9 ເຣຟາອີຢາລູກຊາຍຂອງຮູເຣ ຜູ້ປົກຄອງເຄິ່ງໜຶ່ງຂອງເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ.
ເຢດາອີຢາລູກຊາຍຂອງຮາຣູແມບໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ໃກ້ທີ່ພັກຂອງເພິ່ນເອງ; ແລະຮັດຕຸຊະລູກຊາຍຂອງຮາຊັບເນອີຢາໄດ້ສ້າງສ່ວນຕໍ່ໄປ.
ຊານລູມລູກຊາຍຂອງຮັນໂລເຮັດ ຜູ້ປົກຄອງອີກເຄິ່ງໜຶ່ງຂອງນະຄອນເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ. (ພວກລູກສາວຂອງລາວໄດ້ຊ່ວຍໃນວຽກງານນີ້.)
ເນເຫມີຢາລູກຊາຍຂອງອາຊະບຸກ ຜູ້ປົກຄອງເຄິ່ງໜຶ່ງຂອງເມືອງເບັດຊູເຣ ໄດ້ສ້າງສ່ວນຕໍ່ໄປ ຈົນຮອດອຸບມຸງຂອງກະສັດດາວິດ, ສະອາບນໍ້າ ແລະ ທີ່ພັກຂອງທະຫານ.
ຊາວເລວີທີ່ໄດ້ສືບຕໍ່ສ້າງກຳແພງເມືອງຫລາຍຕອນຂຶ້ນໃໝ່ ມີດັ່ງນີ້: ເຣຮຸມລູກຊາຍຂອງບານີໄດ້ສ້າງສ່ວນຕໍ່ໄປ; ຮັດຊາບີຢາ ຜູ້ປົກຄອງເຄິ່ງໜຶ່ງຂອງເມືອງເກອີລາໄດ້ສ້າງສ່ວນຕໍ່ໄປໃນນາມຂອງເມືອງ;