3 ໂຕບີຢາຊາວອຳໂມນຜູ້ທີ່ຢືນຢູ່ໃກ້ກັບລາວໃນທີ່ນັ້ນເວົ້າຂຶ້ນວ່າ, “ພວກເຂົາສ້າງກຳແພງຂຶ້ນແບບໃດກັນ? ແມ່ນແຕ່ໝາແລ່ນຕຳກໍຍັງຊິລົ້ມ.”
ຈາກນັ້ນ ກະສັດເບັນຮາດາດຈຶ່ງໄດ້ສົ່ງຂ່າວມາເຖິງກະສັດອາຮາບວ່າ, “ເຮົາຈະນຳທະຫານມາໃຫ້ຫລາຍພໍ ເພື່ອຈັບເອົາກ້ອນຫີນຄົນລະກ້ອນ ແລະທຳລາຍເມືອງຂອງທ່ານ. ຖ້າເຮົາບໍ່ເຮັດຕາມທີ່ໄດ້ເວົ້ານັ້ນ ກໍຂໍພະທັງຫລາຍລົງໂທດເຮົາໃຫ້ເຖິງຕາຍ.”
ເພິ່ນສັ່ງວ່າ, “ໃຫ້ພວກເຈົ້າຈັບພວກເຂົາທັງເປັນ ບໍ່ວ່າພວກເຂົາມາສູ້ຮົບ ຫລືມາເຈລະຈາສັນຕິພາບກໍຕາມ.”
ຂ້າພະເຈົ້າຂໍທ້າທາຍກັບທ່ານໃນນາມຂອງຈັກກະພັດ. ຂ້າພະເຈົ້າຈະເອົາມ້າສອງພັນໂຕ ໃຫ້ທ່ານ ຖ້າທ່ານຊອກຫາຄົນຂີ່ໄດ້ຫລາຍເທົ່າກັບຈຳນວນມ້າ!
ແຕ່ສານບັນລັດຊາວໂຮໂຣນ ແລະໂຕບີຢາຂ້າຣາຊການຄົນໜຶ່ງຂອງແຂວງອຳໂມນ ໄດ້ຍິນຂ່າວວ່າ, ມີບາງຄົນມາເຮັດວຽກເພື່ອຫາຄວາມສຸກສະບາຍໃຫ້ຊາວອິດສະຣາເອນ; ສະນັ້ນ ພວກເຂົາຈຶ່ງບໍ່ພໍໃຈຢ່າງຍິ່ງ.
ເມື່ອສານບັນລັດຊາວໂຮໂຣນ, ໂຕບີຢາຊາວອຳໂມນ ແລະເກເຊມຊາວອາຣັບໄດ້ຍິນສິ່ງທີ່ພວກເຮົາກຳລັງວາງແຜນຈະກະທຳນັ້ນ ພວກເຂົາຕ່າງກໍຫົວເຍາະເຍີ້ຍພວກເຮົາ ແລະເວົ້າວ່າ, “ພວກເຈົ້າກຳລັງຄິດຈະເຮັດຫຍັງກັນ? ພວກເຈົ້າກຳລັງຈະກະບົດຕໍ່ກະສັດຊັ້ນບໍ?”
ສານບັນລັດ, ໂຕບີຢາ, ເກເຊມຊາວອາຣັບ ແລະເຫຼົ່າສັດຕູອື່ນໆຮູ້ຂ່າວວ່າ ພວກເຮົາໄດ້ສ້າງກຳແພງເມືອງສຳເລັດແລ້ວ ແລະບໍ່ມີປ່ອງບໍ່ມີຮູເຫຼືອຢູ່ເລີຍ; ເຖິງແມ່ນວ່າພວກເຮົາຍັງບໍ່ທັນໄດ້ຕັ້ງປະຕູຂຶ້ນຕາມວົງຂອງມັນກໍຕາມ.
ກໍຍ້ອນພູເຂົາຊີໂອນຕັ້ງຢູ່ເປົ່າປ່ຽວວ່າງຄົນ ແລະເປັນບ່ອນພັກເຊົາຂອງພວກໝາປ່າ.
ຢ່ານັບຊາວອຳໂມນຫລືຊາວໂມອາບ ຫລືລູກຫລານຂອງພວກເຂົາເຖິງສິບຊົ່ວເຊັ່ນຄົນ ເຂົ້າເປັນປະຊາຊົນຂອງພຣະເຈົ້າຢາເວ.