalj uñjjattʼäta |
ພໍຂ້ານ້ອຍຈາກໄປແລ້ວຈະເປັນຢ່າງໃດເດ ຖ້າພຣະວິນຍານຂອງພຣະເຈົ້າຢາເວພາທ່ານໜີໄປບ່ອນທີ່ຄົນບໍ່ຮູ້ຈັກ? ເມື່ອຂ້ານ້ອຍບອກກະສັດອາຮາບວ່າທ່ານຢູ່ທີ່ນີ້, ແຕ່ເພິ່ນບໍ່ພົບທ່ານ ເພິ່ນກໍຈະສັງຫານຂ້ານ້ອຍເສຍ. ທ່ານຄົງຮູ້ແລ້ວວ່າ ຂ້ານ້ອຍເປັນຜູ້ທີ່ນະມັດສະການພຣະເຈົ້າຢາເວຢ່າງເຄັ່ງຄັດຕັ້ງແຕ່ນ້ອຍມາ.
ຂ້າພະເຈົ້າໄດ້ແຕ່ງຕັ້ງບຸກຄົນດັ່ງຕໍ່ໄປນີ້ໃຫ້ຮັບຜິດຊອບຄັງຂອງພຣະວິຫານ: ປະໂຣຫິດເຊເລມີຢາ; ຊາດົກນັກຮຽນຮູ້ດ້ານກົດບັນຍັດ ແລະເປດາອີຢາຄົນເລວີ. ຮານານລູກຊາຍຂອງຊັກກູເຣ ແລະຫລານຊາຍຂອງມັດຕານີຢາ ເປັນຜູ້ຊ່ວຍຂອງພວກເຂົາ. ຂ້າພະເຈົ້າຮູ້ວ່າ ຄົນເຫຼົ່ານີ້ເປັນທີ່ໄວ້ວາງໃຈໄດ້ ແລະເປັນຄົນສັດຊື່ໃນການແຈກຢາຍເຄື່ອງຂອງໃຫ້ແກ່ພີ່ນ້ອງທີ່ເຮັດວຽກດ້ວຍກັນ.
ຂ້າພະເຈົ້າຍັງຂໍຮ້ອງເພິ່ນໃຫ້ຂຽນຈົດໝາຍໄປຫາອາສັບ ຜູ້ຮັກສາປ່າໄມ້ຂອງກະສັດ ໂດຍແນະນຳເພິ່ນໃຫ້ຈັດຫາໄມ້ ສຳລັບສ້າງປະຕູປ້ອມທີ່ຮັກສາພຣະວິຫານ, ສຳລັບສ້າງກຳແພງເມືອງ ແລະສຳລັບສ້າງເຮືອນທີ່ຂ້າພະເຈົ້າຈະຢູ່ດ້ວຍ. ກະສັດກໍໄດ້ອະນຸຍາດໃຫ້ທຸກສິ່ງ ຕາມທີ່ຂ້າພະເຈົ້າຂໍຮ້ອງ ເພາະພຣະເຈົ້າສະຖິດຢູ່ນຳຂ້າພະເຈົ້າ.
ຂ້າພະເຈົ້າບອກພວກເຂົາບໍ່ໃຫ້ໄຂປະຕູຂອງນະຄອນເຢຣູຊາເລັມໃນຕອນເຊົ້າ ຈົນກວ່າຕາເວັນຂຶ້ນແລ້ວ ແລະອັດປະຕູໃສ່ໄລໄວ້ກ່ອນຄົນເຝົ້າຍາມຫວິດໜ້າທີ່ໃນຍາມຕາເວັນຕົກດິນ. ຂ້າພະເຈົ້າໄດ້ບອກພວກເຂົາໃຫ້ແຕ່ງຕັ້ງຜູ້ເຝົ້າຍາມຈາກປະຊາຊົນ ທີ່ຢູ່ໃນນະຄອນເຢຣູຊາເລັມ ແລະມອບໝາຍໜ້າທີ່ໂດຍສະເພາະໃຫ້ພວກເຂົາບາງຄົນ; ແລະສ່ວນຄົນອື່ນໆໃຫ້ຢູ່ຍາມຕາມບໍລິເວນບ້ານເຮືອນຂອງຕົນ.