Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 5:12 - ພຣະຄຳພີສັກສິ

12 ພວກຜູ້ນຳ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ເວົ້າ​ມາ. ພວກເຮົາ​ຈະ​ສົ່ງ​ຊັບສິນ​ຄືນ​ໃຫ້​ພວກເຂົາ ທັງ​ຈະ​ບໍ່​ພະຍາຍາມ​ຖາມ​ເອົາ​ໜີ້ສິນ​ອີກ​ດ້ວຍ.” ຂ້າພະເຈົ້າ​ໄດ້​ເອີ້ນ​ພວກເຂົາ​ໃຫ້​ເຂົ້າ​ໄປ​ຫາ​ປະໂຣຫິດ ແລະ​ໃຫ້​ພວກຜູ້ນຳ​ສາບານ​ຕໍ່ໜ້າ​ປະໂຣຫິດ​ວ່າ ພວກເຂົາ​ຈະ​ປະຕິບັດ​ຕາມ​ຄຳສັນຍາ​ທີ່​ພວກຕົນ​ໄດ້​ເຮັດ​ນັ້ນ.

Uka jalj uñjjattʼäta Copia luraña




ເນເຫມີຢາ 5:12
15 Jak'a apnaqawi uñst'ayäwi  

ປະຊາຊົນ​ໄດ້​ຮ້ອງ​ຕອບ​ຂຶ້ນ​ວ່າ, “ພວກ​ຂ້ານ້ອຍ​ຈະ​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ທ່ານ​ເວົ້າ​ມາ.”


ສະນັ້ນ ເອຊະຣາ​ຈຶ່ງ​ເລີ່ມ​ລົງມື​ດຳເນີນການ ໂດຍ​ໃຫ້​ຫົວໜ້າ​ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ປະຊາຊົນ​ທັງໝົດ​ສາບານ​ວ່າ ພວກ​ຕົນ​ຈະ​ປະຕິບັດ​ຕາມ​ທີ່​ເຊການີຢາ​ສະເໜີ​ມາ.


ຂໍ​ຮ່ວມ​ກັບ​ບັນດາ​ຜູ້ນຳ​ຂອງ​ພວກ​ຂ້ານ້ອຍ​ໃນ​ທີ່​ນີ້ ພາຍໃຕ້​ຄຳສາບແຊ່ງ​ອັນ​ມີ​ໂທດ​ຮ້າຍແຮງ ຖ້າ​ພວກ​ຂ້ານ້ອຍ​ຝ່າຝືນ​ຂໍ້​ຕົກລົງ​ນີ້ ຂໍ​ສາບານ​ວ່າ​ພວກ​ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ວ່າ​ພວກ​ຂ້ານ້ອຍ​ຈະ​ກະທຳ​ຕາມ​ສິ່ງ​ທັງໝົດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ໄດ້​ສັ່ງ; ແລະ​ວ່າ​ພວກ​ຂ້ານ້ອຍ​ຈະ​ຢຶດຖື​ກົດບັນຍັດ ແລະ​ຂໍ້​ກຳນົດ​ຕ່າງໆ​ຂອງ​ພຣະອົງ.


ພວກ​ຂ້ານ້ອຍ​ຈະ​ບໍ່​ແຕ່ງງານ​ກັບ​ຊາວ​ຕ່າງຊາດ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນີ້.


ຖ້າ​ຄົນຕ່າງຊາດ​ນຳ​ເຂົ້າ ຫລື​ສິ່ງຂອງ​ໃດໆ ມາ​ຂາຍ​ໃຫ້​ພວກ​ຂ້ານ້ອຍ​ໃນ​ວັນ​ຊະບາໂຕ ຫລື​ໃນ​ວັນ​ສັກສິດ​ອື່ນໆ ພວກ​ຂ້ານ້ອຍ​ກໍ​ຈະ​ບໍ່​ຊື້​ນຳ​ພວກເຂົາ. ທຸກໆ​ເຈັດ​ປີ​ໃດ​ພວກ​ຂ້ານ້ອຍ​ຈະ​ບໍ່​ເຮັດ​ໄຮ່​ໄຖ​ນາ ແລະ​ຈະ​ຍົກໜີ້​ທັງໝົດ​ໃຫ້​ແກ່​ຜູ້​ທີ່​ກູ້ຢືມ.


ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ພວກ​ຜູ້ຊາຍ​ເຫຼົ່ານັ້ນ ໂດຍ​ໄດ້​ສາບແຊ່ງ, ຕົບຕີ ແລະ​ດືງ​ຜົມ​ຂອງ​ພວກເຂົາ. ແລ້ວ​ຂ້າພະເຈົ້າ​ກໍ​ໃຫ້​ພວກເຂົາ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ​ວ່າ ພວກເຂົາ ຫລື​ລູກຫລານ​ຂອງ​ພວກເຂົາ​ຈະ​ແຕ່ງງານ​ກັບ​ຄົນຕ່າງຊາດ​ອີກ​ບໍ່ໄດ້​ຈັກເທື່ອ.


ຈົ່ງ​ຍົກໜີ້​ທັງໝົດ ທີ່​ພວກເຂົາ​ກູ້ຢືມ​ພວກທ່ານ​ນັ້ນ​ເສຍ ເຊັ່ນ: ເປັນ​ເງິນ ຫລື​ເຂົ້າ ຫລື​ເຫຼົ້າ​ອະງຸ່ນ ຫລື​ນໍ້າມັນ​ໝາກກອກເທດ ແລະ​ຈົ່ງ​ສົ່ງ​ໄຮ່​ນາ, ສວນ​ອະງຸ່ນ, ສວນ​ໝາກກອກເທດ ແລະ​ເຮືອນ​ຂອງ​ພວກເຂົາ​ດຽວນີ້​ສາ.”


ແຕ່​ພຣະເຢຊູເຈົ້າ​ມິດງຽບ​ຢູ່ ແລ້ວ​ມະຫາ​ປະໂຣຫິດ​ໄດ້​ເວົ້າ​ຕໍ່​ພຣະອົງ​ອີກ​ວ່າ, “ໃນ​ນາມ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ໃຫ້​ເຈົ້າ​ສາບານ​ວ່າ, ‘ເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ.”’


ແລ້ວ​ຊັກຂ່າຍ​ກໍ​ລຸກ​ຂຶ້ນ​ເວົ້າ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ພຣະອົງເຈົ້າ ພຣະອົງເຈົ້າ​ເອີຍ, ເບິ່ງແມ! ຂ້ານ້ອຍ​ຂໍ​ມອບ​ເຂົ້າຂອງ​ທີ່​ມີ​ຢູ່ ໃຫ້​ແກ່​ຄົນ​ຍາກຈົນ​ເຄິ່ງ​ໜຶ່ງ ແລະ​ຖ້າ​ຂ້ານ້ອຍ​ໄດ້​ສໍ້ໂກງ​ຜູ້ໃດ ຂ້ານ້ອຍ​ກໍ​ຂໍ​ສົ່ງ​ຄືນ​ໃຫ້​ລາວ​ສີ່​ເທົ່າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka