16 ເນເຫມີຢາລູກຊາຍຂອງອາຊະບຸກ ຜູ້ປົກຄອງເຄິ່ງໜຶ່ງຂອງເມືອງເບັດຊູເຣ ໄດ້ສ້າງສ່ວນຕໍ່ໄປ ຈົນຮອດອຸບມຸງຂອງກະສັດດາວິດ, ສະອາບນໍ້າ ແລະ ທີ່ພັກຂອງທະຫານ.
ສິ່ງອື່ນທີ່ກະສັດເຮເຊກີຢາໄດ້ກະທຳ ຕະຫລອດທັງຄວາມອົງອາດກ້າຫານຂອງເພິ່ນ ແລະທັງເລື່ອງທີ່ເພິ່ນໄດ້ສ້າງອ່າງນໍ້າ ແລະຂຸດບໍ່ນໍ້າເພື່ອເອົານໍ້າເຂົ້າໄປໃນເມືອງ; ທັງໝົດນີ້ແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
ຊາມມາຍເປັນພໍ່ຂອງມາໂອນ ແລະມາໂອນເປັນພໍ່ຂອງເບັດຊູເຣ.
ເບັດຊູເຣ, ໂສໂກ, ອາດຸນລຳ,
ແລະໄດ້ຖືກຝັງໄວ້ໃນອຸບມຸງເປັນໂງ່ນຫີນ ຊຶ່ງເພິ່ນໄດ້ສັ່ງໃຫ້ເຈາະໄວ້ສຳລັບເພິ່ນເອງທີ່ເມືອງຂອງດາວິດ. ພວກເຂົາໄດ້ໃຊ້ເຄື່ອງເທດກັບນໍ້າມັນຫອມ ຕົບແຕ່ງຮ່າງກາຍຂອງເພິ່ນສຳລັບຝັງ ແລະພວກເຂົາໄດ້ສ້າງໄຟກອງໃຫຍ່ສຳລັບໄວ້ທຸກໃຫ້ເພິ່ນ.
ແລ້ວຈາກດ້ານທິດຕາເວັນອອກຂອງເມືອງ ຂ້າພະເຈົ້າໄດ້ໄປທາງດ້ານເໜືອສູ່ປະຕູນໍ້າພຸ ແລະສູ່ສະອາບນໍ້າຂອງກະສັດ. ທາງເສັ້ນນີ້ບໍ່ມີບ່ອນພໍໃຫ້ລໍຂອງຂ້າພະເຈົ້າຜ່ານໄປໄດ້ເລີຍ;
ຊານລູມລູກຊາຍຂອງຮັນໂລເຮັດ ຜູ້ປົກຄອງອີກເຄິ່ງໜຶ່ງຂອງນະຄອນເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ. (ພວກລູກສາວຂອງລາວໄດ້ຊ່ວຍໃນວຽກງານນີ້.)
ມັນກີຢາ ລູກຊາຍຂອງເຣກາບ ຜູ້ປົກຄອງເຂດເບັດຮັກເກເຣັມ ໄດ້ສ້າງປະຕູບ່ອນຖອກຂີ້ເຫຍື້ອຂຶ້ນໃໝ່. ເພິ່ນຕັ້ງປະຕູຂຶ້ນຢູ່ໃນບ່ອນຂອງມັນ ພ້ອມທັງໃຊ້ເຫລັກແທ່ງເປັນໄລຄັດ.
ຊາວເລວີທີ່ໄດ້ສືບຕໍ່ສ້າງກຳແພງເມືອງຫລາຍຕອນຂຶ້ນໃໝ່ ມີດັ່ງນີ້: ເຣຮຸມລູກຊາຍຂອງບານີໄດ້ສ້າງສ່ວນຕໍ່ໄປ; ຮັດຊາບີຢາ ຜູ້ປົກຄອງເຄິ່ງໜຶ່ງຂອງເມືອງເກອີລາໄດ້ສ້າງສ່ວນຕໍ່ໄປໃນນາມຂອງເມືອງ;
ເຣຟາອີຢາລູກຊາຍຂອງຮູເຣ ຜູ້ປົກຄອງເຄິ່ງໜຶ່ງຂອງເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ.
ຂ້າພະເຈົ້າຂຸດບໍ່ນໍ້າຫລາຍແຫ່ງໄວ້ ເພື່ອໃຊ້ຫົດພືດພັນຕົ້ນໄມ້.
ເບິ່ງພຸ້ນດູ ແມ່ນຂະບວນແຫ່ໂຊໂລໂມນ ມີນັກຮົບຜູ້ກ້າຫານຫົກສິບຄົນ ໃນອິດສະຣາເອນພ້ອມ.
ພວກເຈົ້າໄດ້ສ້າງອ່າງນໍ້າໄວ້ຢູ່ພາຍໃນເມືອງ ເພື່ອກັກນໍ້າທີ່ໄຫລມາແຕ່ສະນໍ້າເກົ່າ, ແຕ່ພວກເຈົ້າບໍ່ເອົາໃຈໃສ່ຕໍ່ພຣະເຈົ້າ ຜູ້ທີ່ໄດ້ວາງແຜນສິ່ງທັງໝົດນີ້ແຕ່ດົນນານມາແລ້ວ ແລະຜູ້ທີ່ໄດ້ບັນດານໃຫ້ເຫດການຕ່າງໆເກີດຂຶ້ນ.
ພວກເຈົ້າໄດ້ພົບບ່ອນຊຶ່ງກຳແພງຂອງນະຄອນເຢຣູຊາເລັມ ຕ້ອງການໃຫ້ສ້ອມແປງ. ພວກເຈົ້າໄດ້ກວດເບິ່ງເຮືອນທຸກຫລັງໃນນະຄອນເຢຣູຊາເລັມ ແລະມ້າງບາງຫລັງລົງເພື່ອຈະເອົາຫີນໄປສ້ອມແປງກຳແພງ. ເພື່ອຈະເກັບຮັກສານໍ້າໄວ້ໃຊ້
ພຣະເຈົ້າຢາເວໄດ້ກ່າວແກ່ເອຊາຢາວ່າ, “ຈົ່ງນຳເສອາ-ຢາຊຸບ ລູກຊາຍຂອງເຈົ້າໄປພົບກະສັດອາຮາດ. ເຈົ້າຈະພົບລາວຕາມທາງໄປບ່ອນເຮັດແຜ່ນຜ້າ ຄືບ່ອນທີ່ນໍ້າໄຫລຈາກອ່າງມາສຸດທີ່ຮ່ອງ.
ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າມີສິດທີ່ຈະກ່າວຢ່າງເຊື່ອໝັ້ນຕໍ່ພວກທ່ານ ເຖິງກະສັດດາວິດບັນພະບຸລຸດຂອງພວກເຮົາ ເພິ່ນໄດ້ຕາຍໄປ ແລະຖືກຝັງໄວ້ໃນອຸບມຸງຂອງເພິ່ນເອງ ຊຶ່ງຢູ່ທ່າມກາງພວກເຮົາຈົນເຖິງທຸກວັນນີ້.
ຍັງມີເມືອງຮັນຮູນ, ເບັດຊູເຣ, ເກໂດເຣ,