ເນເຫມີຢາ 2:8 - ພຣະຄຳພີສັກສິ8 ຂ້າພະເຈົ້າຍັງຂໍຮ້ອງເພິ່ນໃຫ້ຂຽນຈົດໝາຍໄປຫາອາສັບ ຜູ້ຮັກສາປ່າໄມ້ຂອງກະສັດ ໂດຍແນະນຳເພິ່ນໃຫ້ຈັດຫາໄມ້ ສຳລັບສ້າງປະຕູປ້ອມທີ່ຮັກສາພຣະວິຫານ, ສຳລັບສ້າງກຳແພງເມືອງ ແລະສຳລັບສ້າງເຮືອນທີ່ຂ້າພະເຈົ້າຈະຢູ່ດ້ວຍ. ກະສັດກໍໄດ້ອະນຸຍາດໃຫ້ທຸກສິ່ງ ຕາມທີ່ຂ້າພະເຈົ້າຂໍຮ້ອງ ເພາະພຣະເຈົ້າສະຖິດຢູ່ນຳຂ້າພະເຈົ້າ. Uka jalj uñjjattʼäta |
ເອຊະຣາເປັນຜູ້ຮອບຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາເປັນຜູ້ມີພຣະພອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກະສັດຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນພວກໜຶ່ງ ທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈຳວິຫານ, ພວກເຝົ້າຍາມພຣະວິຫານ ແລະພວກຄົນງານ.
ແຕ່ຂ້ານ້ອຍໄດ້ຮັບຄວາມຊ່ວຍເຫລືອມາຈາກພຣະເຈົ້າເທົ່າເຖິງທຸກວັນນີ້. ດັ່ງນັ້ນ ຂ້ານ້ອຍຈຶ່ງຢືນຢູ່ໃນທີ່ນີ້ ເປັນພະຍານແກ່ທຸກຄົນບໍ່ວ່າຜູ້ໃຫຍ່ ຫລືຜູ້ນ້ອຍກໍດີ, ຂ້ານ້ອຍບໍ່ໄດ້ເວົ້າເລື່ອງອື່ນໃດ ນອກຈາກຢືນຢັນເລື່ອງທີ່ພວກຜູ້ທຳນວາຍ ແລະໂມເຊໄດ້ກ່າວໄວ້ເທົ່ານັ້ນວ່າ ຈະຕ້ອງເກີດຂຶ້ນຄື: