Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 5:5 - ພຣະຄຳພີສັກສິ

5 ພວກເຮົາ​ກໍ​ເປັນ​ພີ່ນ້ອງ​ຊາວຢິວ​ເຊື້ອຊາດ​ດຽວກັນ. ລູກຫລານ​ຂອງ​ພວກເຮົາ​ກໍດີ​ສໍ່າໆ​ກັບ​ລູກຫລານ​ຂອງ​ພວກເຂົາ​ບໍ່​ແມ່ນ​ບໍ? ແຕ່​ພວກເຮົາ​ຕ້ອງ​ໃຫ້​ລູກຫລານ​ເປັນ​ທາດຮັບໃຊ້. ມີ​ລູກສາວ​ຂອງ​ພວກເຮົາ​ບາງຄົນ​ໄດ້​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້​ແລ້ວ. ພວກເຮົາ​ຈຶ່ງ​ໝົດຫວັງ ເພາະ​ໄຮ່​ນາ ແລະ​ສວນອະງຸ່ນ​ຂອງ​ພວກເຮົາ​ໄດ້​ຖືກ​ຢຶດ​ໄປ​ຈົນ​ໝົດ.”

Uka jalj uñjjattʼäta Copia luraña




ເນເຫມີຢາ 5:5
10 Jak'a apnaqawi uñst'ayäwi  

ລາບານ​ກໍ​ເວົ້າ​ວ່າ, “ເຈົ້າ​ແມ່ນ​ເລືອດເນື້ອເຊື້ອໄຂ​ຂອງຂ້ອຍ​ແທ້.” ຢາໂຄບ​ອາໄສ​ຢູ່​ນຳ​ລາບານ​ໜຶ່ງ​ເດືອນ.


ຂາຍ​ລາວ​ໃຫ້​ພວກ​ອິດຊະມາເອນ​ສາ. ແລ້ວ​ພວກເຮົາ​ກໍ​ບໍ່​ຕ້ອງ​ທຳຮ້າຍ​ລາວ ເພາະ​ເຖິງ​ຢ່າງ​ໃດ​ລາວ​ກໍ​ແມ່ນ​ເລືອດເນື້ອເຊື້ອໄຂ​ອັນ​ດຽວກັນ.” ສະນັ້ນ ພວກ​ອ້າຍ​ນ້ອງ​ທຸກຄົນ​ຈຶ່ງ​ເຫັນ​ພ້ອມ​ພຽງ​ກັນ


ມີ​ແມ່ໝ້າຍ​ຜູ້ໜຶ່ງ​ທີ່​ຜົວ​ຂອງ​ນາງ​ຢູ່​ໃນ​ກຸ່ມ​ຜູ້ທຳນວາຍ​ໄດ້​ໄປ​ຫາ​ເອລີຊາ ແລະ​ຮ້ອງ​ຂໍ​ວ່າ, “ທ່ານເອີຍ ຜົວ​ຂອງ​ຂ້ານ້ອຍ​ຕາຍໄປ​ແລ້ວ ທ່ານ​ກໍ​ຮູ້​ວ່າ​ລາວ​ເປັນ​ຄົນຮັບໃຊ້​ທີ່​ຢຳເກງ​ພຣະເຈົ້າຢາເວ ແຕ່​ເຈົ້າໜີ້​ໄດ້​ມາ​ເອົາ​ລູກຊາຍ​ສອງ​ຄົນ​ຂອງ​ຂ້ານ້ອຍ​ໄປ​ເປັນ​ທາດຮັບໃຊ້ ເພື່ອ​ຈ່າຍ​ຄ່າ​ໜີ້​ທີ່​ຜົວ​ຂອງ​ຂ້ານ້ອຍ​ຕິດ​ນັ້ນ.”


ຄົນ​ຮັ່ງມີ​ປົກຄອງ​ເໜືອ​ຄົນ​ທຸກຈົນ ແລະ​ການ​ເປັນ​ໜີ້ຄົນ​ຍ່ອມ​ເຮັດ​ໃຫ້​ຕົນ​ເປັນ​ທາດຮັບໃຊ້​ໄດ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ຈົ່ງ​ແບ່ງປັນ​ອາຫານ​ໃຫ້​ແກ່​ຜູ້​ທີ່​ອຶດຫິວ ແລະ​ໃຫ້​ທີ່ພັກ​ແກ່​ຜູ້​ທີ່​ຍາກຈົນ​ຂາດ​ບ່ອນ​ພັກພາ​ອາໄສ. ຈົ່ງ​ຫາ​ເຄື່ອງນຸ່ງຫົ່ມ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ ແລະ​ຢ່າ​ລະເລີຍ​ໃນ​ການ​ຊ່ວຍເຫລືອ​ເພື່ອນມະນຸດ.


ເມື່ອ​ລາວ​ບໍ່ມີ​ສິ່ງໃດ​ເພື່ອ​ໃຊ້​ໜີ້​ຄືນ ສະນັ້ນ ກະສັດ​ຈຶ່ງ​ສັ່ງ​ໃຫ້​ຂາຍ​ຕົວ​ພ້ອມ​ທັງ​ເມຍ​ແລະ​ລູກ ຕະຫລອດ​ທັງ​ທຸກສິ່ງ​ທີ່​ລາວ​ມີ​ເພື່ອ​ເອົາ​ເງິນ​ມາ​ໃຊ້​ໜີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka