7 ເມລາຕີຢາຊາວກີເບໂອນ, ຢາໂດນຊາວເມໂຣໂນດ ແລະພວກຜູ້ຊາຍໃນເມືອງກີເບໂອນ ແລະໃນເມືອງມີຊະປາໄດ້ສ້າງສ່ວນຕໍ່ໄປ; ແລະເລີຍໄປໄກຈົນຮອດສຳນັກຂອງຜູ້ປົກຄອງແຂວງ ທາງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ.
ຊາວກີເບໂອນບໍ່ແມ່ນປະຊາຊົນອິດສະຣາເອນ; ພວກເຂົາເປັນຊາວອາໂມກຸ່ມໜຶ່ງນ້ອຍໆ ທີ່ຊາວອິດສະຣາເອນສັນຍາວ່າຈະປ້ອງກັນພວກເຂົາ, ແຕ່ກະສັດໂຊນພະຍາຍາມທຳລາຍພວກເຂົາ ເພາະຄວາມຮ້ອນໃຈທີ່ເຫັນແກ່ຊາວອິດສະຣາເອນແລະຊາວຢູດາ.)
ແລ້ວກະສັດອາສາຈຶ່ງເຕົ້າໂຮມຄົນທົ່ວຢູດາຍໃຫ້ຂົນຫີນ ແລະໄມ້ທ່ອນທີ່ບາອາຊາໄດ້ໃຊ້ສ້າງເມືອງຣາມານັ້ນ ແລະນຳເອົາວັດຖຸທັງໝົດນີ້ໄປສ້າງປ້ອມປ້ອງກັນເມືອງເກບາແລະມີຊະປາ.
ໃຈຄວາມຂອງຈົດໝາຍນັ້ນມີຖ້ອຍຄຳດັ່ງຕໍ່ໄປນີ້: “ຈາກ ບັນດາຜູ້ຮັບໃຊ້ຂອງທ່ານທີ່ຢູ່ທາງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ຂໍຮຽນກະສັດອາກຕາເຊເຊັດ.
ເອເຊລູກຊາຍຂອງເຢຊູອາ ຜູ້ປົກຄອງເມືອງມີຊະປາໄດ້ສ້າງສ່ວນຕໍ່ໄປ ຊຶ່ງກົງກັນຂ້າມກັບສາງໄວ້ອາວຸດ ຈົນເລີຍໄປຮອດບ່ອນທີ່ມີກຳແພງໂຄ້ງ;