ເນເຫມີຢາ 7:1 - ພຣະຄຳພີສັກສິ1 ມາບັດນີ້ ກຳແພງທີ່ໄດ້ຖືກສ້າງຂຶ້ນໃໝ່ກໍສຳເລັດແລ້ວ ປະຕູທັງໝົດໄດ້ຖືກຕັ້ງຂຶ້ນຕາມບ່ອນຂອງມັນ ແລະຜູ້ເຝົ້າຍາມພຣະວິຫານ, ສະມາຊິກຂອງກຸ່ມຮ້ອງເພງສັນລະເສີນ ແລະຊາວເລວີອື່ນໆກໍໄດ້ຮັບມອບໝາຍໜ້າວຽກຂອງພວກຕົນ. Uka jalj uñjjattʼäta |
ກະສັດເຮເຊກີຢາໄດ້ຈັດຕັ້ງຄະນະປົກຄອງປະໂຣຫິດແລະຊາວເລວີຂຶ້ນໃໝ່ ຕາມໜ້າທີ່ສະເພາະຂອງໃຜລາວ. ໜ້າທີ່ເຫຼົ່ານັ້ນລວມເອົາທັງການເຜົາຖວາຍບູຊາແລະການຖວາຍເພື່ອຄວາມສາມັກຄີທຳ, ການປະກອບສ່ວນໃນພິທີນະມັດສະການທີ່ພຣະວິຫານແລະການຖວາຍຄຳຍົກຍໍສັນລະເສີນ ແລະການໂມທະນາຂອບພຣະຄຸນໃນເດີ່ນລານຕ່າງໆຂອງພຣະເຈົ້າຢາເວ.
ສະນັ້ນ ໃນເດືອນທີສອງຂອງປີຕໍ່ມາ ເມື່ອກັບມາຮອດບ່ອນຕັ້ງວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມແລ້ວ ພວກເຂົາກໍໄດ້ລົງມືເຮັດວຽກໂລດ. ພວກເຫຼົ່ານີ້ມີດັ່ງນີ້: ເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ເຢຊູອາລູກຊາຍຂອງໂຢຊາດັກ, ພີ່ນ້ອງຮ່ວມຊາດທີ່ເຫຼືອຢູ່, ບັນດາປະໂຣຫິດຊາວເລວີ ແລະທຸກຄົນທີ່ເປັນຊະເລີຍໃນຕ່າງຖິ່ນ ທີ່ໄດ້ກັບຄືນມາສູ່ນະຄອນເຢຣູຊາເລັມ ກໍໄດ້ຊ່ວຍໃນວຽກການນີ້. ຊາວເລວີທຸກຄົນທີ່ມີອາຍຸຊາວປີຂຶ້ນໄປ ກໍມີໜ້າທີ່ຮັບຜິດຊອບຕໍ່ການສ້າງວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່.
ປະຊາຊົນຊາວອິດສະຣາເອນ ແລະຊາວເລວີຈະຕ້ອງບໍລິຈາກພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ ໄວ້ໃນຄັງບ່ອນມ້ຽນເຄື່ອງໃຊ້ປະຈຳພຣະວິຫານ ໃນບ່ອນທີ່ບັນດາປະໂຣຫິດປະຈຳການ, ໃນບ່ອນພວກຄົນເຝົ້າຍາມ ແລະໃນບ່ອນທີ່ສະມາຊິກກຸ່ມນັກຮ້ອງອາໄສຢູ່. ພວກຂ້ານ້ອຍຈະບໍ່ລະເລີຍຕໍ່ວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ.”
ທັງໝົດນີ້ ແມ່ນບັນດາຜູ້ນຳຂອງປະຊາຊົນ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ, ສ່ວນຄົນອື່ນໆໄດ້ໄປອາໄສຕາມເມືອງນ້ອຍ ເມືອງໃຫຍ່ ຊຶ່ງມີລາຍຊື່ຕໍ່ໄປນີ້: ບັນດາປະໂຣຫິດຊາວເລວີ, ຜູ້ຮັບໃຊ້ໃນພຣະວິຫານ ແລະເຊື້ອສາຍຂອງຜູ້ຮັບໃຊ້ຂອງກະສັດໂຊໂລໂມນ ກໍໄດ້ອາໄສຢູ່ໃນເມືອງ ທີ່ເປັນສົມບັດຂອງພວກເຂົາ. ບັນຊີລາຍຊື່ຂອງປະຊາຊົນຊັ້ນຜູ້ນຳຂອງຢູດາ ທີ່ໄດ້ມາຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: