Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 3:4 - ພຣະຄຳພີສັກສິ

4 ເມເຣໂມດ ລູກຊາຍ​ຂອງ​ອູຣິຢາ ແລະ​ຫລານຊາຍ​ຂອງ​ຮັກກົກ ໄດ້​ສ້າງ​ສ່ວນ​ຕໍ່ໄປ. ເມຊຸນລຳ ລູກຊາຍ​ຂອງ​ເບເຣກີຢາ ແລະ​ຫລານຊາຍ​ຂອງ​ເມເຊຊາເບນ​ໄດ້​ສ້າງ​ສ່ວນ​ຕໍ່ໄປ. ຊາດົກ ລູກຊາຍ​ຂອງ​ບາອານາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ເນເຫມີຢາ 3:4
11 Jak'a apnaqawi uñst'ayäwi  

ຕະກຸນ​ຕ່າງໆ​ຕໍ່ໄປນີ້​ແມ່ນ​ປະໂຣຫິດ​ທີ່ ບໍ່ມີ​ເອກະສານ ເພື່ອ​ພິສູດ​ເຖິງ​ບັນພະບຸລຸດ​ຂອງຕົນ ມີ​ດັ່ງນີ້: ໂຮບາອີຢາ, ຮັກກົດ ແລະ​ບາກຊິນໄລ. (ບັນພະບຸລຸດ​ຂອງ​ຕະກຸນ​ຂອງ​ບາກຊິນໄລ​ທີ່​ເປັນ​ປະໂຣຫິດ ໄດ້​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ​ຈາກ​ຕະກຸນ​ບາກຊິນໄລ​ແຫ່ງ​ກິເລອາດ ແລະ​ໄດ້​ໃສ່​ຊື່​ຕາມ​ຕະກຸນ​ພໍ່ເຖົ້າ​ຂອງ​ຕົນ.) ເນື່ອງ​ຈາກ​ຄົນ​ເຫຼົ່ານີ້​ພິສູດ​ບໍ່ໄດ້​ວ່າ ແມ່ນ​ຜູ້ໃດ​ທີ່​ເປັນ​ບັນພະບຸລຸດ​ຂອງຕົນ; ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮັບໃຊ້​ເປັນ​ປະໂຣຫິດ.


ພໍ​ເຖິງ​ວັນ​ທີ​ສີ່ ພວກເຮົາ​ໄດ້​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ຊັ່ງ​ເບິ່ງ​ເງິນ, ຄຳ ແລະ​ເຄື່ອງໃຊ້ ແລ້ວ​ກໍ​ມອບ​ສິ່ງ​ເຫຼົ່ານີ້​ໃຫ້​ປະໂຣຫິດ​ເມເຣໂມດ​ລູກຊາຍ​ຂອງ​ອູຣີຢາ. ເອເລອາຊາ​ລູກຊາຍ​ຂອງ​ຟີເນຮາ​ກໍໄດ້​ຢູ່​ກັບ​ລາວ​ໃນ​ທີ່ນັ້ນ​ດ້ວຍ ພ້ອມ​ກັບ​ຊາວ​ເລວີ​ສອງ​ຄົນ ຄື​ໂຢຊາບັດ​ລູກຊາຍ​ຂອງ​ເຢຊູອາ ແລະ​ໂນອາດີຢາ​ລູກຊາຍ​ຂອງ​ບິນນູອີ.


ບັນນີ, ອາຊະກາດ, ເບບາຍ,


ເມເຊຊາເບນ, ຊາດົກ, ຢັດດູອາ,


ເມຊຸນລຳ, ອາບີຢາ, ມີຢາມິນ,


ເມເຣໂມດ​ລູກຊາຍ​ຂອງ​ອູຣິຢາ ແລະ​ຫລານຊາຍ​ຂອງ​ຮັກກົກ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນ​ເລີຍ​ໄປ​ສຸດ​ທີ່​ສົ້ນ​ສຳນັກ​ຂອງ​ເອລີອາຊິບ.


ຕະກຸນ​ຂອງ​ຮັດເສນາຢາ​ໄດ້​ສ້າງ​ສ່ວນ​ຂອງ​ປະຕູ​ປາ. ພວກເຂົາ​ໄດ້​ຕັ້ງ​ວົງກົບ, ໃສ່​ບານປະຕູ​ໃນ​ບ່ອນ​ຂອງ​ມັນ ແລະ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ.


ຮານານີຢາ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ຮານູນ​ລູກຊາຍ​ຜູ້​ທີ​ຫົກ​ຂອງ​ຊາລາບ ໄດ້​ສ້າງ​ສ່ວນ​ຕໍ່ໄປ ຄື​ສ່ວນ​ທີ​ສອງ​ຂອງ​ພວກເຂົາ. ເມຊຸນລຳ​ລູກຊາຍ​ຂອງ​ເບເຣກີຢາ ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ຕົນເອງ.


ພວກ​ຜູ້ຊາຍ​ຊາວ​ເມືອງ​ເຕກົວ​ໄດ້​ສ້າງ​ສ່ວນ​ຕໍ່ໄປ; ແຕ່​ຊາວ​ເມືອງ​ທີ່​ເປັນ​ຊົນຊັ້ນ​ຜູ້ນຳ​ບໍ່ຍອມ​ເຮັດ​ວຽກ​ໜັກ ຊຶ່ງ​ພວກ​ຄວບຄຸມ​ວຽກ​ໄດ້​ມອບໝາຍ​ໃຫ້​ພວກຕົນ.


ປະຊາຊົນ​ຫລາຍ​ຄົນ​ຢູ່​ໃນ​ແຂວງ​ຢູດາຍ​ເຂົ້າຂ້າງ​ລາວ ຍ້ອນ​ລາວ​ມີ​ພໍ່ເຖົ້າ​ເປັນ​ຊາດ​ຢິວ​ຄື: ເຊການີຢາ​ລູກຊາຍ​ຂອງ​ອາຣາ. ນອກຈາກນີ້ ເຢໂຮຮານານ​ລູກຊາຍ​ຂອງ​ລາວ ກໍໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ເມຊູນລຳ​ລູກຊາຍ​ຂອງ​ເບເຣກີຢາ.


ຕະກຸນ​ຕ່າງໆ​ຕໍ່ໄປນີ້​ແມ່ນ​ປະໂຣຫິດ​ທີ່​ບໍ່ມີ​ເອກະສານ ເພື່ອ​ພິສູດ​ເຖິງ​ບັນພະບຸ​ລຸດ​ຂອງຕົນ​ມີ​ດັ່ງນີ້: ໂຮບາອີຢາ, ຮັກກົດ ແລະ​ບາກຊິນໄລ. (ບັນພະບຸລຸດ​ຂອງ​ຕະກຸນ​ບາກຊິນໄລ​ທີ່​ເປັນ​ປະໂຣຫິດ ໄດ້​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ​ຈາກ​ຕະກຸນ​ບາກຊິນໄລ​ແຫ່ງ​ກີເລອາດ ແລະ​ໄດ້​ໃສ່​ຊື່​ຕາມ​ຕະກຸນ​ຂອງ​ພໍ່ເຖົ້າ​ຂອງຕົນ.) ເນື່ອງຈາກ​ຄົນ​ເຫຼົ່ານີ້​ພິສູດ​ບໍ່ໄດ້​ວ່າ ແມ່ນ​ຜູ້ໃດ​ທີ່​ເປັນ​ບັນພະບຸ​ລຸດ​ຂອງຕົນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮັບໃຊ້​ເປັນ​ປະໂຣຫິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka