12 ແຕ່ຊາວຢິວທີ່ຢູ່ນຳພວກສັດຕູກໍມາເຕືອນພວກເຮົາທຸກໄລຍະ ເຖິງແຜນການທີ່ພວກເຂົາກຳລັງວາງຕໍ່ສູ້ພວກເຮົາ.
ແມ່ນແບບນີ້ແຫຼະ ທີ່ຂ້ອຍໄດ້ອາໄສຢູ່ນຳເຈົ້າເປັນເວລາສິບສີ່ປີ ເພື່ອຈະໄດ້ລູກສາວຂອງເຈົ້າສອງຄົນມາເປັນເມຍ ແລະອີກຫົກປີເພື່ອມີຝູງສັດເປັນຂອງຕົນເອງ, ແຕ່ເຖິງປານນັ້ນ ເຈົ້າຍັງປ່ຽນຄ່າຈ້າງຂອງຂ້ອຍເຖິງສິບເທື່ອ.
ນອກນີ້ເພິ່ນຍັງໂກງອ້າຍ ແລະປ່ຽນຄ່າຈ້າງຂອງອ້າຍເຖິງສິບເທື່ອ. ແຕ່ພຣະເຈົ້າບໍ່ອະນຸຍາດໃຫ້ເພິ່ນທຳຮ້າຍອ້າຍແຕ່ຢ່າງໃດ.
ສັດຕູຂອງພວກເຮົາຄິດວ່າ ພວກເຮົາບໍ່ອາດເຫັນພວກເຂົາໄດ້ ຫລືບໍ່ຮູ້ວ່າສິ່ງໃດທີ່ກຳລັງເກີດຂຶ້ນ ຈົນກວ່າພວກເຂົາເຂົ້າມາຫາ ເພື່ອຈະຂ້າພວກເຮົາ ແລະເຮັດໃຫ້ວຽກງານຂອງພວກເຮົາຢຸດສະງັກ.
ສະນັ້ນ ຂ້າພະເຈົ້າຈຶ່ງເອົາຫອກ, ດາບ ແລະໜ້າທະນູໃຫ້ປະຊາຊົນ ພ້ອມທັງໃຫ້ພວກເຂົາເຂົ້າປະຈຳໜ້າທີ່ຢູ່ທາງເບື້ອງຫລັງຂອງກຳແພງເມືອງເປັນຕະກຸນ ໃນທຸກບ່ອນທີ່ຍັງສ້າງບໍ່ທັນແລ້ວ.
ພວກເຈົ້າໝິ່ນປະໝາດຂ້ອຍຊໍ້າຕື່ມຢ່າງເຖິງໃຈ ແລະບໍ່ອັບອາຍຕໍ່ສິ່ງທີ່ພວກເຈົ້າໄດ້ກ່າວຮ້າຍນັ້ນ.
ບໍ່ວ່າບັນຫາຫລືຄຳຖາມໃດໆທີ່ກະສັດຍົກຂຶ້ນມາ ສີ່ຄົນນີ້ກໍຮູ້ດີກວ່າພວກໝໍມໍໃນອານາຈັກຂອງເພິ່ນເຖິງສິບເທົ່າ.
ບໍ່ມີໃຜຈັກຄົນໃນຈຳນວນຄົນເຫຼົ່ານີ້ ທີ່ໄດ້ເຫັນສະຫງ່າຣາສີຂອງເຮົາ ແລະການອັດສະຈັນແລະໝາຍສຳຄັນຕ່າງໆທີ່ເຮົາໄດ້ກະທຳ ຢູ່ໃນປະເທດເອຢິບແລະໃນຖິ່ນແຫ້ງແລ້ງກັນດານ ແລະໄດ້ທົດລອງເຮົາເຖິງສິບເທື່ອແລ້ວ ແຕ່ຍັງໄດ້ປະຕິເສດທີ່ຈະເຊື່ອຟັງເຮົາ.