Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 3:3 - ພຣະຄຳພີສັກສິ

3 ຕະກຸນ​ຂອງ​ຮັດເສນາຢາ​ໄດ້​ສ້າງ​ສ່ວນ​ຂອງ​ປະຕູ​ປາ. ພວກເຂົາ​ໄດ້​ຕັ້ງ​ວົງກົບ, ໃສ່​ບານປະຕູ​ໃນ​ບ່ອນ​ຂອງ​ມັນ ແລະ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ.

Uka jalj uñjjattʼäta Copia luraña




ເນເຫມີຢາ 3:3
11 Jak'a apnaqawi uñst'ayäwi  

ຫລັງຈາກ​ນີ້ ມານາເຊ​ໄດ້​ຕໍ່​ກຳແພງ​ຮອບ​ນອກ​ຂອງ​ເມືອງ​ດາວິດ ທາງດ້ານ​ຕາເວັນອອກ​ໃຫ້​ສູງ​ຂຶ້ນ ຕັ້ງແຕ່​ຈຸດ​ໜຶ່ງ​ໃນ​ຮ່ອມພູ​ໃກ້​ກັບ​ນໍ້າພຸ​ກີໂຮນ​ທາງທິດເໜືອ ຈົນເຖິງ​ປະຕູ​ໜອງ​ປາ ແລະ​ຮອດ​ບໍລິເວນ​ຂອງ​ເມືອງ​ທີ່​ມີ​ຊື່​ວ່າ ໂອເຟນ. ເພິ່ນ​ຍັງ​ໃຫ້​ນາຍ​ທະຫານ​ໃນ​ກອງທັບ​ປະຈຳການ ຢູ່​ຕາມ​ແຕ່ລະ​ເມືອງ​ໃນ​ຢູດາຍ​ທີ່​ມີ​ປ້ອມ​ປ້ອງກັນ.


ເສນາຢາ - 3.630 ຄົນ


ແລະ​ຈາກ​ທີ່​ນັ້ນ​ພວກເຮົາ​ຜ່ານ​ໄປ​ທາງ​ປະຕູ​ເອຟຣາອິມ, ປະຕູ​ເຢຊານາ, ປະຕູ​ປາ, ຫໍຄອຍ​ຂອງ​ຮານາເນນ, ກັບ​ຫໍຄອຍ​ຂອງ​ຄົນ​ໜຶ່ງຮ້ອຍ, ສູ່​ປະຕູ​ແກະ. ພວກເຮົາ​ຕ່າງ​ກໍ​ເດີນ​ເປັນ​ຂະບວນ ແລະ​ມາ​ຢຸດ​ຢູ່​ໃກ້​ກັບ​ປະຕູ​ເຂົ້າ​ຂອງ​ພຣະວິຫານ.


ຂ້າພະເຈົ້າ​ຍັງ​ຂໍຮ້ອງ​ເພິ່ນ​ໃຫ້​ຂຽນ​ຈົດໝາຍ​ໄປ​ຫາ​ອາສັບ ຜູ້​ຮັກສາ​ປ່າໄມ້​ຂອງ​ກະສັດ ໂດຍ​ແນະນຳ​ເພິ່ນ​ໃຫ້​ຈັດຫາ​ໄມ້ ສຳລັບ​ສ້າງ​ປະຕູ​ປ້ອມ​ທີ່​ຮັກສາ​ພຣະວິຫານ, ສຳລັບ​ສ້າງ​ກຳແພງ​ເມືອງ ແລະ​ສຳລັບ​ສ້າງ​ເຮືອນ​ທີ່​ຂ້າພະເຈົ້າ​ຈະ​ຢູ່​ດ້ວຍ. ກະສັດ​ກໍໄດ້​ອະນຸຍາດ​ໃຫ້​ທຸກສິ່ງ ຕາມ​ທີ່​ຂ້າພະເຈົ້າ​ຂໍຮ້ອງ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ.


ເມເຣໂມດ ລູກຊາຍ​ຂອງ​ອູຣິຢາ ແລະ​ຫລານຊາຍ​ຂອງ​ຮັກກົກ ໄດ້​ສ້າງ​ສ່ວນ​ຕໍ່ໄປ. ເມຊຸນລຳ ລູກຊາຍ​ຂອງ​ເບເຣກີຢາ ແລະ​ຫລານຊາຍ​ຂອງ​ເມເຊຊາເບນ​ໄດ້​ສ້າງ​ສ່ວນ​ຕໍ່ໄປ. ຊາດົກ ລູກຊາຍ​ຂອງ​ບາອານາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ.


ໂຢອີອາດາ​ລູກຊາຍ​ຂອງ​ປາເສຢາ ແລະ​ເມຊຸນລຳ​ລູກຊາຍ​ຂອງ​ເບໂສເດອີຢາ ໄດ້​ສ້າງ​ປະຕູ​ຂອງ​ເຢຊານາ. ​ຂຶ້ນ​ໃໝ່ ພວກເຂົາ​ໄດ້​ຕັ້ງ​ວົງກົບ, ໃສ່​ບານປະຕູ​ໃນ​ບ່ອນ​ຂອງ​ມັນ ແລະ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ.


ສານບັນລັດ, ໂຕບີຢາ, ເກເຊມ​ຊາວ​ອາຣັບ ແລະ​ເຫຼົ່າ​ສັດຕູ​ອື່ນໆ​ຮູ້​ຂ່າວ​ວ່າ ພວກເຮົາ​ໄດ້​ສ້າງ​ກຳແພງ​ເມືອງ​ສຳເລັດ​ແລ້ວ ແລະ​ບໍ່ມີ​ປ່ອງ​ບໍ່ມີ​ຮູ​ເຫຼືອ​ຢູ່​ເລີຍ; ເຖິງແມ່ນ​ວ່າ​ພວກເຮົາ​ຍັງ​ບໍ່​ທັນ​ໄດ້​ຕັ້ງ​ປະຕູ​ຂຶ້ນ​ຕາມ​ວົງ​ຂອງ​ມັນ​ກໍຕາມ.


ມາບັດນີ້ ກຳແພງ​ທີ່ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່​ກໍ​ສຳເລັດ​ແລ້ວ ປະຕູ​ທັງໝົດ​ໄດ້​ຖືກ​ຕັ້ງ​ຂຶ້ນ​ຕາມ​ບ່ອນ​ຂອງ​ມັນ ແລະ​ຜູ້ເຝົ້າຍາມ​ພຣະວິຫານ, ສະມາຊິກ​ຂອງ​ກຸ່ມ​ຮ້ອງເພງ​ສັນລະເສີນ ແລະ​ຊາວ​ເລວີ​ອື່ນໆ​ກໍໄດ້​ຮັບ​ມອບໝາຍ​ໜ້າວຽກ​ຂອງ​ພວກ​ຕົນ.


ພຣະອົງ​ຮັກສາ​ປະຕູ​ເມືອງ​ຂອງເຈົ້າ​ໃຫ້​ເຂັ້ມແຂງ ພຣະອົງ​ອວຍພອນ​ປະຊາຊົນ​ຂອງເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ວັນນັ້ນ ພວກເຈົ້າ​ຈະ​ໄດ້ຍິນ​ສຽງ​ຮ້ອງໄຫ້​ທີ່​ປະຕູ​ປາ​ໃນ​ນະຄອນ​ເຢຣູຊາເລັມ. ພວກເຈົ້າ​ຈະ​ໄດ້ຍິນ​ສຽງ​ຮ້ອງໄຫ້​ໃນ​ເຂດ​ສ້າງ​ໃໝ່​ຂອງ​ຕົວເມືອງ ແລະ​ສຽງ​ແຕກ​ຕູ້ມຕ້າມ ຢູ່​ຕາມ​ເນີນພູ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka