Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 2:6 - ພຣະຄຳພີສັກສິ

6 ກະສັດ​ກັບ​ຣາຊີນີ​ທີ່ນັ່ງ​ຢູ່​ຄຽງ​ຂ້າງ​ເພິ່ນ ກໍ​ຕົກລົງ​ຕາມ​ຄຳ​ຂໍຮ້ອງ​ນັ້ນ. ເພິ່ນ​ຖາມ​ຂ້າພະເຈົ້າ​ວ່າ, “ຈະ​ໄປ​ດົນນານ​ປານໃດ ແລະ​ເຫິງ​ປານໃດ​ຈຶ່ງ​ຈະ​ກັບ​ມາ?” ແລະ​ຂ້າພະເຈົ້າ​ກໍ​ບອກ​ກຳນົດ​ແກ່​ເພິ່ນ.

Uka jalj uñjjattʼäta Copia luraña




ເນເຫມີຢາ 2:6
9 Jak'a apnaqawi uñst'ayäwi  

ຂ້າແດ່ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ບັດນີ້ ຂໍ​ພຣະອົງ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ ແລະ​ຄຳພາວັນນາ​ອະທິຖານ​ຂອງ​ບັນດາ​ຜູ້ຮັບໃຊ້​ຄົນອື່ນໆ​ຂອງ​ພຣະອົງ ຜູ້​ທີ່​ຢຳເກງ​ໃຫ້ກຽດ​ນາມຊື່​ຂອງ​ພຣະອົງ​ແດ່ທ້ອນ. ໃນວັນນີ້ ຂໍ​ພຣະອົງ​ໂຜດ​ປະທານ​ໄຊຊະນະ​ໃຫ້​ແກ່​ຂ້ານ້ອຍ ໂດຍ​ບັນດານ​ໃຫ້​ເພິ່ນ​ເມດຕາ​ຂ້ານ້ອຍ​ດ້ວຍ​ເຖີດ.” ໃນ​ສະໄໝ​ນັ້ນ ຂ້າພະເຈົ້າ​ໄດ້​ເປັນ​ຜູ້​ຢາຍ​ເຫຼົ້າ​ອະງຸ່ນ​ປະຈຳ​ໂຕະ​ຂອງ​ກະສັດ.


ໃນ​ຂະນະທີ່​ເກີດ​ເລື່ອງ​ເຊັ່ນນີ້ ຂ້າພະເຈົ້າ​ບໍ່ໄດ້​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເພາະວ່າ​ໃນ​ຣາຊການ​ປີ​ທີ​ສາມສິບສອງ​ຂອງ​ເຈົ້າ​ອາກຕາເຊເຊັດ ໄດ້​ເປັນ​ກະສັດ​ຂອງ​ນະຄອນ​ບາບີໂລນ​ນັ້ນ ຂ້າພະເຈົ້າ​ໄດ້​ກັບຄືນ​ໄປ​ລາຍງານ​ຕໍ່​ເພິ່ນ.


ກະສັດ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ສະຫວັນ


ແລ້ວ​ກໍ​ໄດ້ຕອບ​ກະສັດ​ວ່າ, “ຖ້າ​ທ່ານ​ພໍໃຈ​ນຳ​ຂ້ານ້ອຍ ແລະ​ຈະ​ອະນຸຍາດ​ໃຫ້​ຕາມ​ຄຳ​ຂໍຮ້ອງ​ຂອງ​ຂ້ານ້ອຍ​ແລ້ວ ຂໍ​ໃຫ້​ຂ້ານ້ອຍ​ກັບຄືນ​ໄປ​ແຂວງ​ຢູດາຍ ຄື​ໄປ​ເມືອງ​ທີ່​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຝັງ​ໄວ້​ນັ້ນ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ສ້າງ​ບ້ານເມືອງ​ຂຶ້ນ​ໃໝ່.”


ໃນ​ລະຫວ່າງ​ສິບສອງ​ປີ ທີ່​ຂ້າພະເຈົ້າ​ໄດ້​ເປັນ​ຜູ້ປົກຄອງ​ດິນແດນ​ຢູດາຍ​ນັ້ນ ຄື​ຕັ້ງແຕ່​ຣາຊການ​ທີ​ຊາວ ຈົນເຖິງ​ຣາຊການ​ທີ​ສາມສິບສອງ ຂອງ​ກະສັດ​ອາກຕາເຊເຊັດ; ຍາດຕິພີ່ນ້ອງ​ຂອງ​ຂ້າພະເຈົ້າ ແລະ​ແມ່ນແຕ່​ຂ້າພະເຈົ້າ​ເອງ ບໍ່ມີ​ຜູ້ໃດ​ໄດ້​ກິນ​ອັດຕາ​ອາຫານ ທີ່​ຖືກ​ມອບ​ໃຫ້​ຂ້າພະເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ປົກຄອງ.


ປະຊາຊົນ​ຂອງ​ເຈົ້າ​ຈະ​ສ້າງ​ສິ່ງ​ທີ່​ຮົກຮ້າງ​ເພພັງ​ແຕ່​ດົນນານ​ຂຶ້ນໃໝ່ ຄື​ສ້າງ​ຂຶ້ນ​ໃໝ່​ຢູ່​ໃນ​ບ່ອນ​ທີ່​ມີ​ຮາກຖານ​ເດີມ. ເຈົ້າ​ຈະ​ເປັນ​ທີ່​ຮູ້ຈັກ​ໃນ​ຖານະ​ປະຊາຊົນ ຜູ້​ທີ່​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ຜູ້​ທີ່​ສ້າງ​ບ້ານເຮືອນ​ທີ່​ຮົກຮ້າງ​ເພພັງ​ຂຶ້ນ​ໃໝ່.”


ພວກເຂົາ​ຈະ​ກໍ່ສ້າງ​ເມືອງ​ທັງຫລາຍ​ຂຶ້ນ​ໃໝ່ ຄື​ເມືອງ​ທີ່​ຮົກຮ້າງ​ເພພັງ​ແຕ່​ດົນນານ​ນັ້ນ.


ແມ່ນແຕ່​ກ່ອນ​ທີ່​ພວກເຂົາ​ພາວັນນາ​ອະທິຖານ​ສຸດ ເຮົາ​ກໍ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ແລ້ວ.


ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຕ້ອງ​ຮູ້​ແລະ​ເຂົ້າໃຈ: ນັບ​ຕັ້ງແຕ່​ເວລາ​ອອກ​ຄຳສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຈົນເຖິງ​ພຣະເຈົ້າ​ເລືອກເອົາ​ຜູ້ນຳ​ຂຶ້ນ​ມາ ເຈັດ​ອາທິດ​ແລະ​ຫົກສິບສອງ​ອາທິດ ນະຄອນ​ເຢຣູຊາເລັມ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຢ່າງ​ເຂັ້ມແຂງ​ພ້ອມ​ດ້ວຍ​ຖະໜົນ​ຫົນທາງ ແລະ​ປ້ອມ​ປ້ອງກັນ​ເມືອງ, ແຕ່​ມັນ​ຈະ​ເປັນ​ເວລາ​ແຫ່ງ​ຄວາມ​ລຳບາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka