Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 4:9 - ພຣະຄຳພີສັກສິ

9 ແຕ່​ພວກເຮົາ​ພາກັນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ທັງ​ຈັດຄົນ​ເຝົ້າຍາມ​ຕະຫລອດ​ທັງ​ກາງເວັນ​ແລະ​ກາງຄືນ.

Uka jalj uñjjattʼäta Copia luraña




ເນເຫມີຢາ 4:9
15 Jak'a apnaqawi uñst'ayäwi  

ຊາຍ​ນັ້ນ​ເວົ້າ​ວ່າ, “ຊື່​ຂອງ​ເຈົ້າ​ຈະ​ບໍ່ແມ່ນ​ຢາໂຄບ​ອີກ​ຕໍ່ໄປ. ເຈົ້າ​ໄດ້​ຕໍ່ສູ້​ກັບ​ພຣະເຈົ້າ ແລະ​ມະນຸດ ແລະ​ເຈົ້າ​ຊະນະ; ສະນັ້ນ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດສະຣາເອນ.”


ຊາວ​ຢູດາ​ມັກ​ຮ້ອງເພງ​ບົດໜຶ່ງ​ຊຶ່ງ​ມີ​ຖ້ອຍຄຳ​ດັ່ງນີ້: “ເຫື່ອແຮງ​ພວກເຮົາ​ເກືອບ​ຈະ​ໝົດສິ້ນໄປ ຍ້ອນ​ພາລະໜັກ​ທີ່​ພວກເຮົາ​ພວມ​ແບກ ຫີນ​ແຕກ​ຫາມ​ໄປ​ຖິ້ມ​ມີ​ຫລາຍ​ເຫລືອລົ້ນ ວັນ​ນີ້​ພວກເຮົາ​ຈະ​ສ້າງ​ກຳແພງ​ເມືອງ​ໄດ້​ຢ່າງໃດ?”


ສັດຕູ​ຂອງ​ພວກເຮົາ​ຄິດ​ວ່າ ພວກເຮົາ​ບໍ່​ອາດ​ເຫັນ​ພວກເຂົາ​ໄດ້ ຫລື​ບໍ່​ຮູ້​ວ່າ​ສິ່ງໃດ​ທີ່​ກຳລັງ​ເກີດຂຶ້ນ ຈົນກວ່າ​ພວກເຂົາ​ເຂົ້າ​ມາ​ຫາ ເພື່ອ​ຈະ​ຂ້າ​ພວກເຮົາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພວກເຮົາ​ຢຸດ​ສະງັກ.


ພຣະອົງ​ຂັດຂວາງ​ແຜນການ​ຊົ່ວ ຂອງ​ຄົນ​ສະຫລາດ​ແກມໂກງ ແລະ​ດັກຈັບ​ຄົນ​ທີ່​ຫລັກແຫລມ ຕາມ​ກົນອຸບາຍ​ຂອງ​ເຂົາເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ເຮັດ​ໃຫ້​ສຳເລັດຜົນ; ເຖິງ​ແມ່ນ​ກາງເວັນ ພວກເຂົາ​ກໍ​ງົມ​ຢູ່​ໃນ​ຄວາມມືດ.


ພຣະເຈົ້າຢາເວ​ມ້າງ​ຈຸດປະສົງ​ຊົນຊາດ​ທັງຫລາຍ ພຣະອົງ​ກີດກັ້ນ​ພວກເຂົາ​ບໍ່​ໃຫ້​ວາງແຜນ​ອອກ​ໄດ້.


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ຕາ​ຂອງ​ພຣະເຈົ້າຢາເວ​ເຝົ້າ​ຮັກສາ​ຄວາມຮູ້​ໄວ້, ແຕ່​ຈະ​ບໍ່​ເຫັນດີ​ນຳ​ຄຳເວົ້າ​ຂອງ​ຄົນ​ຂີ້ຕົວະ.


ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ ຈິດໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນແຮງ.”


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ, ເພື່ອ​ວ່າ ພວກເຈົ້າ​ຈະ​ມີ​ກຳລັງ​ພົ້ນ​ຈາກ​ເຫດການ​ທຸກຢ່າງ ທີ່​ໃກ້​ຈະ​ເກີດຂຶ້ນ​ນັ້ນ ແລະ​ຢືນ​ຢູ່​ຕໍ່ໜ້າ​ບຸດ​ມະນຸດ​ໄດ້.”


ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka