3 ຄົນອື່ນອີກເວົ້າວ່າ, “ພວກເຮົາຕ້ອງເອົາໄຮ່ນາພ້ອມທັງສວນໝາກອະງຸ່ນ ແລະເຮືອນຂອງພວກເຮົາໄປຈຳນຳ ເພື່ອຈະມີເຂົ້າກິນພໍບໍ່ໃຫ້ອຶດຕາຍ.”
ຈົ່ງຍົກໜີ້ທັງໝົດ ທີ່ພວກເຂົາກູ້ຢືມພວກທ່ານນັ້ນເສຍ ເຊັ່ນ: ເປັນເງິນ ຫລືເຂົ້າ ຫລືເຫຼົ້າອະງຸ່ນ ຫລືນໍ້າມັນໝາກກອກເທດ ແລະຈົ່ງສົ່ງໄຮ່ນາ, ສວນອະງຸ່ນ, ສວນໝາກກອກເທດ ແລະເຮືອນຂອງພວກເຂົາດຽວນີ້ສາ.”
ບາງຄົນເວົ້າວ່າ, “ພວກເຮົາມີຄອບຄົວໃຫຍ່ ຈຶ່ງຕ້ອງການເຂົ້າກິນ ເພື່ອໃຫ້ມີຊີວິດຢູ່ຕໍ່ໄປ.”
ຍັງມີຄົນອື່ນອີກເວົ້າວ່າ, “ພວກເຮົາຈຳເປັນຕ້ອງໄປຢືມເງິນ ເພື່ອມາເສຍພາສີໄຮ່ນາ ແລະສວນອະງຸ່ນໃຫ້ແກ່ກະສັດ.
ຖ້າມີພີ່ນ້ອງຊາວອິດສະຣາເອນຜູ້ໃດທີ່ຢູ່ຕາມເມືອງຕ່າງໆໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້ານັ້ນມີຄວາມຂັດສົນ ກໍຢ່າເປັນຄົນໃຈຄັບແຄບ ແລະປະຕິເສດທີ່ຈະຊ່ວຍເຫລືອພວກເຂົາ.