Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 4:11 - ພຣະຄຳພີສັກສິ

11 ສັດຕູ​ຂອງ​ພວກເຮົາ​ຄິດ​ວ່າ ພວກເຮົາ​ບໍ່​ອາດ​ເຫັນ​ພວກເຂົາ​ໄດ້ ຫລື​ບໍ່​ຮູ້​ວ່າ​ສິ່ງໃດ​ທີ່​ກຳລັງ​ເກີດຂຶ້ນ ຈົນກວ່າ​ພວກເຂົາ​ເຂົ້າ​ມາ​ຫາ ເພື່ອ​ຈະ​ຂ້າ​ພວກເຮົາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພວກເຮົາ​ຢຸດ​ສະງັກ.

Uka jalj uñjjattʼäta Copia luraña




ເນເຫມີຢາ 4:11
10 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ໄປ​ໂຈມຕີ​ເພິ່ນ​ໃນ​ຂະນະທີ່​ເພິ່ນ​ອິດເມື່ອຍ ແລະ​ທໍ້ຖອຍ​ກຳລັງໃຈ. ເພິ່ນ​ຈະ​ຕື່ນ​ຕົກໃຈ ແລະ​ພວກ​ທະຫານ​ຂອງ​ເພິ່ນ​ກໍ​ຈະ​ແລ່ນ​ປົບໜີໄປ. ຂ້ານ້ອຍ​ຈະ​ຂ້າ​ແຕ່​ກະສັດ​ເທົ່ານັ້ນ


ຊາວ​ຢູດາ​ມັກ​ຮ້ອງເພງ​ບົດໜຶ່ງ​ຊຶ່ງ​ມີ​ຖ້ອຍຄຳ​ດັ່ງນີ້: “ເຫື່ອແຮງ​ພວກເຮົາ​ເກືອບ​ຈະ​ໝົດສິ້ນໄປ ຍ້ອນ​ພາລະໜັກ​ທີ່​ພວກເຮົາ​ພວມ​ແບກ ຫີນ​ແຕກ​ຫາມ​ໄປ​ຖິ້ມ​ມີ​ຫລາຍ​ເຫລືອລົ້ນ ວັນ​ນີ້​ພວກເຮົາ​ຈະ​ສ້າງ​ກຳແພງ​ເມືອງ​ໄດ້​ຢ່າງໃດ?”


ແຕ່​ຊາວຢິວ​ທີ່​ຢູ່​ນຳ​ພວກ​ສັດຕູ​ກໍ​ມາ​ເຕືອນ​ພວກເຮົາ​ທຸກ​ໄລຍະ ເຖິງ​ແຜນການ​ທີ່​ພວກເຂົາ​ກຳລັງ​ວາງ​ຕໍ່ສູ້​ພວກເຮົາ.


ແຕ່​ພວກເຮົາ​ພາກັນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ທັງ​ຈັດຄົນ​ເຝົ້າຍາມ​ຕະຫລອດ​ທັງ​ກາງເວັນ​ແລະ​ກາງຄືນ.


ພວກເຂົາ​ລີ້​ຈຸ້ມກັນ​ຊອມເບິ່ງ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ ລໍຫາ​ໂອກາດ​ດີ​ທີ່​ຈະ​ສັງຫານ​ຂ້ານ້ອຍ​ຖິ້ມ.


ໄພພິບັດ​ອັນ​ໃຫຍ່​ນັ້ນ​ມັນ​ຈະ​ມາ​ຖືກ​ເຈົ້າ​ເດີ ບໍ່ມີ​ເວດມົນ​ຄາຖາ​ໃດໆ​ຈະ​ຢັບຢັ້ງ​ມັນ​ໄວ້​ໄດ້. ການ​ຮົກຮ້າງ​ເພພັງ​ຈະ​ມາ​ຖືກ​ເຈົ້າ​ໃນ​ທັນທີ ຄື​ການ​ຮົກຮ້າງ​ເພພັງ​ທີ່​ເຈົ້າ​ບໍ່​ຄາດຝັນ​ມາກ່ອນ


ພໍ​ເວລາ​ຮຸ່ງ​ເຊົ້າ​ແລ້ວ ພວກ​ຢິວ​ບາງຄົນ​ກໍ​ເຕົ້າໂຮມ​ກັນ​ສົມຮູ້​ຮ່ວມຄິດ ເພື່ອ​ວາງແຜນ​ການ​ປອງຮ້າຍ ພວກເຂົາ​ສາບານ​ຕົວ​ໄວ້​ວ່າ ພວກເຂົາ​ຈະ​ບໍ່​ກິນ​ຫລື​ດື່ມ​ຫຍັງ​ເລີຍ ຈົນກວ່າ​ຈະ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ.


ແຕ່​ທ່ານ​ຢ່າ​ໄດ້​ເຊື່ອ​ພວກເຂົາ, ເພາະວ່າ​ມີ​ຫລາຍກວ່າ​ສີ່ສິບ​ຄົນ​ໃນ​ພວກເຂົາ ທີ່​ກຳລັງ​ລໍຄອຍ​ປອງຮ້າຍ​ໂປໂລ​ຢູ່, ພວກເຂົາ​ໄດ້​ສາບານ​ຕົວ​ໄວ້​ວ່າ ພວກເຂົາ​ຈະ​ບໍ່​ກິນ​ຫລື​ດື່ມ ຈົນກວ່າ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ. ບັດນີ້ ພວກເຂົາ​ພ້ອມແລ້ວ​ທີ່​ຈະ​ດຳເນີນ​ການ​ນີ້ ແລະ​ກຳລັງ​ລໍຖ້າ​ການ​ຕັດສິນໃຈ​ຈາກ​ທ່ານ​ຢູ່.”


ເພາະ​ພວກເຈົ້າ​ເອງ​ກໍ​ຮູ້ຈັກ​ດີ​ແລ້ວ​ວ່າ ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ ເໝືອນ​ດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka