ເນເຫມີຢາ 4:2 - ພຣະຄຳພີສັກສິ2 ລາວເວົ້າຕໍ່ໜ້າໝູ່ເພື່ອນ ແລະທະຫານຊາວຊາມາເຣຍວ່າ, “ຊາວຢິວທີ່ໜ້າສົມເພດເວດທະນາພວກນີ້ ຄິດຢ່າງໃດຈຶ່ງເຮັດເຊັ່ນນີ້? ພວກເຂົາຕັ້ງໃຈຈະສ້າງເມືອງຂຶ້ນໃໝ່ຊັ້ນບໍ? ພວກເຂົາຄິດວ່າ ການນຳເຄື່ອງມາເຜົາບູຊານັ້ນ ຈະພາໃຫ້ພວກເຂົາເຮັດວຽກແລ້ວໃນມື້ດຽວຊັ້ນບໍ? ພວກເຂົາຈະເອົາເສດຫີນກຳແພງແຕກກໍ່ສ້າງຂຶ້ນໃໝ່ໄດ້ຊັ້ນບໍ?” Uka jalj uñjjattʼäta |
“ເມື່ອເຈົ້າເຮເຊກີຢາເປັນກະສັດແຫ່ງຢູດາຍນັ້ນ ຜູ້ທຳນວາຍມີກາແຫ່ງໂມເຣເຊັດໄດ້ບອກປະຊາຊົນທຸກຄົນວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້: ‘ພູເຂົາຊີໂອນເອີຍ ເຈົ້າຈະຖືກໄຖດັ່ງໄຖນາ ນະຄອນເຢຣູຊາເລັມຈະເປັນກອງສິ່ງເພພັງຮົກຮ້າງ ສ່ວນເທິງເນີນພູບ່ອນທີ່ຕັ້ງວິຫານ ກໍຈະກາຍເປັນປ່າດົງພົງໄພຈົນສິ້ນ.’
ອັນນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ແລະເຂົ້າໃຈ: ນັບຕັ້ງແຕ່ເວລາອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງພຣະເຈົ້າເລືອກເອົາຜູ້ນຳຂຶ້ນມາ ເຈັດອາທິດແລະຫົກສິບສອງອາທິດ ນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ຢ່າງເຂັ້ມແຂງພ້ອມດ້ວຍຖະໜົນຫົນທາງ ແລະປ້ອມປ້ອງກັນເມືອງ, ແຕ່ມັນຈະເປັນເວລາແຫ່ງຄວາມລຳບາກ.