Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 4:23 - ພຣະຄຳພີສັກສິ

23 ຂ້າພະເຈົ້າ​ບໍ່ໄດ້​ຖອດ​ເຄື່ອງນຸ່ງ​ອອກ​ແມ່ນແຕ່​ຍາມ​ກາງຄືນ ບໍ່​ວ່າ​ແຕ່​ໝູ່ເພື່ອນ, ຄົນ​ຮັບໃຊ້ ແລະ​ຜູ້​ປ້ອງກັນ​ຕົວ​ຂອງ​ຂ້າພະເຈົ້າ. ພວກເຮົາ​ທຸກຄົນ​ຖື​ອາວຸດ​ຢູ່​ໃນ​ມື​ສະເໝີ.

Uka jalj uñjjattʼäta Copia luraña




ເນເຫມີຢາ 4:23
8 Jak'a apnaqawi uñst'ayäwi  

ໃນ​ເວລານັ້ນ ຂ້າພະເຈົ້າ​ໄດ້​ບອກ​ຜູ້​ຮັບຜິດຊອບ​ວຽກງານ​ວ່າ, “ພວກເຈົ້າ​ກັບ​ຜູ້​ຊ່ວຍ​ວຽກ​ທຸກຄົນ​ຕ້ອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຕອນ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຝົ້າຍາມ​ເມືອງ​ທັງ​ກາງຄືນ ແລະ​ທັງ​ກາງເວັນ ໃນ​ຍາມ​ເຮັດ​ວຽກ​ດ້ວຍ.”


ແລ້ວ​ມີ​ຫລາຍ​ຄົນ ທັງ​ຊາຍ​ແລະ​ຍິງ​ໄດ້​ເລີ່ມ​ຈົ່ມຮ້າຍ​ຕໍ່​ພີ່ນ້ອງ​ຊາວຢິວ​ດ້ວຍກັນ.


ຂ້າພະເຈົ້າ​ໄດ້​ທຸ້ມເທ​ເຫື່ອແຮງ​ທັງໝົດ​ຂອງ​ຂ້າພະເຈົ້າ ໃສ່​ໃນ​ການ​ກໍ່ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ບໍ່​ຢາກ​ໄດ້​ຊັບສິນ​ໃດໆ​ເລີຍ. ທຸກຄົນ​ທີ່​ເຮັດ​ວຽກ​ໃຫ້​ຂ້າພະເຈົ້າ ກໍ​ຮ່ວມ​ໃນ​ການ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່.


ຂ້າພະເຈົ້າ​ໄດ້​ມອບໝາຍ​ໃຫ້​ສອງ​ຄົນ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການປົກຄອງ​ນະຄອນ​ເຢຣູຊາເລັມ​ຄື: ຮານານີ​ນ້ອງຊາຍ​ຂອງ​ຂ້າພະເຈົ້າ ແລະ​ຮານານີຢາ​ຜູ້​ບັນຊາການ​ປ້ອມ​ຂອງ​ເມືອງ. ຮານານີຢາ​ເປັນ​ຄົນ​ທີ່​ໄວ້ວາງໃຈ​ໄດ້ ແລະ​ຢຳເກງ​ພຣະເຈົ້າ​ຢ່າງ​ບໍ່ມີ​ຜູ້ໃດ​ທໍ່.


ຫລື​ບໍ່​ກັກກັ້ນ​ທາງເດີນ​ຂອງ​ກັນແລະກັນ ໄຕ່​ບຸກ​ຜ່ານ​ແນວ​ປ້ອງກັນ​ໂດຍ​ບໍ່ມີ​ຜູ້ໃດ​ຢຸດຢັ້ງ​ໄດ້.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ​ພຣະຄຸນ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ແກ່​ເຮົາ​ນັ້ນ ກໍ​ບໍ່ໄດ້​ໄຮ້​ປະໂຫຍດ, ກົງກັນຂ້າມ ເຮົາ​ໄດ້​ເຮັດ​ການ​ຢ່າງ​ໜັກໜ່ວງ​ຫຼາຍກວ່າ​ບັນດາ​ອັກຄະສາວົກ​ຄົນອື່ນໆ ຕາມ​ທີ່​ຈິງ​ແລ້ວ​ບໍ່ແມ່ນ​ເຮົາ​ເອງ​ເຮັດ ແຕ່​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ທີ່​ເຮັດ.


ຈົ່ງ​ຟັງແມ ຢູ່​ອ້ອມແອ້ມ​ນໍ້າສ້າງ​ພຸ້ນ ມີ​ສຽງ​ໂຮຮ້ອງ​ອັນ​ຍິ່ງໃຫຍ່ ບອກ​ເຖິງ​ໄຊຊະນະ​ຂອງ​ພຣະເຈົ້າຢາເວ ຄື​ໄຊຊະນະ​ຂອງ​ຊົນຊາດ​ອິດສະຣາເອນ. ແລ້ວ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ກໍ​ຕຽມ​ອອກ​ເດີນທາງ ຍົກທັບ​ຂອງ​ພວກເຂົາ​ລົງ​ມາ​ຈາກ ເມືອງຕ່າງໆ​ຂອງ​ພວກເຂົາ​ພຸ້ນ.


ສະນັ້ນ ເພິ່ນ​ຈຶ່ງ​ນຳ​ຄົນ​ຂອງຕົນ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊານໂມນ. ໃນ​ທີ່ນັ້ນ​ເພິ່ນ​ໄດ້​ໃຊ້​ຂວານ​ຕັດ​ເອົາ​ງ່າໄມ້​ແບກ​ມາ ແລະ​ບອກ​ຄົນ​ຂອງ​ເພິ່ນ​ປະຕິບັດ​ເຊັ່ນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka