10 ຂ້າພະເຈົ້າໃຫ້ປະຊາຊົນກູ້ຢືມເງິນ ແລະເຂົ້າຈາກຂ້າພະເຈົ້າໄດ້. ເໝືອນກັນກັບເພື່ອນຝູງຂອງຂ້າພະເຈົ້າ ແລະຄົນທີ່ເຮັດວຽກໃຫ້ຂ້າພະເຈົ້າ. ບັດນີ້ ຈົ່ງເລີກໜີ້ທັງໝົດຂອງພວກເຮົານັ້ນເສຍ.
ທຸກໆປີໃດ ພວກຂ້ານ້ອຍຈະບໍລິຈາກເງິນຈຳນວນຫ້າກຼາມ ສຳລັບການຮັບໃຊ້ໃນວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ.
ຈົ່ງຍົກໜີ້ທັງໝົດ ທີ່ພວກເຂົາກູ້ຢືມພວກທ່ານນັ້ນເສຍ ເຊັ່ນ: ເປັນເງິນ ຫລືເຂົ້າ ຫລືເຫຼົ້າອະງຸ່ນ ຫລືນໍ້າມັນໝາກກອກເທດ ແລະຈົ່ງສົ່ງໄຮ່ນາ, ສວນອະງຸ່ນ, ສວນໝາກກອກເທດ ແລະເຮືອນຂອງພວກເຂົາດຽວນີ້ສາ.”
ແລະໄດ້ຕັດສິນໃຈເຮັດຢ່າງໃດຢ່າງໜຶ່ງລົງໄປ. ຂ້າພະເຈົ້າໄດ້ປະນາມພວກຜູ້ນຳ ແລະບັນດາເຈົ້າໜ້າທີ່ຂອງປະຊາຊົນ ແລະບອກພວກເຂົາວ່າ, “ພວກທ່ານພວມຂົ່ມເຫັງພີ່ນ້ອງຂອງພວກທ່ານເອງ.” ຂ້າພະເຈົ້າໄດ້ເອີ້ນປະຊຸມເພື່ອແກ້ໄຂບັນຫານີ້
ແລ້ວຂ້າພະເຈົ້າກໍເວົ້າວ່າ, “ສິ່ງທີ່ພວກທ່ານເຮັດໄປນັ້ນບໍ່ຖືກຕ້ອງ ພວກທ່ານຕ້ອງຢຳເກງພຣະເຈົ້າຂອງພວກເຮົາ ແລະເຮັດໃນສິ່ງທີ່ຖືກຕ້ອງ. ແລ້ວຄົນຕ່າງຊາດທີ່ເປັນສັດຕູຂອງພວກເຮົາ ກໍຈະບໍ່ໄດ້ຫົວເຍາະເຍີ້ຍພວກເຮົາ.
ລາວໃຫ້ຄົນຢືມເງິນໂດຍບໍ່ຄິດດອກເບ້ຍ ທັງບໍ່ຮັບສິນບົນເປັນພະຍານຕໍ່ສູ້ຄົນບໍ່ມີຜິດດ້ວຍ. ຜູ້ທີ່ປະຕິບັດຕາມດັ່ງທີ່ກ່າວມານີ້ ກໍຈະໄດ້ຮັບຄວາມໝັ້ນຄົງຕະຫລອດໄປ.
ການຖືສິນອົດອາຫານແບບທີ່ເຮົາຕ້ອງການແມ່ນດັ່ງນີ້: ຄືແກ້ໂສ້ແຫ່ງການກົດຂີ່ ແລະປົດແອກແຫ່ງຄວາມບໍ່ຍຸດຕິທຳ ແລະປົດປ່ອຍຄົນທີ່ຖືກກົດຂີ່ໃຫ້ເປັນອິດສະຫລະ.
ແລະໃຫ້ຄົນຢືມເງິນໂດຍຄິດດອກເບ້ຍ. ລາວຈະມີຊີວິດຢູ່ບໍ? ບໍ່ແມ່ນດອກ ລາວຈະບໍ່ມີຊີວິດຢູ່. ລາວເຮັດແຕ່ສິ່ງທີ່ໜ້າກຽດຊັງ; ສະນັ້ນ ລາວຈະຕ້ອງຕາຍ. ລາວຈະຕ້ອງຮັບຜິດຊອບຕໍ່ການຕາຍເອົາເອງ.
ລາວບໍ່ສໍ້ໂກງຫລືບໍ່ປຸ້ນເຈົ້າເອົາຂອງຜູ້ໃດ. ລາວຄືນຂອງທີ່ລູກໜີ້ເອົາມາຈຳນຳ; ລາວລ້ຽງຄົນທີ່ອຶດຫິວ ແລະໃຫ້ເຄື່ອງນຸ່ງຫົ່ມແກ່ຄົນທີ່ຂາດເຂີນ.
ລາວໃຫ້ຄົນຢືມເງິນໂດຍບໍ່ຄິດດອກເບ້ຍ. ລາວບໍ່ຍອມປະພຶດຕົນຢ່າງບໍ່ເປັນທຳ, ແຕ່ກັບໃຫ້ຄວາມເປັນທຳແກ່ຜູ້ທີ່ເປັນຄວາມ.
ຜູ້ທີ່ນອນຄິດວາງແຜນເຮັດຊົ່ວ ຈະໄດ້ຮັບໄພພິບັດຫລາຍສໍ່າໃດນໍ ເມື່ອຮຸ່ງເຊົ້າມາ ພໍໄດ້ໂອກາດ ພວກເຂົາກໍເຮັດຊົ່ວຕາມທີ່ໄດ້ວາງແຜນໄວ້ນັ້ນ.
ເພາະເຫດທີ່ພວກເຮົາຮູ້ຈັກຢຳເກງອົງພຣະຜູ້ເປັນເຈົ້າ ພວກເຮົາຈຶ່ງຊັກຊວນຄົນທັງຫລາຍໃຫ້ເຮັດຕາມດ້ວຍ ພວກເຮົາເປັນຢ່າງໃດ ພຣະເຈົ້າກໍຊົງຮູ້ດີຢູ່ແລ້ວ ແລະພວກເຮົາກໍຫວັງວ່າ ໃຈສຳນຶກຜິດແລະຊອບຂອງພວກເຈົ້າ ກໍຄົງຮູ້ຈັກພວກເຮົາດີເໝືອນກັນ.
ດັ່ງນັ້ນ ພວກເຮົາຈຶ່ງເປັນທູດຂອງພຣະຄຣິດ ເພາະວ່າ ພຣະເຈົ້າຊົງຮຽກຮ້ອງພວກເຈົ້າໂດຍຜ່ານທາງພວກເຮົາ ພວກເຮົາຈຶ່ງຂໍຮ້ອງພວກເຈົ້າໃນນາມຂອງພຣະຄຣິດວ່າ, “ຈົ່ງຍອມໃຫ້ພຣະເຈົ້າ ເຮັດໃຫ້ພວກເຈົ້າຄືນດີກັນກັບພຣະອົງເທີ້ນ.”
ຍ້ອນວ່າ ພວກເຮົາເປັນຜູ້ທີ່ຮ່ວມງານກັບພຣະອົງ ພວກເຮົາຈຶ່ງຂໍຮ້ອງພວກເຈົ້າເໝືອນກັນວ່າ ຢ່າໃຫ້ພຣະຄຸນຊຶ່ງພວກເຈົ້າໄດ້ຮັບຈາກພຣະອົງນັ້ນ ເປັນສິ່ງໄຮ້ປະໂຫຍດ.
ການຍົກໜີ້ນັ້ນໃຫ້ປະຕິບັດດັ່ງນີ້: ທຸກຄົນທີ່ໃຫ້ພີ່ນ້ອງຊາວອິດສະຣາເອນຢືມເງິນ ຈົ່ງຍົກໜີ້ໃຫ້ເຂົາ ຢ່າພະຍາຍາມທວງໜີ້ນັ້ນຄືນ ເພາະແມ່ນພຣະເຈົ້າຢາເວເອງທີ່ໄດ້ປະກາດຍົກໜີ້ນັ້ນໃຫ້.