Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 4:16 - ພຣະຄຳພີສັກສິ

16 ຕັ້ງແຕ່​ນັ້ນ​ມາ ປະຊາຊົນ​ຂອງ​ຂ້າພະເຈົ້າ​ເຄິ່ງ​ໜຶ່ງ​ກໍ​ພາກັນ​ເຮັດ​ວຽກ ແລະ​ອີກ​ເຄິ່ງ​ໜຶ່ງ​ພາກັນ​ຢືນ​ຍາມ​ໂດຍ​ໃສ່​ເຄື່ອງນຸ່ງ​ຫຸ້ມເກາະ ແລະ​ມີ​ອາວຸດ​ຄົບມື​ດ້ວຍ ເຊັ່ນ: ຫອກ, ໂລ້ ແລະ​ໜ້າທະນູ;

Uka jalj uñjjattʼäta Copia luraña




ເນເຫມີຢາ 4:16
8 Jak'a apnaqawi uñst'ayäwi  

ເມື່ອ​ສັດຕູ​ຮູ້​ວ່າ​ພວກເຮົາ​ຮູ້ຈັກ​ແຜນການ​ຂອງ​ພວກເຂົາ​ແລ້ວ ພວກເຂົາ​ຈຶ່ງ​ຮັບຮູ້​ວ່າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ແຜນການ​ຂອງ​ພວກເຂົາ​ຫລົ້ມເຫລວ. ແລ້ວ​ພວກເຮົາ​ທັງໝົດ​ກໍ​ກັບຄືນ​ມາ​ສ້າງ​ກຳແພງ​ຂຶ້ນ​ໃໝ່​ຕໍ່.


ແລະ​ພວກ​ຜູ້ນຳ​ກໍ​ສະໜັບສະໜູນ​ປະຊາຊົນ​ທີ່​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່​ນັ້ນ​ຢ່າງ​ເຕັມ​ກຳລັງ. ແມ່ນແຕ່​ຜູ້​ທີ່​ຫາມ​ວັດຖຸ​ກໍ່ສ້າງ​ກໍ​ໃຊ້​ມື​ໜຶ່ງ​ເຮັດ​ວຽກ ແລະ​ອີກ​ມື​ໜຶ່ງ​ຖື​ອາວຸດ


ຂ້າພະເຈົ້າ​ບໍ່ໄດ້​ຖອດ​ເຄື່ອງນຸ່ງ​ອອກ​ແມ່ນແຕ່​ຍາມ​ກາງຄືນ ບໍ່​ວ່າ​ແຕ່​ໝູ່ເພື່ອນ, ຄົນ​ຮັບໃຊ້ ແລະ​ຜູ້​ປ້ອງກັນ​ຕົວ​ຂອງ​ຂ້າພະເຈົ້າ. ພວກເຮົາ​ທຸກຄົນ​ຖື​ອາວຸດ​ຢູ່​ໃນ​ມື​ສະເໝີ.


ຂ້ານ້ອຍ​ຈະ​ເຫັນ​ພ້ອມ​ກັບ​ຄົນ​ສັດຊື່​ຕໍ່​ພຣະອົງ ແລະ​ຈະ​ໃຫ້​ພວກເຂົາ​ອາໄສ​ຢູ່​ກັບ​ຂ້ານ້ອຍ. ຄົນ​ທີ່​ດຳເນີນ​ຊີວິດ​ຢ່າງ​ສັດຊື່​ແທ້ຈິງ ກໍ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ຮັບໃຊ້​ຂ້ານ້ອຍ​ໄດ້.


ຈົ່ງ​ຫຍິບ​ເປັນ​ເສື້ອ​ຄໍສຸບ​ທັງ​ລຽບ​ຕາມ​ຄໍ. ເສື້ອ​ນີ້​ໃຫ້​ແນບ​ດ້ວຍ​ຜ້າ​ໜາ​ເພື່ອ​ບໍ່​ໃຫ້​ຂາດ​ງ່າຍ.


ທຸກຄົນ​ສາມາດ​ໃຊ້​ດາບ​ຢ່າງ​ຊຳນິ​ຊຳນານ ເປັນ​ນັກຮົບ​ຜ່ານ​ເສິກ​ມາ​ຢ່າງ​ຊຸກຊົນ​ທັງນັ້ນ. ແຕ່ລະຄົນ​ໃນ​ພວກ​ເຂົາເຈົ້າ​ຕ່າງ​ກໍ​ຖື​ດາບ​ໃນ​ມື ຕຽມພ້ອມ​ປະເຊີນ​ການ​ໂຈມຕີ​ໃນ​ກາງຄືນ​ໄດ້.


ມັດ​ອານ​ໃສ່​ຫລັງ​ມ້າ​ແລະ​ກະໂດດ​ຂຶ້ນ​ຂີ່​ໄປ ເຂົ້າ​ປະຈຳ​ທີ່​ທັງ​ສຸບ​ໝວກເຫລັກ​ໃສ່​ຫົວ​ພວກເຈົ້າ ຝົນ​ຫອກ​ຂອງ​ພວກເຈົ້າ​ໃຫ້​ແຫລມຄົມ ໃສ່​ເຄື່ອງ​ຫຸ້ມເກາະ​ປ້ອງກັນ​ຕົວ​ໃຫ້​ດີ​ໄວ້.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka