Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 4:1 - ພຣະຄຳພີສັກສິ

1 ເມື່ອ​ສານບັນລັດ​ໄດ້ຍິນ​ວ່າ ພວກເຮົາ​ຊາວຢິວ​ໄດ້​ຕັ້ງຕົ້ນ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ລາວ​ກໍ​ໂມໂຫ ແລະ​ເວົ້າ​ເຍາະເຍີ້ຍ​ພວກເຮົາ.

Uka jalj uñjjattʼäta Copia luraña




ເນເຫມີຢາ 4:1
13 Jak'a apnaqawi uñst'ayäwi  

ໂຢອີອາດາ​ເປັນ​ລູກຊາຍ​ຂອງ​ມະຫາ​ປະໂຣຫິດ​ເອລີອາຊິບ, ແຕ່​ລູກຊາຍ​ຜູ້ໜຶ່ງ​ຂອງ​ໂຢອີອາດາ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ສານບັນລັດ ຈາກ​ເມືອງ​ເບັດ​ໂຮໂຣນ; ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຫ້​ໂຢອີອາດາ ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ.


ແຕ່​ສານບັນລັດ​ຊາວ​ໂຮໂຣນ ແລະ​ໂຕບີຢາ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ແຂວງ​ອຳໂມນ ໄດ້ຍິນ​ຂ່າວ​ວ່າ, ມີ​ບາງຄົນ​ມາ​ເຮັດ​ວຽກ​ເພື່ອ​ຫາ​ຄວາມສຸກ​ສະບາຍ​ໃຫ້​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ພໍໃຈ​ຢ່າງຍິ່ງ.


ເມື່ອ​ສານບັນລັດ​ຊາວ​ໂຮໂຣນ, ໂຕບີຢາ​ຊາວ​ອຳໂມນ ແລະ​ເກເຊມ​ຊາວ​ອາຣັບ​ໄດ້ຍິນ​ສິ່ງ​ທີ່​ພວກເຮົາ​ກຳລັງ​ວາງແຜນ​ຈະ​ກະທຳ​ນັ້ນ ພວກເຂົາ​ຕ່າງ​ກໍ​ຫົວ​ເຍາະເຍີ້ຍ​ພວກເຮົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ກຳລັງ​ຄິດ​ຈະ​ເຮັດ​ຫຍັງ​ກັນ? ພວກເຈົ້າ​ກຳລັງ​ຈະ​ກະບົດ​ຕໍ່​ກະສັດ​ຊັ້ນບໍ?”


ຫລັງຈາກ​ເຮັດ​ວຽກ​ໄປ​ໄດ້​ຫ້າສິບສອງ​ວັນ​ແລ້ວ ການ​ສ້າງ​ກຳແພງ​ທັງໝົດ​ກໍ​ສຳເລັດ​ລົງ​ໃນ​ວັນ​ທີ​ຊາວຫ້າ​ຂອງ​ເດືອນ​ເອລູນ .


ເມື່ອ​ພວກ​ສັດຕູ​ໃນ​ຊົນຊາດ​ອ້ອມແອ້ມ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ຈຶ່ງ​ຮັບຮູ້​ວ່າ​ພວກຕົນ​ເສຍໜ້າ ເພາະ​ໃນ​ເມື່ອ​ທຸກຄົນ​ຕ່າງ​ກໍ​ຮູ້​ວ່າ ວຽກງານ​ນີ້​ໄດ້​ສຳເລັດ​ລົງ​ໂດຍ​ການ​ຊ່ວຍເຫຼືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ແຕ່​ກະສັດ​ຕອບ​ວ່າ, “ເຮົາ​ຢ້ານ​ຄົນ​ຢູ່​ໃນ​ຊາດ​ຂອງ​ພວກເຮົາ​ເອງ ຄື​ພວກ​ທີ່​ໄດ້​ແຕກ​ໜີໄປ​ຫາ​ຊາວ​ບາບີໂລນ. ເຮົາ​ອາດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ ແລະ​ຖືກ​ພວກເຂົາ​ທໍລະມານ​ກໍໄດ້.”


ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ ພວກ​ໂຫຣາຈານ​ຫລອກລວງ​ຕົນ ເພິ່ນ​ກໍ​ໃຈຮ້າຍ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ເບັດເລເຮັມ ແລະ​ໃນ​ເຂດ​ໃກ້ຄຽງ​ຕັ້ງແຕ່​ອາຍຸ​ສອງ​ປີ​ລົງ​ມາ ຕາມ​ເວລາ​ທີ່​ເພິ່ນ​ໄດ້​ພົບ​ກັບ​ພວກ​ໂຫຣາຈານ​ນັ້ນ.


ພວກເຂົາ​ໄດ້​ເອົາ​ເຄືອ​ໜາມ​ຖັກ​ເປັນ​ໂຄ້ງ​ແທນ​ມົງກຸດ ສຸບ​ໃສ່​ຫົວ​ຂອງ​ພຣະອົງ ແລະ​ເອົາ​ໄມ້ອໍ້​ໃສ່​ມື​ເບື້ອງ​ຂວາ​ໃຫ້​ພຣະອົງ​ຖື ແລ້ວ​ພວກເຂົາ​ກໍ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ ເວົ້າ​ເຢາະເຢີ້ຍ​ວ່າ, “ຂໍ​ໃຫ້​ກະສັດ​ຂອງ​ຊາດ​ຢິວ ຈົ່ງ​ຊົງ​ພຣະ​ຈະເລີນ​ເທີ້ນ.”


ແລ້ວ​ມະຫາ​ປະໂຣຫິດ​ກັບ​ພັກພວກ​ທັງໝົດ​ຂອງຕົນ ຄື​ພວກ​ຊາດູກາຍ​ກໍ​ເກີດ​ອິດສາ​ພວກ​ອັກຄະສາວົກ​ຢ່າງ​ສຸດຂີດ.


ບາງຄົນ​ອີກ ຖືກ​ຫຍໍ້ຫຍັນ​ແລະ​ຖືກ​ຂ້ຽນຕີ ຄົນອື່ນ​ອີກ ຖືກ​ລ່າມໂສ້​ແລະ​ຖືກ​ຄຸມຂັງ​ໃນ​ຄຸກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka