Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 4:5 - ພຣະຄຳພີສັກສິ

5 ຂໍ​ຢ່າ​ໄດ້​ຍົກໂທດ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ຂໍ​ຢ່າ​ລືມ​ການບາບ​ຂອງ​ພວກເຂົາ; ເພາະ​ພວກເຂົາ​ໄດ້​ໝິ່ນປະໝາດ​ພວກ​ຂ້ານ້ອຍ ຜູ້​ທີ່​ກຳລັງ​ສ້າງ​ເມືອງ​ນີ້​ຂຶ້ນ​ໃໝ່.”

Uka jalj uñjjattʼäta Copia luraña




ເນເຫມີຢາ 4:5
14 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ໄປ​ໂຈມຕີ​ເພິ່ນ​ໃນ​ຂະນະທີ່​ເພິ່ນ​ອິດເມື່ອຍ ແລະ​ທໍ້ຖອຍ​ກຳລັງໃຈ. ເພິ່ນ​ຈະ​ຕື່ນ​ຕົກໃຈ ແລະ​ພວກ​ທະຫານ​ຂອງ​ເພິ່ນ​ກໍ​ຈະ​ແລ່ນ​ປົບໜີໄປ. ຂ້ານ້ອຍ​ຈະ​ຂ້າ​ແຕ່​ກະສັດ​ເທົ່ານັ້ນ


ສະນັ້ນ ພວກເຮົາ​ຈຶ່ງ​ສ້າງ​ກຳແພງ​ເມືອງ​ຕໍ່ໄປ ແລະ​ບໍ່​ທັນ​ເທົ່າໃດ​ກຳແພງ​ເມືອງ​ກໍ​ສູງ​ຂຶ້ນ​ໄດ້​ຕັ້ງ​ເຄິ່ງ​ໜຶ່ງ ຍ້ອນ​ວ່າ​ປະຊາຊົນ​ພາກັນ​ຮ້ອນຮົນ​ເຮັດ​ວຽກ.


ຂໍ​ໃຫ້​ພຣະເຈົ້າຢາເວ​ຈົດຈຳ​ຄວາມຊົ່ວ​ປູ່ຍ່າຕາຍາຍ​ຂອງ​ເຂົາ ຢ່າ​ອະໄພ​ການບາບ​ຂອງ​ແມ່​ເຂົາ​ຈັກເທື່ອ.


ຂ້າແດ່​ພຣະເຈົ້າ ໂຜດ​ເມດຕາ​ດ້ວຍ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ. ເພາະ​ຄວາມ​ເມດຕາ​ອັນ​ໃຫຍ່​ຍິ່ງ​ຂອງ​ພຣະອົງ ໂຜດ​ປັດ​ການບາບ​ຂອງ​ຂ້ານ້ອຍ​ຖິ້ມ​ດ້ວຍ


ຂໍ​ຊົງ​ໂຜດ​ອັດ​ໜ້າ​ແລະ​ຢ່າ​ເບິ່ງ​ການບາບ​ຂອງ​ຂ້ານ້ອຍ ໂຜດ​ລຶບ​ການຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ​ເຖີດ.


ທຸກຄົນ​ຈະ​ຖືກ​ລົດກຽດ​ແລະ​ຖືກ​ອັບອາຍ​ຂາຍໜ້າ, ຂໍ​ຢ່າ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ.


ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.


ເຮົາ​ປັດ​ການບາບ​ຂອງ​ເຈົ້າ​ດັ່ງ​ເມກ​ຫາຍໄປ ຈົ່ງ​ກັບ​ມາ ເພາະ​ເຮົາ​ຜູ້ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້.”


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້​ແຜນການ​ຂອງ​ພວກເຂົາ​ທັງໝົດ ທີ່​ຈະ​ສັງຫານ​ຂ້ານ້ອຍ. ຂໍ​ຢ່າ​ອະໄພ​ຄວາມຜິດ ແລະ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ. ຈົ່ງ​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ຢ່າງ​ພ່າຍແພ້ ແລະ​ຈັດການ​ກັບ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ສາ​ເຖີດ.”


ໂຜດ​ປະນາມ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ແດ່ ໂຜດ​ລົງໂທດ​ພວກເຂົາ​ດັ່ງ​ທີ່​ໄດ້​ລົງໂທດ​ຂ້ານ້ອຍ​ນັ້ນ ຍ້ອນ​ການບາບ​ທີ່​ຂ້ານ້ອຍ​ໄດ້​ກະທຳ​ມາ ຈຶ່ງ​ທຸກຮ້ອນ​ຫລາຍ​ທັງ​ຄໍ່າຄວນ​ຢ່າງ​ເຈັບປວດ.”


ອາເລັກຊັນເດີ​ຊ່າງ​ທອງແດງ​ນັ້ນ ໄດ້​ເຮັດ​ຮ້າຍ​ຕໍ່​ເຮົາ​ຫລາຍ​ຢ່າງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ຕອບແທນ​ໃຫ້​ສົມກັບ​ການ​ທີ່​ລາວ​ເຮັດ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka