Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 4:10 - ພຣະຄຳພີສັກສິ

10 ຊາວ​ຢູດາ​ມັກ​ຮ້ອງເພງ​ບົດໜຶ່ງ​ຊຶ່ງ​ມີ​ຖ້ອຍຄຳ​ດັ່ງນີ້: “ເຫື່ອແຮງ​ພວກເຮົາ​ເກືອບ​ຈະ​ໝົດສິ້ນໄປ ຍ້ອນ​ພາລະໜັກ​ທີ່​ພວກເຮົາ​ພວມ​ແບກ ຫີນ​ແຕກ​ຫາມ​ໄປ​ຖິ້ມ​ມີ​ຫລາຍ​ເຫລືອລົ້ນ ວັນ​ນີ້​ພວກເຮົາ​ຈະ​ສ້າງ​ກຳແພງ​ເມືອງ​ໄດ້​ຢ່າງໃດ?”

Uka jalj uñjjattʼäta Copia luraña




ເນເຫມີຢາ 4:10
10 Jak'a apnaqawi uñst'ayäwi  

ເພິ່ນ​ມອບໝາຍ​ໃຫ້​ເຈັດສິບພັນ​ຄົນ ຂົນ​ສົ່ງ​ວັດສະດຸ​ກໍ່ສ້າງ ແລະ​ແປດສິບພັນ​ຄົນ ສະກັດ​ຫີນ​ທີ່​ໃນ​ເຂດ​ເນີນພູ ແລະ​ໄດ້​ຕັ້ງ​ໃຫ້​ສາມພັນ​ຫົກຮ້ອຍ​ຄົນ ເປັນ​ຜູ້​ຄວບຄຸມ​ຄົນງານ ເພື່ອ​ໃຫ້​ເຮັດ​ວຽກ​ສຳເລັດ​ໜ້າທີ່.


ຊາວ​ເລວີ​ຄົນອື່ນໆ​ແມ່ນ​ຮັບຜິດຊອບ​ຂົນ​ສົ່ງ​ວັດສະດຸ​ກໍ່ສ້າງ ແລະ​ຄວບຄຸມ​ຄົນງານ​ໃນ​ຂະແໜງ​ວຽກ​ຕ່າງໆ​ທີ່​ພວກເຂົາ​ສັງກັດ​ຢູ່; ສ່ວນ​ຄົນອື່ນ​ນັ້ນ​ເປັນ​ຜູ້​ຮັກສາ​ເອກະສານ​ຫລື​ເຮັດ​ໜ້າທີ່​ເຝົ້າຍາມ.


ສັດຕູ​ຂອງ​ພວກເຮົາ​ຄິດ​ວ່າ ພວກເຮົາ​ບໍ່​ອາດ​ເຫັນ​ພວກເຂົາ​ໄດ້ ຫລື​ບໍ່​ຮູ້​ວ່າ​ສິ່ງໃດ​ທີ່​ກຳລັງ​ເກີດຂຶ້ນ ຈົນກວ່າ​ພວກເຂົາ​ເຂົ້າ​ມາ​ຫາ ເພື່ອ​ຈະ​ຂ້າ​ພວກເຮົາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພວກເຮົາ​ຢຸດ​ສະງັກ.


ລາວ​ເວົ້າ​ຕໍ່ໜ້າ​ໝູ່ເພື່ອນ ແລະ​ທະຫານ​ຊາວ​ຊາມາເຣຍ​ວ່າ, “ຊາວຢິວ​ທີ່​ໜ້າ​ສົມເພດ​ເວດທະນາ​ພວກ​ນີ້ ຄິດ​ຢ່າງໃດ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຂົາ​ຕັ້ງໃຈ​ຈະ​ສ້າງ​ເມືອງ​ຂຶ້ນ​ໃໝ່​ຊັ້ນບໍ? ພວກເຂົາ​ຄິດ​ວ່າ ການ​ນຳ​ເຄື່ອງ​ມາ​ເຜົາບູຊາ​ນັ້ນ ຈະ​ພາ​ໃຫ້​ພວກເຂົາ​ເຮັດ​ວຽກ​ແລ້ວ​ໃນ​ມື້​ດຽວ​ຊັ້ນບໍ? ພວກເຂົາ​ຈະ​ເອົາ​ເສດ​ຫີນ​ກຳແພງ​ແຕກ​ກໍ່ສ້າງ​ຂຶ້ນ​ໃໝ່​ໄດ້​ຊັ້ນບໍ?”


ແຕ່​ພວກເຮົາ​ພາກັນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ທັງ​ຈັດຄົນ​ເຝົ້າຍາມ​ຕະຫລອດ​ທັງ​ກາງເວັນ​ແລະ​ກາງຄືນ.


“ມະນຸດ​ເອີຍ ເຈົ້າເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ບຸກໂຈມຕີ​ເມືອງ​ຕີເຣ​ແລ້ວ. ລາວ​ໄດ້​ເຮັດ​ໃຫ້​ທະຫານ​ຂອງຕົນ​ແບກຫາບ​ພາລະໜັກ ຈົນ​ຫົວ​ເຂົາ​ລ້ານ​ແລະ​ບ່າ​ເຂົາ​ດ້ານ; ແຕ່​ກະສັດ​ຕະຫລອດ​ທັງ​ກອງທັບ​ຂອງຕົນ​ບໍ່ໄດ້​ຫຍັງ​ເລີຍ ຈາກ​ຄວາມ​ລຳບາກ​ນາໆ​ປະການ​ຂອງ​ເຂົາ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ຮັກກາຍ​ວ່າ, “ປະຊາຊົນ​ເຫຼົ່ານີ້​ເວົ້າ​ວ່າ, ‘ຍັງ​ບໍ່​ເຖິງ​ເວລາ​ເທື່ອ ທີ່​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.”’


ແຕ່​ພວກ​ທີ່​ໄດ້​ໄປ​ນຳ​ກາເລັບ​ນັ້ນ​ຕ່າງ​ກໍ​ຕອບ​ວ່າ, “ບໍ່ແມ່ນ ພວກເຮົາ​ບໍ່​ເຂັ້ມແຂງ​ພໍ​ເພື່ອ​ຈະ​ໂຈມຕີ​ພວກເຂົາ​ໄດ້; ຄົນ​ຢູ່​ໃນ​ທີ່ນັ້ນ​ມີ​ກຳລັງ​ເຂັ້ມແຂງ​ຫລາຍກວ່າ​ພວກເຮົາ.”


ເມື່ອ​ໄປ​ຮອດ​ຮ່ອມພູ​ເອັດຊະໂຄນ​ແລະ​ເຫັນ​ດິນແດນ​ແລ້ວ ພວກເຂົາ​ກັບ​ມາ​ເລົ່າ​ເລື່ອງ​ໃຫ້​ປະຊາຊົນ​ທໍ້ຖອຍ​ກຳລັງ​ໃຈ ທີ່​ຈະ​ເຂົ້າ​ໄປ​ຢຶດເອົາ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka