ເນເຫມີຢາ 3:1 - ພຣະຄຳພີສັກສິ1 ຕໍ່ໄປນີ້ແມ່ນເລື່ອງການສ້າງກຳແພງເມືອງຂຶ້ນໃໝ່. ມະຫາປະໂຣຫິດເອລີອາຊິບກັບເພື່ອນປະໂຣຫິດຄົນອື່ນໆ ໄດ້ສ້າງປະຕູຄອກແກະຂຶ້ນໃໝ່ ເພື່ອອຸທິດຖວາຍ ແລະຕັ້ງປະຕູໃນບ່ອນຂອງມັນ. ພວກເຂົາໄດ້ອຸທິດຖວາຍກຳແພງເມືອງ ຊຶ່ງຍາວອອກໄປຈົນຮອດຫໍຄອຍໜຶ່ງຮ້ອຍ ແລະຫໍຄອຍຂອງຮານາເນນ. Uka jalj uñjjattʼäta |
ອັນນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ແລະເຂົ້າໃຈ: ນັບຕັ້ງແຕ່ເວລາອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງພຣະເຈົ້າເລືອກເອົາຜູ້ນຳຂຶ້ນມາ ເຈັດອາທິດແລະຫົກສິບສອງອາທິດ ນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ຢ່າງເຂັ້ມແຂງພ້ອມດ້ວຍຖະໜົນຫົນທາງ ແລະປ້ອມປ້ອງກັນເມືອງ, ແຕ່ມັນຈະເປັນເວລາແຫ່ງຄວາມລຳບາກ.
ຂົງເຂດທັງໝົດ ແຕ່ເກບາທາງທິດເໜືອຫາຣິມໂມນທາງທິດໃຕ້ ຈະເປັນບ່ອນຮາບພຽງ. ນະຄອນເຢຣູຊາເລັມຈະສູງເດັ່ນໃນດິນແດນທີ່ອ້ອມຮອບນັ້ນ; ນະຄອນນີ້ຈະມີອານາເຂດຢຽດອອກໄປ ແຕ່ປະຕູເບັນຢາມິນຈົນຮອດປະຕູແຈ ບ່ອນທີ່ປະຕູເມືອງແຕ່ກ່ອນຕັ້ງຢູ່ ແລະຈາກຫໍຄອຍຮານາເນນ ເຖິງບ່ອນບີບເຫຼົ້າອະງຸ່ນຂອງກະສັດ.