Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 6:4 - ພຣະຄຳພີສັກສິ

4 ພວກເຂົາ​ຍັງ​ສົ່ງ​ຈົດໝາຍ​ແບບ​ດຽວ​ກັນ​ນັ້ນ ມາ​ຫາ​ຂ້າພະເຈົ້າ​ເຖິງ​ສີ່​ເທື່ອ ແລະ​ທຸກ​ເທື່ອ​ຂ້າພະເຈົ້າ​ກໍໄດ້​ຕອບ​ພວກເຂົາ​ໄປ​ແບບເກົ່າ.

Uka jalj uñjjattʼäta Copia luraña




ເນເຫມີຢາ 6:4
10 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ຈຶ່ງ​ສົ່ງ​ຜູ້ນຳຂ່າວ​ໄປ​ບອກ​ພວກເຂົາ​ວ່າ, “ຂ້າພະເຈົ້າ​ກຳລັງ​ເຮັດ​ວຽກ​ທີ່​ສຳຄັນ ແລະ​ຂ້າພະເຈົ້າ​ໄປ​ທີ່​ນັ້ນ​ບໍ່ໄດ້. ຂ້າພະເຈົ້າ​ຈະ​ບໍ່ຍອມ​ຢຸດ​ວຽກ ພຽງແຕ່​ເພື່ອ​ໄປ​ຫາ​ພວກທ່ານ​ໄດ້​ດອກ.”


ແລ້ວ​ສານບັນລັດ​ກໍ​ສົ່ງ​ຜູ້ຮັບໃຊ້​ຂອງຕົນ​ຜູ້ໜຶ່ງ​ມາ​ຫາ​ຂ້າພະເຈົ້າ​ອີກ ພ້ອມ​ຈົດໝາຍ​ສະບັບ​ທີ​ຫ້າ ຈົດໝາຍ​ສະບັບ​ນີ້​ເປັນ​ລັກສະນະ​ຈົດໝາຍ​ເປີດ​ຊອງ


ຄົນມີ​ປັນຍາ​ຄິດ​ກ່ອນ​ຈຶ່ງ​ກ້າວ​ອອກ​ໄປ, ແຕ່​ຄົນ​ໂງ່ຈ້າ​ເຊື່ອ​ທຸກສິ່ງ​ທີ່​ຕົນ​ໄດ້ຍິນ.


ນາງ​ຫລອກລໍ້​ຊາຍ​ຄົນ​ນີ້​ໃຫ້​ຫລົງ​ສະເໜ່ ດ້ວຍ​ຄຳເວົ້າຈາ​ອັນ​ອ່ອນຫວານ​ຂອງ​ນາງ.


ແຕ່​ເພາະ​ແມ່ໝ້າຍ​ຜູ້​ນີ້​ກວນໃຈ​ເຮົາ​ຕະຫລອດ​ມາ ເຮົາ​ຈະ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ນາງ ຖ້າບໍ່​ດັ່ງນັ້ນ, ນາງ​ກໍ​ຈະ​ໝັ່ນ​ມາ​ຫາ​ເລື້ອຍໆ ແລະ​ໃນທີ່ສຸດ ເຮົາ​ກໍ​ຈະ​ລຳບາກ​ໃຈ​ຢູ່​ບໍ່​ເຊົາ.”’


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ແຕ່​ພວກເຮົາ​ບໍ່ໄດ້​ອ່ອນ​ຍອມ​ຕໍ່​ພວກເຂົາ​ແມ່ນແຕ່​ນາທີ​ດຽວ ເພື່ອ​ຈະ​ໄດ້​ຮັກສາ​ຄວາມ​ສັດຈິງ​ຂອງ​ຂ່າວປະເສີດ​ນັ້ນ ໄວ້​ສຳລັບ​ເຈົ້າ​ທັງຫລາຍ.


ຕໍ່ມາ ນາງ​ເດລີລາ​ກໍ​ເວົ້າ​ຕໍ່​ແຊມຊັນ​ອີກ​ວ່າ, “ເຈົ້າ​ຫລອກລວງ​ແລະ​ຕົວະ​ຂ້ອຍ ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ ເຂົາ​ຈະ​ມັດ​ເຈົ້າ​ໄດ້​ດ້ວຍ​ວິທີ​ໃດ?”


ດັ່ງນັ້ນ ນາງ​ເດລີລາ​ຈຶ່ງ​ເວົ້າ​ກັບ​ແຊມຊັນ​ວ່າ, “ກະລຸນາ​ບອກ​ໃຫ້​ຂ້ອຍ​ຮູ້​ແດ່​ວ່າ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ເຈົ້າ​ແຂງແຮງ​ແທ້? ຖ້າ​ຄົນໃດ​ຄົນໜຶ່ງ​ຢາກ​ມັດ​ເຈົ້າ​ແລະ​ຢາກ​ເຮັດ​ໃຫ້​ເຈົ້າ​ບໍ່​ແຂງແຮງ ເຂົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka