Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 4:4 - ພຣະຄຳພີສັກສິ

4 ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ໂຜດ​ຟັງ​ຖ້ອຍຄຳ​ທີ່​ພວກເຂົາ​ເວົ້າ​ດູໝິ່ນ​ຂ້ານ້ອຍ​ແດ່ທ້ອນ. ຂໍ​ໃຫ້​ຄຳ​ເຍາະເຍີ້ຍ​ນັ້ນ​ຕົກ​ຖືກ​ພວກເຂົາ​ເອງ. ຂໍ​ໃຫ້​ທຸກໆ​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ຖືກ​ປຸ້ນ​ໄປ​ຈົນ​ໝົດສິ້ນ ແລະ​ໃຫ້​ພວກເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ດ້ວຍ.

Uka jalj uñjjattʼäta Copia luraña




ເນເຫມີຢາ 4:4
7 Jak'a apnaqawi uñst'ayäwi  

ແລ້ວ​ຂ້າພະເຈົ້າ​ກໍ​ເວົ້າ​ວ່າ, “ສິ່ງ​ທີ່​ພວກທ່ານ​ເຮັດ​ໄປ​ນັ້ນ​ບໍ່​ຖືກຕ້ອງ ພວກທ່ານ​ຕ້ອງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ແລ້ວ​ຄົນຕ່າງຊາດ​ທີ່​ເປັນ​ສັດຕູ​ຂອງ​ພວກເຮົາ ກໍ​ຈະ​ບໍ່ໄດ້​ຫົວ​ເຍາະເຍີ້ຍ​ພວກເຮົາ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ແກ້ແຄ້ນ​ຊົນຊາດ​ອື່ນ​ເຈັດ​ຄັ້ງ ຍ້ອນ​ການ​ດູໝິ່ນ​ນິນທາ​ທີ່​ພວກເຂົາ​ເຮັດ​ຕໍ່​ພຣະອົງ​ນັ້ນ.


ພຣະອົງ​ຊົງ​ຕໍ່ສູ້​ຜູ້​ທີ່​ອວດ​ວ່າ​ຕົນ​ດີ, ແຕ່​ພຣະອົງ​ຊົງ​ໃຫ້​ຄວາມ​ເມດຕາ​ແກ່​ຜູ້​ທີ່​ຖ່ອມຕົວ.


ໂຜດ​ປະນາມ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ແດ່ ໂຜດ​ລົງໂທດ​ພວກເຂົາ​ດັ່ງ​ທີ່​ໄດ້​ລົງໂທດ​ຂ້ານ້ອຍ​ນັ້ນ ຍ້ອນ​ການບາບ​ທີ່​ຂ້ານ້ອຍ​ໄດ້​ກະທຳ​ມາ ຈຶ່ງ​ທຸກຮ້ອນ​ຫລາຍ​ທັງ​ຄໍ່າຄວນ​ຢ່າງ​ເຈັບປວດ.”


ແຕ່​ເອຟຣາອິມ​ໄດ້​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ຢ່າງ​ຂົມຂື່ນ; ພວກເຂົາ​ສົມຄວນ​ຕາຍ ຍ້ອນ​ການ​ປະພຶດ​ຊົ່ວ​ນັ້ນ. ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ພວກເຂົາ ທີ່​ໄດ້​ເຮັດ​ໃຫ້​ພຣະອົງ​ຕ້ອງ​ອັບອາຍ​ຂາຍໜ້າ.


ດາວິດ​ຈຶ່ງ​ຖາມ​ພວກ​ທີ່​ຢູ່​ໃກ້​ກັບ​ລາວ​ນັ້ນ​ວ່າ, “ຜູ້​ທີ່​ຂ້າ​ຄົນ​ຟີລິດສະຕິນ​ຜູ້​ນີ້​ໄດ້ ແລະ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ໝິ່ນປະໝາດ​ນີ້​ຈະ​ໄດ້​ຫຍັງ? ຄົນ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ ທີ່​ກຳລັງ​ເວົ້າ​ທ້າທາຍ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ນັ້ນ​ແມ່ນ​ຜູ້ໃດ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka