Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 6:5 - ພຣະຄຳພີສັກສິ

5 ແລ້ວ​ສານບັນລັດ​ກໍ​ສົ່ງ​ຜູ້ຮັບໃຊ້​ຂອງຕົນ​ຜູ້ໜຶ່ງ​ມາ​ຫາ​ຂ້າພະເຈົ້າ​ອີກ ພ້ອມ​ຈົດໝາຍ​ສະບັບ​ທີ​ຫ້າ ຈົດໝາຍ​ສະບັບ​ນີ້​ເປັນ​ລັກສະນະ​ຈົດໝາຍ​ເປີດ​ຊອງ

Uka jalj uñjjattʼäta Copia luraña




ເນເຫມີຢາ 6:5
7 Jak'a apnaqawi uñst'ayäwi  

ພວກເຂົາ​ຍັງ​ສົ່ງ​ຈົດໝາຍ​ແບບ​ດຽວ​ກັນ​ນັ້ນ ມາ​ຫາ​ຂ້າພະເຈົ້າ​ເຖິງ​ສີ່​ເທື່ອ ແລະ​ທຸກ​ເທື່ອ​ຂ້າພະເຈົ້າ​ກໍໄດ້​ຕອບ​ພວກເຂົາ​ໄປ​ແບບເກົ່າ.


ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ເກເຊມ​ບອກ​ຂ້າພະເຈົ້າ​ເຖິງ​ຂ່າວ​ທີ່​ກຳລັງ​ຊ່າລື​ກັນ​ທົ່ວ​ໄປ ຢູ່​ໃນ​ທ່າມກາງ​ປະຊາຊົນ​ທີ່​ໃກ້ຄຽງ​ວ່າ ທ່ານ​ແລະ​ປະຊາຊົນ​ຊາວຢິວ​ມີ​ຄວາມ​ຕັ້ງໃຈ​ທີ່​ຈະ​ກໍ່​ການ​ກະບົດ​ຂຶ້ນ; ດ້ວຍເຫດນີ້ ທ່ານ​ຈຶ່ງ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່. ລາວ​ຍັງ​ໄດ້​ບອກ​ຂ້າພະເຈົ້າ​ອີກ​ວ່າ ທ່ານ​ເອງ​ຈະ​ຕັ້ງ​ຕົວ​ຂຶ້ນ​ເປັນ​ກະສັດ.


ເພື່ອ​ບໍ່​ໃຫ້​ມານຊາຕານ​ມີໄຊ​ເໜືອ​ພວກເຮົາ ເພາະວ່າ​ພວກເຮົາ​ຮູ້​ແຜນການ​ຂອງ​ມັນ​ແລ້ວ.


ຈົ່ງ​ສວມ​ຍຸດທະພັນ​ຄົບຊຸດ ຊຶ່ງ​ພຣະເຈົ້າ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຕໍ່ສູ້​ກັບ​ກົນອຸບາຍ​ຂອງ​ມານຮ້າຍ​ໄດ້.


ແລະ​ໃຊ້​ກົນອຸບາຍ​ອັນ​ຊົ່ວຊ້າ​ທຸກຢ່າງ​ຫລອກລວງ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ. ຄົນ​ເຫຼົ່ານີ້​ຈະ​ຈິບຫາຍ​ໄປ​ເພາະ​ພວກເຂົາ​ບໍ່ໄດ້​ຍອມ​ຮັບ​ຄວາມຈິງ ຊຶ່ງ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka