5 ພວກຜູ້ຊາຍຊາວເມືອງເຕກົວໄດ້ສ້າງສ່ວນຕໍ່ໄປ; ແຕ່ຊາວເມືອງທີ່ເປັນຊົນຊັ້ນຜູ້ນຳບໍ່ຍອມເຮັດວຽກໜັກ ຊຶ່ງພວກຄວບຄຸມວຽກໄດ້ມອບໝາຍໃຫ້ພວກຕົນ.
ສະນັ້ນ ລາວຈຶ່ງສົ່ງຄົນໄປນຳເອົາຍິງຊາວເມືອງເຕກົວຄົນໜຶ່ງມາ. ຍິງຄົນນີ້ເປັນຄົນສະຫລາດ. ເມື່ອນາງມາຮອດ ໂຢອາບຈຶ່ງບອກນາງວ່າ, “ໃຫ້ເຈົ້າທຳທ່າໄວ້ທຸກ ແລະຢ່າຫວີຜົມ. ໃຫ້ເຮັດຄືຄົນທີ່ໄວ້ທຸກມາແຕ່ດົນນານແລ້ວ.
ເບັດເລເຮັມ, ເອຕາມ, ເຕກົວ,
ພວກຜູ້ຊາຍຊາວເມືອງເຕກົວໄດ້ສ້າງສ່ວນຕໍ່ໄປ ເປັນຕອນທີສອງຂອງພວກເຂົາ ຄືຕັ້ງແຕ່ຈຸດໜຶ່ງທີ່ກົງກັນຂ້າມກັບຫໍຄອຍໃຫຍ່ ຊຶ່ງໃຊ້ເຝົ້າຍາມພຣະວິຫານ ຈົນໄປຮອດກຳແພງຂອງໂອເຟນ.
ເມເຣໂມດ ລູກຊາຍຂອງອູຣິຢາ ແລະຫລານຊາຍຂອງຮັກກົກ ໄດ້ສ້າງສ່ວນຕໍ່ໄປ. ເມຊຸນລຳ ລູກຊາຍຂອງເບເຣກີຢາ ແລະຫລານຊາຍຂອງເມເຊຊາເບນໄດ້ສ້າງສ່ວນຕໍ່ໄປ. ຊາດົກ ລູກຊາຍຂອງບາອານາໄດ້ສ້າງສ່ວນຕໍ່ໄປ.
ໂຢອີອາດາລູກຊາຍຂອງປາເສຢາ ແລະເມຊຸນລຳລູກຊາຍຂອງເບໂສເດອີຢາ ໄດ້ສ້າງປະຕູຂອງເຢຊານາ. ຂຶ້ນໃໝ່ ພວກເຂົາໄດ້ຕັ້ງວົງກົບ, ໃສ່ບານປະຕູໃນບ່ອນຂອງມັນ ແລະໃຊ້ເຫລັກແທ່ງເປັນໄລຄັດ.
ຂ້າພະເຈົ້າໄດ້ກ່າວຢ່າງດຽວກັນແກ່ກະສັດເຊເດກີຢາແຫ່ງຢູດາຍວ່າ, “ຈົ່ງຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ. ຈົ່ງຮັບໃຊ້ເພິ່ນແລະປະຊາຊົນຂອງເພິ່ນແລະທ່ານກໍຈະມີຊີວິດຢູ່.
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ ໃຫ້ເອົາທ່ອນໄມ້ເຮັດແອກສຳລັບຂ້າພະເຈົ້າເອງ ໂດຍໃຊ້ໜັງເປັນສາຍພາຍໃສ່ເທິງຄໍຂອງຂ້າພະເຈົ້າ.
ແຕ່ຖ້າປະເທດຫລືອານາຈັກໃດທີ່ບໍ່ຍອມຢູ່ໃຕ້ການປົກຄອງຂອງລາວ ແລ້ວເຮົາກໍຈະລົງໂທດປະເທດນັ້ນໂດຍໃຫ້ເກີດສົງຄາມ, ເກີດການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ. ພຣະເຈົ້າຢາເວກ່າວວ່າ ຈົນເຖິງຂັ້ນເຮົາອະນຸຍາດໃຫ້ເນບູກາດເນັດຊາແຫ່ງບາບີໂລນທຳລາຍປະເທດຢ່າງໝົດສິ້ນ.
ປະຊາຊົນເບັນຢາມິນເອີຍ ຈົ່ງແລ່ນປົບໜີເອົາຕົວລອດສາເຖີດ ຈົ່ງປົບໜີຈາກນະຄອນເຢຣູຊາເລັມສາ ຈົ່ງເປົ່າແກຂຶ້ນໃນເມືອງເຕກົວ ແລະຈົ່ງດັງໄຟຂຶ້ນເປັນສັນຍານຢູ່ໃນເມືອງເບັດຮັກເກເຣັມ. ໄພພິບັດ ແລະການທຳລາຍຈາກທາງເໜືອເກືອບຈະມາຮອດແລ້ວ.
ຕໍ່ໄປນີ້ແມ່ນຄຳເວົ້າຂອງອາໂມດ ຄົນລ້ຽງແກະຜູ້ໜຶ່ງໃນເມືອງເຕກົວ. ກ່ອນແຜ່ນດິນໄຫວສອງປີ ເມື່ອອຸດຊີຢາເປັນກະສັດແຫ່ງຢູດາຍ ແລະເຢໂຣໂບອາມ ລູກຊາຍຂອງເຢໂຮອາດເປັນກະສັດແຫ່ງອິດສະຣາເອນ; ພຣະເຈົ້າໄດ້ເປີດເຜີຍເລື່ອງລາວເຫຼົ່ານີ້ທັງໝົດ ກ່ຽວກັບຊາດອິດສະຣາເອນໃຫ້ແກ່ອາໂມດ.
ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບແລະຖ່ອມລົງ ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.
ເມື່ອເປັນດັ່ງນັ້ນ, ເປັນຫຍັງພວກເຈົ້າຈຶ່ງຢາກທົດລອງພຣະເຈົ້າ, ໂດຍວາງພາລະອັນໜັກໃສ່ເທິງຫລັງຂອງພີ່ນ້ອງ ຊຶ່ງທັງບັນພະບຸລຸດຂອງພວກເຮົາ ແລະພວກເຮົາເອງກໍບໍ່ສາມາດແບກໄດ້?
ພີ່ນ້ອງທັງຫລາຍເອີຍ, ຈົ່ງພິຈາລະນາເບິ່ງວ່າ ພວກເຈົ້າທີ່ພຣະເຈົ້າໄດ້ຊົງໂຜດເອີ້ນມານັ້ນ ເປັນຄົນຢ່າງໃດ? ຄືຄົນທີ່ມະນຸດຖືວ່າສະຫລາດກໍມີໜ້ອຍຄົນ, ຄົນທີ່ມີອຳນາດກໍມີໜ້ອຍຄົນ ຄົນທີ່ມີຖານະສູງກໍມີໜ້ອຍຄົນ.
ເທວະດາຂອງພຣະເຈົ້າຢາເວກໍກ່າວສາບແຊ່ງຄືກັນ ວ່າ, ‘ເມືອງເມຣົດຖືກສາບແຊ່ງເສຍແລ້ວ ຊາວເມືອງນັ້ນກໍຖືກສາບແຊ່ງກັນໝົດ ຄົນທີ່ມາອາໄສຢູ່ນຳກໍຖືກສາບແຊ່ງດ້ວຍ. ເພາະພວກເຂົາບໍ່ໄດ້ມາຊ່ວຍພຣະເຈົ້າຢາເວໂຈມຕີ ຄືເປັນທະຫານທີ່ດີສູ້ຮົບເພື່ອພຣະເຈົ້າຢາເວ.’