Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 2:7 - ພຣະຄຳພີສັກສິ

7 ແລ້ວ​ຂ້າພະເຈົ້າ​ກໍໄດ້​ຂໍຮ້ອງ​ເພິ່ນ ໃຫ້​ຂຽນ​ຈົດໝາຍ​ໄປ​ຫາ​ບັນດາ​ຜູ້ປົກຄອງ​ແຂວງ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ແລະ​ແນະນຳ​ພວກເຂົາ​ອະນຸຍາດ​ໃຫ້​ຂ້າພະເຈົ້າ​ເດີນທາງ​ໄປ​ແຂວງ​ຢູດາຍ.

Uka jalj uñjjattʼäta Copia luraña




ເນເຫມີຢາ 2:7
6 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ດາຣິອຸດ​ກໍໄດ້​ສົ່ງ​ຄຳຕອບ​ມາ​ດັ່ງນີ້: “ເຖິງ ຕັດເຕໄນ ຜູ້ປົກຄອງ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ພ້ອມ​ທັງ​ເຊຕາກ​ໂບເຊໄນ ລວມ​ທັງ​ບັນດາ​ເຈົ້າໜ້າທີ່​ຢູ່​ໃນ​ທີ່ນັ້ນ ຢ່າ​ສູ່​ວົນນຳ​ເລື່ອງ​ວິຫານ​ຂອງ​ພຣະເຈົ້າ ແລະ​ຢ່າ​ສູ່​ຫຍຸ້ງກ່ຽວ​ໃນ​ການ​ກໍ່ສ້າງ​ນີ້​ເລີຍ.


ເຮົາ​ໄດ້​ອອກ​ຄຳສັ່ງ​ເຖິງ​ບັນດາ​ຂ້າຣາຊການ​ຄັງ​ເງິນ​ທັງໝົດ ຢູ່​ແຂວງ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ໃຫ້​ຈັດຫາ​ທຸກສິ່ງ​ຢ່າງ​ຮີບດ່ວນ​ຕາມ​ຄວາມ​ຕ້ອງການ ແກ່​ເອຊະຣາ ຜູ້​ເປັນ​ປະໂຣຫິດ​ແລະ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.


ຂ້າພະເຈົ້າ​ບໍ່​ກ້າ​ຂໍ​ທະຫານ​ມ້າ​ຈາກ​ກະສັດ​ໃຫ້​ມາ​ຮັກສາ​ພວກເຮົາ​ຈາກ​ສັດຕູ​ໃນ​ການ​ເດີນທາງ ເພາະ​ຂ້າພະເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ພຣະເຈົ້າ​ຂອງ​ພວກເຮົາ​ອວຍພອນ​ທຸກໆ​ຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ, ແຕ່​ພຣະອົງ​ບໍ່​ພໍໃຈ​ແລະ​ລົງໂທດ​ທຸກໆ​ຄົນ​ທີ່​ຫັນໜີ​ຈາກ​ພຣະອົງ.


ພວກເຂົາ​ຍັງ​ໄດ້​ເອົາ​ເອກະສານ​ທີ່​ກະສັດ​ມອບ​ໃຫ້​ນັ້ນ ໄປ​ໃຫ້​ຜູ້​ປົກຄອງ​ແລະ​ບັນດາ​ຂ້າຣາຊການ ຂອງ​ແຂວງ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ. ສະນັ້ນ ພວກເຂົາ​ຈຶ່ງ​ໃຫ້​ຄວາມ​ຊ່ວຍເຫຼືອ​ປະຊາຊົນ ແລະ​ເພື່ອ​ວິຫານ​ຂອງ​ພຣະເຈົ້າ.


ກະສັດ​ຍັງ​ໄດ້​ສົ່ງ​ນາຍ​ທະຫານ​ບາງຄົນ ແລະ​ທະຫານ​ມ້າ​ໝວດ​ໜຶ່ງ​ໄປ​ກັບ​ຂ້າພະເຈົ້າ​ດ້ວຍ; ແລະ​ຂ້າພະເຈົ້າ​ກໍໄດ້​ເດີນທາງ​ໄປ​ສູ່​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ. ເມື່ອ​ໄປ​ເຖິງ​ທີ່​ນັ້ນ ຂ້າພະເຈົ້າ​ກໍໄດ້​ມອບ​ຈົດໝາຍ​ໃຫ້​ແກ່​ບັນດາ​ຜູ້ປົກຄອງ.


ເມລາຕີຢາ​ຊາວ​ກີເບໂອນ, ຢາໂດນ​ຊາວ​ເມໂຣໂນດ ແລະ​ພວກ​ຜູ້ຊາຍ​ໃນ​ເມືອງ​ກີເບໂອນ ແລະ​ໃນ​ເມືອງ​ມີຊະປາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ; ແລະ​ເລີຍ​ໄປ​ໄກ​ຈົນຮອດ​ສຳນັກ​ຂອງ​ຜູ້ປົກຄອງ​ແຂວງ ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka