ເນເຫມີຢາ 5:1 - ພຣະຄຳພີສັກສິ1 ແລ້ວມີຫລາຍຄົນ ທັງຊາຍແລະຍິງໄດ້ເລີ່ມຈົ່ມຮ້າຍຕໍ່ພີ່ນ້ອງຊາວຢິວດ້ວຍກັນ. Uka jalj uñjjattʼäta |
ສວນອະງຸ່ນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ແມ່ນຊາດອິດສະຣາເອນ ແລະປະຊາຊົນຊາວຢູດາແມ່ນເບ້ຍອະງຸ່ນ ຊຶ່ງພຣະອົງໄດ້ປູກໄວ້. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ດີ, ແຕ່ພວກເຂົາມີແຕ່ປະພຶດຕົນເປັນຜູ້ຂ້າຄົນ. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ຊອບທຳ, ແຕ່ຄົນຮັບເຄາະກຳຮ້ອງຂໍຄວາມຍຸດຕິທຳ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ພວກຜູ້ປົກຄອງຊາດອິດສະຣາເອນເອີຍ ພວກເຈົ້າໄດ້ເຮັດບາບມາດົນນານແລ້ວ ຈົ່ງເຊົາເຮັດການຮຸນແຮງ ແລະການກົດຂີ່ຂອງພວກເຈົ້ານັ້ນສາ. ຈົ່ງເຮັດສິ່ງທີ່ຖືກຕ້ອງແລະຍຸດຕິທຳ. ຈົ່ງເຊົາຂັບໄລ່ປະຊາຊົນຂອງເຮົາ ໃຫ້ໜີຈາກດິນແດນທີ່ເປັນກຳມະສິດຂອງພວກເຂົາສາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.