Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 5:6 - ພຣະຄຳພີສັກສິ

6 ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ຄຳ​ຈົ່ມທຸກ​ຂອງ​ພວກເຂົາ ຂ້າພະເຈົ້າ​ກໍ​ຄຽດແຄ້ນ​ຢ່າງ​ຮ້າຍແຮງ

Uka jalj uñjjattʼäta Copia luraña




ເນເຫມີຢາ 5:6
8 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ພວກ​ຜູ້ຊາຍ​ເຫຼົ່ານັ້ນ ໂດຍ​ໄດ້​ສາບແຊ່ງ, ຕົບຕີ ແລະ​ດືງ​ຜົມ​ຂອງ​ພວກເຂົາ. ແລ້ວ​ຂ້າພະເຈົ້າ​ກໍ​ໃຫ້​ພວກເຂົາ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ​ວ່າ ພວກເຂົາ ຫລື​ລູກຫລານ​ຂອງ​ພວກເຂົາ​ຈະ​ແຕ່ງງານ​ກັບ​ຄົນຕ່າງຊາດ​ອີກ​ບໍ່ໄດ້​ຈັກເທື່ອ.


ຂ້າພະເຈົ້າ​ໂກດຮ້າຍ​ຫລາຍ ແລະ​ໂຍນ​ສິ່ງ​ທັງໝົດ​ທີ່​ເປັນ​ຂອງ​ໂຕບີຢາ​ນັ້ນ​ອອກ​ໄປ.


ແລະ​ໄດ້​ຕັດສິນໃຈ​ເຮັດ​ຢ່າງໃດ​ຢ່າງໜຶ່ງ​ລົງ​ໄປ. ຂ້າພະເຈົ້າ​ໄດ້​ປະນາມ​ພວກຜູ້ນຳ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ປະຊາຊົນ ແລະ​ບອກ​ພວກເຂົາ​ວ່າ, “ພວກທ່ານ​ພວມ​ຂົ່ມເຫັງ​ພີ່ນ້ອງ​ຂອງ​ພວກທ່ານ​ເອງ.” ຂ້າພະເຈົ້າ​ໄດ້​ເອີ້ນ​ປະຊຸມ​ເພື່ອ​ແກ້ໄຂ​ບັນຫາ​ນີ້​


ເມື່ອ​ເຫັນ​ຄົນຊົ່ວຮ້າຍ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ ຂ້ານ້ອຍ​ເອງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.


ບັນດາ​ຂ້າຣາຊການ​ທັງໝົດ​ຂອງທ່ານ​ຈະ​ມາ​ຫາ​ຂ້ານ້ອຍ ແລະ​ພາກັນ​ຂາບລົງ ແລະ​ຈະ​ຂໍຮ້ອງ​ຂ້ານ້ອຍ ໃຫ້​ນຳພາ​ປະຊາຊົນ​ຂອງ​ຂ້ານ້ອຍ​ທັງໝົດ​ນີ້​ອອກ​ໄປ​ຈາກ​ປະເທດ. ຫລັງຈາກ​ນັ້ນ​ແລ້ວ ຂ້ານ້ອຍ​ຈຶ່ງ​ຈະ​ຈາກ​ໄປ.” ແລ້ວ​ໂມເຊ​ກໍ​ຈາກ​ກະສັດ​ຟາໂຣ​ໄປ​ດ້ວຍ​ໃຈ​ໂກດຮ້າຍ​ທີ່ສຸດ.


ໂມເຊ​ໃຈຮ້າຍ​ແລະ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂໍ​ພຣະອົງ​ຢ່າ​ຮັບ​ເຄື່ອງ​ຖວາຍ​ໃດໆ ທີ່​ຄົນ​ເຫຼົ່ານີ້​ນຳ​ມາ​ເລີຍ. ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ພວກເຂົາ; ແມ່ນແຕ່​ລໍ​ໂຕໜຶ່ງ​ຂ້ານ້ອຍ​ກໍ​ບໍ່ໄດ້​ເອົາ​ມາ​ຈາກ​ພວກເຂົາ.”


ພຣະອົງ​ຫລຽວ​ເບິ່ງ​ອ້ອມຮອບ​ພວກເຂົາ​ດ້ວຍ​ຄວາມ​ເຄືອງໃຈ ພຣະອົງ​ເປັນທຸກໃຈ​ຫລາຍ ເພາະ​ພວກເຂົາ​ມີ​ໃຈແຂງ​ກະດ້າງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ຈຶ່ງ​ຢຽດ​ມື​ອອກ ແລະ ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.


ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາເວັນ​ຕົກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka