Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 6:6 - ພຣະຄຳພີສັກສິ

6 ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ເກເຊມ​ບອກ​ຂ້າພະເຈົ້າ​ເຖິງ​ຂ່າວ​ທີ່​ກຳລັງ​ຊ່າລື​ກັນ​ທົ່ວ​ໄປ ຢູ່​ໃນ​ທ່າມກາງ​ປະຊາຊົນ​ທີ່​ໃກ້ຄຽງ​ວ່າ ທ່ານ​ແລະ​ປະຊາຊົນ​ຊາວຢິວ​ມີ​ຄວາມ​ຕັ້ງໃຈ​ທີ່​ຈະ​ກໍ່​ການ​ກະບົດ​ຂຶ້ນ; ດ້ວຍເຫດນີ້ ທ່ານ​ຈຶ່ງ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່. ລາວ​ຍັງ​ໄດ້​ບອກ​ຂ້າພະເຈົ້າ​ອີກ​ວ່າ ທ່ານ​ເອງ​ຈະ​ຕັ້ງ​ຕົວ​ຂຶ້ນ​ເປັນ​ກະສັດ.

Uka jalj uñjjattʼäta Copia luraña




ເນເຫມີຢາ 6:6
16 Jak'a apnaqawi uñst'ayäwi  

ພວກ​ຂ້ານ້ອຍ​ຂໍຮຽນ​ໃຫ້​ທ່ານ​ຊາບ​ວ່າ ຊາວຢິວ​ແຕ່​ແຄວ້ນ​ອື່ນໆ​ຂອງທ່ານ​ທີ່​ໄດ້​ມາ​ຢູ່​ໃນ​ບ່ອນ​ນີ້ ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້​ສ້າງ​ເມືອງ​ຊົ່ວຊ້າ ແລະ​ເມືອງ​ຂອງ​ພວກ​ກະບົດ​ຂຶ້ນ​ໃໝ່. ພວກເຂົາ​ເລີ່ມ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ອີກ​ບໍ່ດົນ​ກໍ​ຈະ​ສຳເລັດ.


ທ່ານ​ຈົ່ງ​ອອກ​ຄຳສັ່ງ​ໃຫ້​ຄົ້ນຫາ​ເອກະສານ ຊຶ່ງ​ບັນພະບຸລຸດ​ຂອງທ່ານ​ໄດ້​ເກັບມ້ຽນ​ໄວ້. ຖ້າ​ທ່ານ​ຄົ້ນເບິ່ງ ທ່ານ​ກໍ​ຈະ​ເຫັນ​ວ່າ ເມືອງ​ນີ້​ໄດ້​ເກີດ​ມີ​ການ​ກະບົດ​ຢູ່​ເລື້ອຍໆ ແລະ​ຕັ້ງແຕ່​ສະໄໝ​ກ່ອນ​ເປັນ​ຕົ້ນ​ມາ ບັນດາ​ກະສັດ​ແລະ​ບັນດາ​ຜູ້ປົກຄອງ​ແຂວງ​ໄດັ​ຮັບ​ຄວາມ​ເດືອດຮ້ອນ​ຢູ່​ສະເໝີ. ປະຊາຊົນ​ກໍ​ເປັນ​ຜູ້​ທີ່​ປົກຄອງ​ຍາກ. ດ້ວຍເຫດນີ້ ເມືອງ​ນີ້​ຈຶ່ງ​ຖືກ​ທຳລາຍ.


ເມື່ອ​ສານບັນລັດ​ຊາວ​ໂຮໂຣນ, ໂຕບີຢາ​ຊາວ​ອຳໂມນ ແລະ​ເກເຊມ​ຊາວ​ອາຣັບ​ໄດ້ຍິນ​ສິ່ງ​ທີ່​ພວກເຮົາ​ກຳລັງ​ວາງແຜນ​ຈະ​ກະທຳ​ນັ້ນ ພວກເຂົາ​ຕ່າງ​ກໍ​ຫົວ​ເຍາະເຍີ້ຍ​ພວກເຮົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ກຳລັງ​ຄິດ​ຈະ​ເຮັດ​ຫຍັງ​ກັນ? ພວກເຈົ້າ​ກຳລັງ​ຈະ​ກະບົດ​ຕໍ່​ກະສັດ​ຊັ້ນບໍ?”


ພວກເຂົາ​ໄດ້​ຈ້າງ​ລາວ​ຂົ່ມຂູ່​ຂ້າພະເຈົ້າ​ໃຫ້​ຢ້ານ​ແລະ​ເຮັດ​ບາບ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ທຳລາຍ​ຊື່ສຽງ​ຂອງ​ຂ້າພະເຈົ້າ ແລະ​ເຮັດ​ໃຫ້​ຂ້າພະເຈົ້າ​ອັບອາຍ.


ແລ້ວ​ສານບັນລັດ​ກໍ​ສົ່ງ​ຜູ້ຮັບໃຊ້​ຂອງຕົນ​ຜູ້ໜຶ່ງ​ມາ​ຫາ​ຂ້າພະເຈົ້າ​ອີກ ພ້ອມ​ຈົດໝາຍ​ສະບັບ​ທີ​ຫ້າ ຈົດໝາຍ​ສະບັບ​ນີ້​ເປັນ​ລັກສະນະ​ຈົດໝາຍ​ເປີດ​ຊອງ


ເຂົາ​ເວົ້າ​ວ່າ, ‘ທ່ານ​ໄດ້​ຈັດ​ໃຫ້​ມີ​ຜູ້ທຳນວາຍ​ບາງຄົນ ປະກາດ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ວ່າ​ທ່ານ​ແມ່ນ​ກະສັດ​ແຫ່ງ​ຢູດາຍ.’ ພະຣາຊາ​ຈະ​ຕ້ອງ​ຮູ້ຈັກ​ເລື່ອງ​ນີ້​ແນ່ນອນ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຂໍ​ແນະນຳ​ໃຫ້​ທ່ານ ແລະ​ຂ້າພະເຈົ້າ​ມາ​ພົບ​ກັນ ເພື່ອ​ປຶກສາ​ຫາລື​ເຖິງ​ສະຖານະການ​ນີ້.”


ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”


“ເມື່ອ​ຄົນ​ກ່າວ​ນິນທາ​ແລະ​ຂົ່ມເຫັງ​ເຈົ້າ​ທັງຫລາຍ ແລະ​ເວົ້າ​ຄວາມຊົ່ວ​ອັນ​ບໍ່​ຈິງ​ທຸກຢ່າງ​ຕໍ່ສູ້​ເຈົ້າ​ທັງຫລາຍ ເພາະ​ເຫັນ​ແກ່​ເຮົາ ພວກເຈົ້າ​ກໍ​ເປັນ​ສຸກ.


ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເລີ່ມ​ກ່າວ​ຟ້ອງ​ພຣະອົງ​ວ່າ, “ພວກເຮົາ​ຈັບ​ຄົນ​ນີ້​ໄດ້ ໃນ​ຂະນະທີ່​ກຳລັງ​ຊັກຊວນ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ກໍ່​ການ​ປັ່ນປ່ວນ ໂດຍ​ຫ້າມ​ບໍ່​ໃຫ້​ເສຍສ່ວຍ​ແກ່​ຈັກກະພັດ ແລະ​ອ້າງ​ຕົນ​ວ່າ ເປັນ​ພຣະຄຣິດ​ຄື​ກະສັດ​ຜູ້ໜຶ່ງ.”


ພໍ​ປີລາດ​ໄດ້ຍິນ​ດັ່ງນັ້ນ, ເພິ່ນ​ກໍ​ພາ​ພຣະເຢຊູເຈົ້າ​ອອກ​ມາ​ທາງ​ນອກ ເພິ່ນ​ໄດ້​ນັ່ງ​ບັນລັງ​ສານ​ຕັດສິນ​ບ່ອນ​ທີ່​ຄົນ​ເອີ້ນ​ວ່າ ລານຫີນ. (ພາສາ​ເຮັບເຣີ​ເອີ້ນ​ວ່າ, “ຄັບບາທາ.”)


ຖ້າດັ່ງນັ້ນ ເປັນຫຍັງ​ເຮົາ​ຈຶ່ງ​ບໍ່​ເຮັດ​ຊົ່ວ ເພື່ອ​ຄວາມດີ​ຈະ​ເກີດຂຶ້ນ​ຈາກ​ຄວາມຊົ່ວ​ນັ້ນ ຕາມ​ທີ່​ມີ​ບາງຄົນ​ໄດ້​ໝິ່ນປະໝາດ ແລະ​ກ່າວຫາ​ວ່າ​ເຮົາ​ໃນ​ທຳນອງນີ້​ແລ້ວ ການ​ລົງໂທດ​ຄົນ​ຢ່າງ​ນັ້ນ​ກໍ​ຍຸດຕິທຳ​ແລ້ວ.


ທັງ​ເວລາ​ທີ່​ໄດ້​ຮັບ​ກຽດ ແລະ​ທັງ​ເວລາ​ຖືກ​ລົດ​ກຽດ, ທັງ​ເວລາ​ຖືກ​ໝິ່ນປະໝາດ ແລະ​ເວລາ​ຮັບ​ຄຳ​ຊົມເຊີຍ. ພວກເຮົາ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ຫລອກລວງ, ແຕ່​ຍັງ​ເປັນ​ຄົນ​ສັດຊື່​ຢູ່;


ແຕ່​ຈົ່ງ​ຕອບ​ດ້ວຍ​ໃຈ​ສຸພາບ​ແລະ​ຢຳເກງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ປະໝາດ​ນິນທາ ຄົນ​ທີ່​ກ່າວ​ຫຍາບຊ້າ ຕໍ່​ທຳນຽມ​ຄຣິສຕຽນ​ອັນ​ດີ​ຂອງ​ພວກເຈົ້າ​ນັ້ນ ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka