Biblia Todo Logo
Internet tuqin Biblia

- Anuncios ukanaka -




ເນເຫມີຢາ 2:3 - ພຣະຄຳພີສັກສິ

3 ແລະ​ຕອບ​ເພິ່ນ​ວ່າ, “ຂໍ​ພະຣາຊາ ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເທີ້ນ ຈະ​ໃຫ້​ຂ້ານ້ອຍ​ບໍ່​ໂສກເສົ້າ​ໄດ້​ຢ່າງໃດ ໃນ​ເມື່ອ​ເມືອງ​ທີ່​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຝັງ​ໄວ້​ໃນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ປະຕູ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍໄຟ?”

Uka jalj uñjjattʼäta Copia luraña




ເນເຫມີຢາ 2:3
21 Jak'a apnaqawi uñst'ayäwi  

ຣາຊິນີ​ບັດເຊບາ​ໄດ້​ກົ້ມຂາບ ແລະ​ເວົ້າ​ວ່າ, “ຂໍ​ໃຫ້​ກະສັດ​ຜູ້​ເປັນ​ເຈົ້າ​ເໜືອ​ຫົວ​ຂອງ​ຂ້ານ້ອຍ ຈົ່ງ​ໝັ້ນຍືນ​ຕະຫລອດໄປ.”


ໃນ​ວັນ​ທີ​ເຈັດ ເດືອນ​ຫ້າ ຂອງ​ປີ​ທີ​ສິບເກົ້າ ໃນ​ຣາຊການ​ຂອງ​ກະສັດ​ເນບູກາເນັດຊາ​ແຫ່ງ​ບາບີໂລນ ເນບູຊາຣາດານ​ຜູ້​ເປັນ​ທີ່ປຶກສາ ແລະ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ.


ເຈົ້າ​ເຢໂຮຣາມ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້​ສາມສິບສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ແປດ​ປີ. ໂດຍ​ບໍ່ມີ​ຜູ້ໃດ​ເສຍໃຈ​ນຳເພິ່ນ​ເມື່ອ​ເພິ່ນ​ຕາຍໄປ. ພວກເຂົາ​ໄດ້​ຝັງ​ເພິ່ນ​ໄວ້​ໃນ​ເມືອງ​ຂອງ​ດາວິດ, ແຕ່​ບໍ່ໄດ້​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ.


ກະສັດ​ອາຮາດ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ນະຄອນ​ເຢຣູຊາເລັມ ແຕ່​ບໍ່ໄດ້​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ. ເຈົ້າ​ເຮເຊກີຢາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ເຮເຊກີຢາ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ທີ່​ສ່ວນ​ເທິງ​ຂອງ​ອຸບມຸງ​ແຫ່ງ​ກະສັດ. ປະຊາຊົນ​ທັງໝົດ​ໃນ​ຢູດາຍ​ແລະ​ຊາວ​ເຢຣູຊາເລັມ​ໄດ້​ເທີດທູນ​ໃຫ້ກຽດ​ເພິ່ນ​ຢ່າງສູງ​ເມື່ອ​ເພິ່ນ​ຕາຍໄປ. ແລ້ວ​ເຈົ້າ​ມານາເຊ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ປົກຄອງ​ແທນ.


ເພິ່ນ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າ​ແລະ​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ, ຈູດ​ບັນດາ​ຣາຊວັງ​ທັງໝົດ​ແລະ​ທຳລາຍ​ຊັບສົມບັດ​ອັນມີຄ່າ​ໝົດກ້ຽງ.


ພວກເຂົາ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, ພວກ​ທີ່​ລອດຊີວິດ​ກັບ​ມາ​ສູ່​ຖິ່ນຖານ​ເດີມ​ນັ້ນ ໄດ້​ຮັບ​ຄວາມ​ລຳບາກ​ຫລາຍ ແລະ​ຄົນຕ່າງຊາດ​ທີ່​ຢູ່​ໃກ້ຄຽງ​ກໍ​ດູໝິ່ນ​ປະໝາດ​ພວກເຂົາ. ພວກເຂົາ​ຍັງ​ໄດ້​ບອກ​ຂ້າພະເຈົ້າ​ອີກ​ວ່າ, “ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ​ກໍ​ຍັງ​ພັງ​ທະລາຍ​ຢູ່ ແລະ​ປະຕູ​ຂອງ​ກຳແພງ​ເມືອງ​ກໍ​ຍັງ​ບໍ່​ທັນ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່ ຕັ້ງແຕ່​ສະໄໝ​ຖືກ​ຈູດ​ພຸ້ນ.”


ໃນ​ເວລາ​ທີ່​ພວກເຮົາ​ອອກ​ຈາກ​ເມືອງ ໂດຍ​ຜ່ານ​ປະຕູ​ຮ່ອມພູ​ທາງ​ທິດ​ຕາເວັນຕົກ​ໄປ​ນັ້ນ ກໍ​ຍັງ​ເປັນ​ເວລາ​ມືດ​ຢູ່; ພວກເຮົາ​ໄດ້​ກາຍ​ດ້ານ​ໃຕ້​ຂອງ​ນໍ້າພຸ​ໂຕ​ມັງກອນ ໄປ​ຈົນເຖິງ​ຮ່ອມພູ​ປະຕູ​ຂີ້ສັດ. ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້າພະເຈົ້າ​ໄດ້​ສຳຫລວດ​ເບິ່ງ​ກຳແພງ​ເມືອງ​ທີ່​ເພພັງ ແລະ​ປະຕູ​ເມືອງ​ທີ່​ຖືກ​ໄຟ​ໄໝ້.


ຂ້ານ້ອຍ​ຈະ​ທົນ​ຢູ່​ໄດ້​ຢ່າງໃດ ຖ້າ​ຄວາມພິນາດ​ນີ້​ມາ​ເຖິງ​ຊົນຊາດ​ຂອງ​ຂ້ານ້ອຍ ແລະ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ​ຕ້ອງ​ຖືກ​ຂ້າ?”


ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຮັກ​ເມືອງ​ນີ້​ຫລາຍ ແມ່ນ​ວ່າ​ຖືກ​ທຳລາຍ​ມາ​ແລ້ວ​ກໍຕາມ, ແຕ່​ເຂົາ​ເຫຼົ່ານັ້ນ​ກໍ​ຍັງ​ເມດຕາ​ສົງສານ ເຖິງ​ວ່າ​ເປັນ​ເມືອງ​ຮົກຮ້າງ​ເພພັງ​ກໍຕາມ.


ຊົນຊາດ​ທັງປວງ​ຈະ​ຢ້ານຢຳ​ພຣະນາມ​ຂອງ​ພຣະເຈົ້າຢາເວ ກະສັດ​ທັງຫລາຍ​ໃນ​ໂລກ​ຈະ​ຢ້ານຢຳ​ສະຫງ່າຣາສີ​ຂອງ​ພຣະອົງ.


ຖ້າ​ຂ້ອຍ​ຈົດຈຳ​ເຈົ້າ​ບໍ່ໄດ້ ຄື​ບໍ່ເຄີຍ​ຄິດເຖິງ​ວ່າ ເຈົ້າ​ເປັນ​ບໍ່​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ ກໍ​ຢ່າ​ໃຫ້​ຂ້ອຍ​ຮ້ອງເພງ​ໄດ້​ຕໍ່ໄປ.


ອາການ​ເຈັບໄຂ້​ກໍ​ເຜົາໄໝ້​ຢູ່​ທັງ​ຮ່າງກາຍ ແລະ​ຄວາມຕາຍ​ກໍ​ຫຍັບເຂົ້າ​ມາ​ໃກ້.


ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ຫ້າ ແຫ່ງ​ຣາຊການ​ປີ​ທີ​ສິບເກົ້າ ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ; ເນບູຊາຣາດານ​ທີ່ປຶກສາ​ຂອງ​ກະສັດ​ທັງ​ເປັນ​ຜູ້​ບັນຊາການ​ກອງທັບ​ໄດ້​ເຂົ້າ​ມາ​ນະຄອນ​ເຢຣູຊາເລັມ.


ປະຕູ​ກຳແພງ​ກໍ​ລົ້ມ ແລະ​ພັງ​ລົງ​ເປັນ​ເສດ​ຫີນ ກົງເຫລັກ​ກໍ​ຫັກ​ຕົກລົງ​ເປັນ​ຊິ້ນໆ. ບັດນີ້ ກະສັດ​ແລະ​ຂຸນນາງ​ກໍ​ຖືກ​ຈັບ​ເປັນ​ຊະເລີຍ ການ​ສັ່ງສອນ​ກົດບັນຍັດ​ກໍ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ ສ່ວນ​ພວກ​ຜູ້ທຳນວາຍ​ກໍ​ບໍ່ໄດ້​ຮັບ​ນິມິດ​ຈາກ​ພຣະເຈົ້າຢາເວ


ພວກເຂົາ​ໄດ້​ຕອບ​ກະສັດ​ເປັນ​ພາສາ​ອາຣາມິກ​ວ່າ, “ຂໍ​ໃຫ້​ພະຣາຊາ​ຂອງ​ພວກ​ຂ້ານ້ອຍ ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເທີ້ນ ຂໍ​ເລົ່າ​ຄວາມຝັນ​ໃຫ້​ພວກ​ຂ້ານ້ອຍ​ຟັງ​ເບິ່ງດູ ແລະ​ພວກ​ຂ້ານ້ອຍ​ກໍ​ຈະ​ແກ້​ຄວາມຝັນ​ນັ້ນ​ໃຫ້.”


ພວກເຂົາ​ບອກ​ກະສັດ​ເນບູ​ກາດເນັດຊາ​ວ່າ, “ຂໍ​ໃຫ້​ພະຣາຊາ​ຈົ່ງ​ໝັ້ນຍືນ


ເມື່ອ​ຣາຊີນີ​ຜູ້​ເປັນ​ມານດາ​ໄດ້ຍິນ​ສຽງ​ຮ້ອງ​ຂອງ​ກະສັດ ແລະ​ພວກ​ເຈົ້ານາຍ, ນາງ​ຈຶ່ງ​ເຂົ້າ​ໄປ​ໃນ​ຫ້ອງ​ກິນລ້ຽງ​ໃຫຍ່ ແລະ​ເວົ້າ​ວ່າ, “ຂໍ​ໃຫ້​ພະຣາຊາ​ຈົ່ງ​ໝັ້ນຍືນ ຂໍ​ຢ່າ​ກັງວົນ​ແລະ​ໜ້າຊີດ​ໄປ​ເລີຍ.


ດານີເອນ​ຕອບ​ວ່າ, “ຂໍ​ໃຫ້​ພະຣາຊາ​ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເຖີດ


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຂົ້າ​ໄປ​ຫາ​ກະສັດ​ແລະ​ກ່າວ​ວ່າ, “ຂ້າແດ່​ພະຣາຊາ​ດາຣິອຸດ ຂໍ​ໃຫ້​ພະຣາຊາ​ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເຖີດ


ເຮົາ​ຈະ​ປ່ຽນ​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ດ້ວຍ. ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka