Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 5:8 - ພຣະຄຳພີສັກສິ

8 ແລະ​ກ່າວ​ວ່າ, “ຕາບໃດ​ທີ່​ພວກເຮົາ​ຍັງ​ເຮັດ​ໄດ້ ພວກເຮົາ​ຕ້ອງ​ຊື້​ພີ່ນ້ອງ​ຊາວຢິວ​ຂອງ​ພວກເຮົາ ທີ່​ໄດ້​ຖືກ​ຂາຍ​ໃຫ້​ແກ່​ຊາວ​ຕ່າງຊາດ​ນັ້ນ​ກັບຄືນ​ມາ. ບັດນີ້ ພວກທ່ານ​ກຳລັງ​ຂາຍ​ພີ່ນ້ອງ​ຂອງ​ພວກທ່ານ​ເອງ ພຽງແຕ່​ເພື່ອ​ພວກເຂົາ​ຈະ​ໄດ້​ຖືກ​ຂາຍ​ກັບ​ຄືນ​ມາ​ໃຫ້​ແກ່​ພວກເຮົາ.” ພວກຜູ້ນຳ​ພາກັນ​ມິດ​ຢູ່ ແລະ​ບໍ່​ຮູ້​ວ່າ​ຈະ​ຕອບ​ແນວໃດ.

Uka jalj uñjjattʼäta Copia luraña




ເນເຫມີຢາ 5:8
14 Jak'a apnaqawi uñst'ayäwi  

ແລ້ວ​ຂ້າພະເຈົ້າ​ກໍ​ເວົ້າ​ວ່າ, “ສິ່ງ​ທີ່​ພວກທ່ານ​ເຮັດ​ໄປ​ນັ້ນ​ບໍ່​ຖືກຕ້ອງ ພວກທ່ານ​ຕ້ອງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ແລ້ວ​ຄົນຕ່າງຊາດ​ທີ່​ເປັນ​ສັດຕູ​ຂອງ​ພວກເຮົາ ກໍ​ຈະ​ບໍ່ໄດ້​ຫົວ​ເຍາະເຍີ້ຍ​ພວກເຮົາ.


ໂຢບ​ເອີຍ ຄຳ​ເວົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຂົາ​ຜິດພາດ​ໄປ ພວກເຂົາ​ບໍ່ມີ​ຄຳຕອບ​ໃດໆ​ມາ​ໃຫ້​ເຈົ້າ​ອີກ​ແລ້ວ.


ຜູ້ໃດ​ກໍຕາມ​ທີ່​ລັກ​ພາ​ເອົາ​ຄົນ​ໄປ ບໍ່​ວ່າ​ຈະ​ເອົາ​ໄປ​ຂາຍ​ຕໍ່ ຫລື​ເອົາ​ໄວ້​ເປັນ​ທາດຮັບໃຊ້​ກໍຕາມ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ກະສັດ​ຈຶ່ງ​ຖາມ​ລາວ​ວ່າ, ‘ສະຫາຍ​ເອີຍ ເຫດໃດ​ເຈົ້າ​ຈຶ່ງ​ເຂົ້າ​ມາ​ທີ່​ນີ້ ໂດຍ​ບໍ່​ນຸ່ງ​ເຄື່ອງ​ສຳລັບ​ພິທີ​ງານ​ສົມຣົດ?’ ແຕ່​ຜູ້​ນັ້ນ​ບໍ່​ຕອບ​ປະການ​ໃດ​ເລີຍ.


ເພິ່ນ​ໄດ້​ມອບໝາຍ​ໃຫ້​ແຕ່ລະຄົນ​ຕາມ​ຄວາມ​ສາມາດ​ຂອງ​ໃຜ​ລາວ ຄື​ຜູ້ໜຶ່ງ​ໄດ້​ຮັບ​ເງິນ​ຫ້າ​ຕະລັນຕົນ ຜູ້ໜຶ່ງ​ໄດ້​ຮັບ​ສອງ​ຕະລັນຕົນ ແລະ​ຜູ້ໜຶ່ງ​ອີກ​ໄດ້​ຮັບ​ເງິນ​ໜຶ່ງ​ຕະລັນຕົນ ແລ້ວ​ເພິ່ນ​ກໍ​ອອກ​ເດີນທາງ​ໄປ.


ເພາະ​ທຸກຄົນ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ຂຶ້ນ​ອີກ ເພື່ອ​ວ່າ​ລາວ​ຈະ​ໄດ້​ມີ​ຢ່າງ​ເຕັມ​ບໍລິບູນ, ແຕ່​ຜູ້​ທີ່​ບໍ່ມີ​ນັ້ນ ແມ່ນແຕ່​ສິ່ງ​ທີ່​ຕົນ​ມີ​ຢູ່​ແລ້ວ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ລາວ.


ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເປັນທຸກໃຈ ເພາະ​ອາຫານ​ທີ່​ເຈົ້າ​ກິນ, ເຈົ້າ​ກໍ​ບໍ່ໄດ້​ເຮັດ​ດ້ວຍ​ຄວາມຮັກ​ເສຍ​ແລ້ວ ຢ່າ​ໃຫ້​ອາຫານ​ທີ່​ເຈົ້າ​ກິນ​ນັ້ນ ເປັນ​ເຫດ​ເຮັດ​ໃຫ້​ຄົນ​ທີ່​ພຣະຄຣິດ​ໄດ້​ສິ້ນພຣະຊົນ​ແທນ​ແລ້ວ ຕ້ອງ​ຈິບຫາຍ​ໄປ.


ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ.


ຄວາມຮູ້​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ຊຶ່ງ​ພຣະຄຣິດ​ໄດ້​ຊົງ​ສິ້ນພຣະຊົນ​ເພື່ອ​ນັ້ນ​ຕ້ອງ​ຈິບຫາຍ​ໄປ.


ເພາະວ່າ ຖ້າ​ມີ​ນໍ້າໃຈ​ພ້ອມ​ຢູ່​ແລ້ວ ພຣະເຈົ້າ​ກໍ​ຊົງ​ພໍພຣະໄທ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກຄົນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ພວກເຂົາ​ບໍ່ມີ.


ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.


ຜູ້ໃດ​ກໍຕາມ ທີ່​ລັກ​ເອົາ​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄປ​ຮັບໃຊ້​ຕົນ ຫລື​ເອົາ​ໄປ​ຂາຍ​ເປັນ​ທາດຮັບໃຊ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ໃນ​ທຳນອງນີ້​ພວກເຈົ້າ​ຈະ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka