Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 6:9 - ພຣະຄຳພີສັກສິ

9 ພວກເຂົາ​ພະຍາຍາມ​ຂົ່ມຂູ່​ພວກເຮົາ​ໃຫ້​ຢ້ານກົວ ແລະ​ເຮັດ​ໃຫ້​ວຽກງານ​ຢຸດ​ສະງັກ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ ບັດນີ້ ໂຜດ​ເຮັດ​ໃຫ້​ຂ້ານ້ອຍ​ເຂັ້ມແຂງ​ດ້ວຍ​ເຖີດ.”

Uka jalj uñjjattʼäta Copia luraña




ເນເຫມີຢາ 6:9
23 Jak'a apnaqawi uñst'ayäwi  

ແຕ່​ພວກທ່ານ​ຕ້ອງ​ເຂັ້ມແຂງ​ແລະ​ຢ່າ​ທໍ້ຖອຍ​ເລີຍ. ພາລະກິດ​ທີ່​ພວກທ່ານ​ໄດ້​ເຮັດ​ນັ້ນ​ຈະ​ບໍ່​ຂາດ​ບຳເໜັດ.”


ຂ້າຣາຊການ​ໄດ້​ຮ້ອງ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ເປັນ​ພາສາ​ເຮັບເຣີ ໃສ່​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເທິງ​ກຳແພງ​ເມືອງ ເພື່ອ​ນາບຂູ່​ໃຫ້​ຢ້ານ ແລະ​ໃຫ້​ເສຍ​ກຳລັງໃຈ; ແລ້ວ​ພວກເຂົາ​ກໍ​ຈະ​ເຂົ້າ​ຢຶດ​ເມືອງ​ໄດ້​ຢ່າງ​ງ່າຍດາຍ.


ຊາວ​ບ້ານໃກ້​ເຮືອນຄຽງ​ທຸກຄົນ​ໄດ້​ຊ່ວຍເຫລືອ​ໂດຍ​ໃຫ້​ສິ່ງຂອງ​ແກ່​ພວກເຂົາ​ຫລາຍ​ຢ່າງ ດັ່ງນີ້: ເຄື່ອງໃຊ້​ທີ່​ເປັນ​ເງິນ, ເປັນ​ຄຳ, ສະບຽງ​ອາຫານ, ຝູງສັດ, ສິ່ງຂອງ​ມີຄ່າ​ອື່ນໆ ນອກຈາກ​ເຄື່ອງ​ຖວາຍບູຊາ​ດ້ວຍໃຈ​ສະໝັກ​ສຳລັບ​ພຣະວິຫານ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຈົດຈຳ​ສິ່ງ​ທີ່​ໂຕບີຢາ ແລະ​ສານບັນລັດ​ເຮັດ​ນັ້ນ ແລະ​ໂຜດ​ລົງໂທດ​ພວກເຂົາ​ດ້ວຍ. ໂຜດ​ຈົດຈຳ​ຜູ້ທຳນວາຍຍິງ​ໂນອາດີຢາ​ກັບ​ຜູ້ທຳນວາຍ​ຄົນອື່ນໆ​ທີ່​ພະຍາຍາມ​ຂົ່ມຂູ່​ຂ້ານ້ອຍ​ໃຫ້​ຢ້ານ.”


ເມື່ອ​ຮ້ອງຫາ​ພຣະອົງ​ກໍ​ຕອບ​ໂດຍ​ໃຫ້​ຂ້ານ້ອຍ ມີ​ເຫື່ອແຮງ​ດ້ວຍ​ກຳລັງ​ແລະ​ຣິດອຳນາດ​ຂອງ​ພຣະອົງ.


ໂອ ພຣະ​ຜູ້​ຊົງຣິດ​ອຳນາດ​ອົງສູງສຸດ​ເອີຍ ເມື່ອ​ຢ້ານກົວ​ຂ້ານ້ອຍ​ກໍ​ໄວ້ວາງໃຈ​ໃນ​ພຣະອົງ.


ພຣະເຈົ້າ ພຣະອົງ​ເປັນ​ທີ່​ໜ້າຢຳເກງ​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ແຕ່​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ນັ້ນ ຄື​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຜູ້​ໃຫ້​ພະລັງ ແລະ​ອຳນາດ​ແກ່​ປະຊາຊົນ​ຂອງ​ພຣະອົງ. ສັນລະເສີນ​ພຣະເຈົ້າ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ມາ​ຫາ ເພື່ອ​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ຄຸ້ມຄອງ ຂໍ​ຢ່າ​ປະປ່ອຍ​ຂ້ານ້ອຍ ໃຫ້​ພ່າຍແພ້​ເລີຍ


ພຣະອົງ​ເຊີດຊູ​ກຳລັງ​ຜູ້​ທີ່​ອິດເມື່ອຍ​ອ່ອນແຮງ ແລະ​ໃຫ້​ຄວາມ​ເຂັ້ມແຂງ​ແກ່​ຜູ້​ທີ່​ຂາດ​ກຳລັງ.


ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ແລ້ວ​ບັນດາ​ຂ້າຣາຊການ​ກໍ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ລາວ​ໄດ້​ເຮັດ​ໃຫ້​ພວກ​ທະຫານ​ຢູ່​ໃນ​ເມືອງ​ເສຍກຳລັງໃຈ ໂດຍ​ເວົ້າ​ເຊັ່ນນີ້; ລາວ​ຈະ​ເຮັດ​ຢ່າງ​ດຽວກັນ​ອີກ​ຕໍ່​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ນີ້. ລາວ​ບໍ່ໄດ້​ພະຍາຍາມ​ຊ່ວຍເຫລືອ​ປະຊາຊົນ​ເລີຍ; ລາວ​ມີ​ແຕ່​ຫາ​ຄວາມທຸກ​ມາ​ໃຫ້​ພວກເຂົາ.”


ແລ້ວ​ເຮົາ​ຈະ​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ບາບີໂລນ​ແຂງແຮງ ແລະ​ເອົາ​ດາບ​ຂອງເຮົາ​ໃຫ້​ລາວ​ຖື. ແຕ່​ເຮົາ​ຈະ​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ເອຢິບ​ຫັກ ແລະ​ລາວ​ຈະ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ຢ່າງໜັກ ແລະ​ຕາຍ​ຕໍ່ໜ້າ​ສັດຕູ​ຂອງ​ລາວ.


ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ເຊື່ອຟັງ ແລະ​ນະມັດສະການ​ ເຮົາ​ດ້ວຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ຄຳຕອບ​ຂອງ​ພຣະອົງ​ເປັນ​ດັ່ງນີ້: “ພຣະຄຸນ​ຂອງເຮົາ ກໍ​ມີ​ພໍ​ແລ້ວ​ສຳລັບ​ເຈົ້າ. ດ້ວຍວ່າ, ເມື່ອໃດ​ທີ່​ເຈົ້າ​ອ່ອນແຮງ ເມື່ອນັ້ນ​ຣິດອຳນາດ​ຂອງເຮົາ​ກໍ​ສຳແດງ​ອອກ​ຢ່າງ​ລົ້ນ​ເຫຼືອ.” ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ຄວາມ​ພາກພູມໃຈ​ໃນ​ບັນດາ​ຄວາມ​ອ່ອນແຮງ​ຂອງເຮົາ​ກໍດີກວ່າ ເພື່ອ​ວ່າ​ຣິດອຳນາດ​ຂອງ​ພຣະຄຣິດ​ຈະ​ຄຸ້ມຄອງ​ປ້ອງກັນ​ເຮົາ​ໄວ້.


ຂ້າພະເຈົ້າ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ຊົງ​ໂຜດ​ປະທານ​ກຳລັງ​ອັນ​ເຂັ້ມແຂງ​ຝ່າຍ​ຈິດໃຈ​ແກ່​ພວກເຈົ້າ ໂດຍ​ເດດ​ພຣະວິນຍານ​ຕາມ​ຄວາມ​ອຸດົມສົມບູນ ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ພຣະອົງ,


ສຸດທ້າຍ​ນີ້ ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ກຳລັງ​ເພີ່ມ​ຂຶ້ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃນ​ຣິດເດດ​ອັນ​ແກ່ກ້າ​ຂອງ​ພຣະອົງ.


ເຮົາ​ສາມາດ​ສູ້​ກັບ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ຊົງ​ຊູ​ກຳລັງ​ເຮົາ.


ດ້ວຍເຫດນັ້ນ ຈົ່ງ​ຍົກ​ມື​ທີ່​ອ່ອນເພຍ​ເປ້ຍລ່ອຍ ແລະ​ຫົວເຂົ່າ​ທີ່​ອ່ອນ​ກຳລັງ​ຂອງ​ພວກເຈົ້າ ຈົ່ງ​ໃຫ້​ມີ​ກຳລັງ​ຂຶ້ນ


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ບັດນີ້ ດາວິດ​ເປັນທຸກໃຈ​ຫລາຍ​ທີ່ສຸດ ກໍ​ເພາະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ເກີດ​ມີ​ຄວາມ​ຂົມຂື່ນ ຍ້ອນ​ພວກເຂົາ​ສູນເສຍ​ລູກ​ເມຍ ແລະ​ພວກເຂົາ​ຕ່າງ​ກໍ​ຂູ່​ວ່າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ດາວິດ, ແຕ່​ດາວິດ​ໄດ້​ຊູ​ກຳລັງໃຈ​ຂຶ້ນ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka