Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 3:13 - ພຣະຄຳພີສັກສິ

13 ຮານູນ​ແລະ​ປະຊາຊົນ​ໃນ​ເມືອງ​ຊາໂນອາ​ໄດ້​ສ້າງ​ປະຕູ​ໃນ​ຮ່ອມພູ​ຂຶ້ນ​ໃໝ່. ພວກເຂົາ​ໄດ້​ຕັ້ງ​ປະຕູ​ໃນ​ບ່ອນ​ຂອງ​ມັນ, ຕິດ​ບານປະຕູ​ໃສ່, ພ້ອມ​ທັງ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ ແລະ​ໄດ້​ສ້ອມແປງ​ກຳແພງ ຊຶ່ງ​ຍາວ​ປະມານ 440 ແມັດ ເລີຍ​ໄປ​ໄກ​ຈົນຮອດ​ປະຕູ​ບ່ອນ​ຖອກ​ຂີ້ເຫຍື້ອ.

Uka jalj uñjjattʼäta Copia luraña




ເນເຫມີຢາ 3:13
7 Jak'a apnaqawi uñst'ayäwi  

ອຸດຊີຢາ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ລ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ຢ່າງ​ແໜ້ນໜາ ໂດຍ​ເສີມສ້າງ​ຫໍຄອຍ​ໄວ້​ຢູ່​ຕາມ​ປະຕູ​ແຈ​ຕ່າງໆ ຕາມ​ປະຕູ​ຮ່ອມພູ​ແລະ​ບ່ອນ​ທີ່​ກຳແພງ​ໂຄ້ງ.


ຊາໂນອາ, ອາດຸນລຳ ແລະ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ​ກັບ​ເມືອງ​ເຫຼົ່ານັ້ນ. ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ລາກິດ ແລະ​ໃນ​ໄຮ່​ນາ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ ແລະ​ໃນ​ເມືອງ​ອາເຊກາ ແລະ​ໃນ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ນັ້ນ. ສະນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ ປະຊາຊົນ​ຢູດາ​ນັ້ນ​ໄດ້​ອາໄສ​ຢູ່​ໃນ​ເຂດແດນ ລະຫວ່າງ​ເບເອນເຊບາ​ທາງ​ພາກໃຕ້ ແລະ​ຮ່ອມພູ​ຮິນໂນມ​ທາງ​ພາກເໜືອ.


ໃນ​ເວລາ​ທີ່​ພວກເຮົາ​ອອກ​ຈາກ​ເມືອງ ໂດຍ​ຜ່ານ​ປະຕູ​ຮ່ອມພູ​ທາງ​ທິດ​ຕາເວັນຕົກ​ໄປ​ນັ້ນ ກໍ​ຍັງ​ເປັນ​ເວລາ​ມືດ​ຢູ່; ພວກເຮົາ​ໄດ້​ກາຍ​ດ້ານ​ໃຕ້​ຂອງ​ນໍ້າພຸ​ໂຕ​ມັງກອນ ໄປ​ຈົນເຖິງ​ຮ່ອມພູ​ປະຕູ​ຂີ້ສັດ. ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້າພະເຈົ້າ​ໄດ້​ສຳຫລວດ​ເບິ່ງ​ກຳແພງ​ເມືອງ​ທີ່​ເພພັງ ແລະ​ປະຕູ​ເມືອງ​ທີ່​ຖືກ​ໄຟ​ໄໝ້.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຂີ່​ລໍ​ລົງ​ໄປ​ທາງ​ຮ່ອມພູ​ກິດໂຣນ ແລະ​ເລາະລຽບ​ເບິ່ງ​ກຳແພງ​ເມືອງ​ໄປ. ແລ້ວ​ຂ້າພະເຈົ້າ​ກໍ​ກັບ​ມາ​ທາງ​ເກົ່າ ແລະ​ຄືນ​ເມືອ​ໃນ​ເມືອງ​ໂດຍ​ຜ່ານ​ປະຕູ​ຮ່ອມພູ.


ຊາໂນອາ, ເອັນກັນນີມ, ຕັບປູອາ, ເອນາມ,


ຢິດຊະເຣນ, ຢົກເດອາມ, ຊາໂນອາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka